ນາຊາຍທອງ ໄດ້ຮັບຖົງປັນນໍ້າໃຈ

   ວັນທີ 10 ພະຈິກ 2021 ທີ່ສະໂມສອນເມືອງນາຊາຍທອງ ທາງອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ມອບຖົງປັນນໍ້າໃຈ 892 ຊຸດ ໃຫ້ອົງການປົກຄອງເມືອງນາຊາຍທອງ ເພື່ອມອບໃຫ້ປະຊາຊົນຄອບຄົວຫຍຸ້ງຍາກ ບ້ານແດງ ໃຫ້ໄລຍະການລະບາດຂອງພະຍາດໂຄວິດ-19 ມອບໂດຍທ່ານ ວິລະສັກ ນາມມຸນຕີ ປະທານກວດກາພັກ ຫົວໜ້າອົງການກວດກາລັດນະຄອນຫຼວງວຽງຈັນ ແລະ ຮັບແມ່ນ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ມີບັນດາຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ສໍາລັບເມືອງນາຊາຍທອງ ມີບ້ານເປົ້າໝາຍໄດ້ຮັບຖົງປັນນໍ້າໃຈມີ 35 ບ້ານ 892 ຄອບຄົວ ລວມມູນຄ່າ 172.156.000 ກີບ ເຊິ່ງຈະໄດ້ຈະເລີ່ມມອບໃຫ້ແຕ່ລະບ້ານນັບແຕ່ມື້ອື່ນເປັນຕົ້ນໄປ.

error: Content is protected !!