ກະ​ຊວງເຕັກໂນໂລຊີ ແລະ ການສື່ສານ ສະເໜີປັບ​ປຸງກົດໝາຍວ່າດ້ວຍໂທລະຄົມມະນາຄົມ

    ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ສະເໜີປັບປຸງບາງເນື້ອໃນຂອງກົດໝາຍວ່າດ້ວຍ ໂທລະຄົມມະນາຄົມ ຈຳນວນ 46 ມາດຕາ ເພີ່ມໃໝ່ 12 ມາດຕາ ແລະ ຮັກສາເນື້ອໃນໄວ້ 4 ມາດຕາ ເພື່ອຄຸ້ມຄອງວຽກງານໂທລະຄົມມະນາຄົມໃຫ້ມີປະສິດທິຜົນກວ່າເກົ່າ ແລະ ສາມາດເຊື່ອມໂຍງກັບສາກົນ ໃນການຫັນເປັນດີຈີຕອນຂອງຍຸກອຸດສະຫະກໍາ 4.0 ທີ່ເປັນທ່າອຽງລວມຂອງໂລກໃນປັດຈຸບັນ ແລະ ອະນາຄົດ.

    ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ຕສ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍໂທລະຄົມມະນາຄົມ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 10 ພະຈິກ ພາຍໃຕ້ການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.

    ທ່ານລັດຖະມົນຕີກະຊວງ ຕສ ໄດ້ກ່າວວ່າ: ປັດຈຸບັນ ໂລກໄດ້ເລີ່ມເຂົ້າສູ່ຍຸກເສດຖະກິດ ແລະ ສັງຄົມ ດີຈີຕອນ ສະພາບການພັດທະນາເຕັກໂນໂລຊີໃໝ່ຂອງໂລກມີການຂະຫຍາຍຕົວຢ່າງວ່ອງໄວ ໄດ້ເກີດມີເຕັກໂນໂລຊີການສື່ສານທີ່ທັນສະໄໝ ເຊັ່ນ: ລະບົບສື່ສານ 4G 5G ການໃຫ້ບໍລິການເສີມ (Over The Top ລະບົບປັນຍາປະດິດ (Artificial Inteligence and Data Analysis) ອິນເຕີເນັດຂອງສັບພະສິ່ງ (Internet of thing) ສູນຂໍ້ມູນ (Cloud Computing) ຂໍ້ມູນຂະໜາດໃຫຍ່ (Big Data) ລະບົບອັດຕະໂນມັດ ແລະ ຫຸ່ນຍົນ (Automation and Robotics) ເຕັກໂນໂລຊີ ບ​ລ໊ອກເຊນ (Blockchain) ການພິມສາມມິຕິ (Three dimensional printing) ການພັດທະນາ ອຸປະກອນດ້ານໂທລະຄົມ ກໍມີການປັບປຸງປ່ຽນແປງຫຼາຍອັນ ແລະ ເພື່ອຕອບສະໜອງຕໍ່ການປ່ຽນແປງຂອງເຕັກໂນໂລຊີທີ່ກ່າວມານັ້ນ ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ກໍໄດ້ມີການພັດທະນາການດໍາເນີນທຸລະກິດໃຫ້ມີຫຼາຍຮູບແບບຂຶ້ນ ເຊັ່ນ: ໃຫ້ບໍລິການໂດຍບໍ່ມີເຄືອຂ່າຍເປັນຂອງຕົນເອງ (Mobile Virtual Network) ໃຫ້ບໍລິການສະເພາະແຕ່ໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ຮູບແບບອື່ນໆອີກ ໃນສະພາບແວດລ້ອມສາກົນ ປັດຈຸບັນ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງຫຼາຍອົງການຈັດຕັ້ງສາກົນ ແລະ ເປັນຄູ່ຮ່ວມມືທາງດ້ານເສດຖະກິດເຊັ່ນ: ສະຫະພາບໂທລະຄົມມະນາຄົມສາກົນ (International Telecommunication Union) ອົງການໂທລະຄົມມະນາຄົມ ອາຊີ-ປາຊີຟີກ (Asia Pacific Telecommunity), ອົງການການຄ້າໂລກ (World Trade Organization) ສັນຍາຄູ່ຮ່ວມມືທາງເສດຖະກິດຮອບດ້ານລະດັບພາກພື້ນ (Regional Comprehensive Economic Partnership) ການເຂົ້າຮ່ວມເປັນສະມາຊິກຂອງບັນດາອົງການຈັດຕັ້ງສາກົນ ເປັນຄູ່ຮ່ວມມືທາງດ້ານເສດຖະກິດ ເປັນການເປີດກວ້າງການຮ່ວມມື ແລະ ດຶງດູດການລົງທຶນ.

    ແຕ່ຕົວຈິງແລ້ວ ກົດໝາຍວ່າດ້ວຍໂທລະຄົມມະນາຄົມ ສະບັບນໍາໃຊ້ປັດຈຸບັນ ໄດ້ປະກາດໃຊ້ມາໄດ້ 10 ປີແລ້ວ ແມ່ນບໍ່ສາມາດຕອບສະໜອງສະພາບຄວາມເປັນຈິງໃນປັດຈຸບັນ ເປັນຕົ້ນ: ການອະນຸຍາດດໍາເນີນທຸລະກິດ ການຈັດສັນຊັບພະຍາກອນໂທລະຄົມມະນາຄົມ ການກໍານົດມາດຕະຖານເຕັກນິກ ການກວດກາຄຸນນະພາບຂອງການບໍລິການ ການດັດສົມການແຂ່ງຂັນດ້ານໂທລະຄົມມະນາຄົມ ຍັງບໍ່ສອດຄ່ອງກັບລະບຽບການຂອງສາກົນໃນບາງກໍລະນີ ເພື່ອສ້າງເງື່ອນໄຂຄວາມເຊື່ອໝັ້ນໃຫ້ພາກພື້ນ ແລະ ສາກົນ ທີ່ສົນໃຈຈະມາລົງທຶນດ້ານໂທລະຄົມມະນາຄົມຢູ່ລາວ ສະນັ້ນ ຈຶ່ງມີຄວາມຈໍາເປັນຢ່າງຍິ່ງ ຈະຕ້ອງໄດ້ປັບປຸງຄືນ ກົດໝາຍວ່າດ້ວຍໂທລະຄົມມະນາຄົມສະບັບດັ່ງກ່າວ.

    ການປັບປຸງກົດໝາຍສະບັບນີ້ ແມ່ນໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາໃນໄລຍະໃໝ່ ສອດຄ່ອງກັບລະບຽບການຂອງສາກົນ ສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ ໃຫ້ສາມາດຄຸ້ມຄອງເຕັກໂນໂລຊີ ແລະ ຮູບແບບການດໍາເນີນທຸລະກິດ ສົ່ງເສີມ ແລະ ດຶງດູດການລົງທຶນເພື່ອຂະຫຍາຍຕາໜ່າງການບໍລິການໂທລະຄົມມະນາຄົມໃຫ້ທົ່ວເຖິງ ສາມາດຄຸ້ມຄອງການດໍາເນີນທຸລະກິດໂທລະຄົມມະນາຄົມ ການຈັດສັນຊັບພະຍາກອນໂທລະຄົມ ການແຂ່ງຂັນດ້ານໂທລະຄົມ ການປົກປ້ອງຜູ້ໃຫ້ ຜູ້ໃຊ້ບໍລິການ ການກໍານົດມາດຕະຖານເຕັກນິກ ການກວດກາຄຸນນະພາບຂອງການບໍລິການ ການຕິດຕັ້ງ ແລະ ນໍາໃຊ້ພື້ນຖານໂຄງລ່າງໃຫ້ມີປະສິດທິພາບ ປະສິດທິຜົນຫຼາຍຂຶ້ນ ແລະ ທຽບເທົ່າກັບສາກົນໄດ້ ໃນກົດໝາຍສະບັບປັບປຸງນີ້ປະກອບມີທັງໝົດ XII ພາກ 5 ໝວດ ແລະ 59 ມາດຕາ ສະເໜີປັບປຸງເນື້ອໃນຈໍານວນ 46 ມາດຕາ ເພີ່ມໃໝ່ 12 ມາດຕາ ຄື: ມາດຕາ 9 10 20 21 26 27 29 30 31 32 33 34 ແລະ ຮັກສາເນື້ອໃນໄວ້ 4 ມາດຕາ.

    ທ່ານໄດ້ກ່າວຕື່ມວ່າ: ພາຍຫຼັງທີ່ກົດໝາຍວ່າດ້ວຍການໂທລະຄົມະນາຄົມ (ສະບັບປັບປຸງ) ສໍາເລັດ ແລະ ປະກາດໃຊ້ແລ້ວ ຈະກາຍເປັນນິຕິກໍາພື້ນຖານໃຫ້ແກ່ການຄຸ້ມຄອງວຽກງານໂທລະຄົມມະນາຄົມໃຫ້ມີປະສິດທິຜົນກວ່າເກົ່າ ແນໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ວິໄສທັດ ແລະ ຍຸດທະສາດການພັດທະນາເຕັກໂນໂລຊີ ແລະ ການສື່ສານຂອງປະເທດເຮົາໃຫ້ປາກົດຜົນເປັນຈິງ ເມື່ອທຽບໃສ່ກົດໝາຍສະບັບເກົ່າ ກົດໝາຍສະບັບປັບປຸງຈະໄດ້ຮັບຜົນປະໂຫຍດຕົ້ນຕໍກໍຄື ມີກົນໄກການຄຸ້ມຄອງການດໍາເນີນທຸລະກິດ ເປັນຕົ້ນແມ່ນການອະນຸຍາດດໍາເນີນທຸລະກິດ ການຄຸ້ມຄອງຊັບພະຍາກອນໂທລະຄົມະນາຄົມ ການນໍາເຂົ້າ ແລະ ສົ່ງອອກອຸປະກອນໂທລະຄົມມະນາຄົມ ການຢັ້ງຢືນມາດຕະຖານ ແລະ ຄຸນນະພາບ ຈະມີຄວາມຊັດເຈນຂຶ້ນກ່ອນເກົ່າ ກົດໝາຍສະບັບນີ້ ຍັງເປັນພື້ນຖານອັນສໍາຄັນໃຫ້ແກ່ການຮ່ວມມືກັບຕ່າງປະເທດ ດ້ານໂທລະຄົມມະນາຄົມ ໃນກອບສອງຝ່າຍ ພາກພື້ນ ສາກົນ ແລະ ການເຂົ້າເປັນພາຄີຂອງສົນທິສັນຍາສາກົນອີກດ້ວຍ.

..# ຂ່າວ – ພາບ :  ບຸນມີ

error: Content is protected !!