LaoVietBank ສາຂາອັດຕະປື ມອບຕັ່ງຫີນໃຫ້ແກ່ສວນເຈົ້າໄຊຍະເຊດຖາທິຣາດ

    ວັນທີ 10 ພະຈິກ 2021 ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ສາຂາອັດຕະປື ໄດ້ນໍາເອົາຕັ່ງຫີນ ຈໍານວນ 10 ໜ່ວຍ ມາມອບໃຫ້ແກ່ສວນເຈົ້າໄຊຍະເຊດຖາທິຣາດ ມີສະຖານທີ່ຕັ້ງຢູ່ບ້ານໂພນສະຫວ່າງ ເມືອງສາມັກຄີໄຊ ເຊິ່ງເປັນສວນສາທາລະນະພາຍໃຕ້ການຄຸ້ມຄອງໂດຍອົງການພັດທະນາ ແລະ ບໍລິຫານຕົວເມືອງແຂວງອັດຕະປື ຕາງໜ້າມອບໂດຍທ່ານ ສຸລິສັກ ຈັນທະລັງສີ ຮອງຫົວໜ້າສາຂາ LaoVietBank ສາຂາອັດຕະປື ແລະ ຕາງໜ້າຮັບໂດຍທ່ານ ສັກປະເສີດ ໄຊຍັນທອນ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງ ແຂວງອັດຕະປື ພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.

    ກິດຈະກໍາດັ່ງກ່າວ ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 10 ປີຂອງການສ້າງຕັ້ງ LaoVietBank ສາຂາອັດຕະປື ດ້ວຍການມອບຕັ່ງຫີນເປັນການປະກອບສ່ວນໃສ່ໃນສວນສາທາລະນະ ເພື່ອໃຫ້ມວນຊົນທີ່ມາທ່ຽວ ຫຼື ອອກກໍາລັງກາຍ ໄດ້ມີບ່ອນນັ່ງພັກຜ່ອນຕາມອັດທະຍາໄສ.

    ພິເສດສຳລັບລູກຄ້າທີ່ເຂົ້າມາໃຊ້ບໍລິການທີ່ສາຂາອັດຕະປື ນັບແຕ່ວັນທີ 1 – 30 ພະຈິກ 2021 ຈະໄດ້ຮັບຂອງສົມມະນາຄຸນຈາກພວກເຮົາທັນທີ ແຕ່ຖ້າລູກຄ້າຝາກເງິນມີກຳນົດນັບແຕ່ 6-12 ເດືອນ ຮັບດອກເບ້ຍເພີ່ມ 0,2% ຕໍ່ປີ ຫຼື ຝາກຫຼາຍກວ່າ 12 ເດືອນ ຮັບດອກເບ້ຍເພີ່ມເຖິງ 0,3% ຕໍ່ປີ ເຊິ່ງໂປຣໂມຊັນນີ້ ເລີ່ມແຕ່ວັນທີ 10 ພະຈິກ 2021 – 10 ທັນວາ 2021 ນີ້ເທົ່ານັ້ນ.

..# ຂ່າວ – ພາບ :  ຂັນທະວີ

error: Content is protected !!