ອັດຕະປື ເນັ້ນພະນັກງານຂະແໜງການສຶກສາ ເປັນເຈົ້າການປະຕິບັດ 2 ວາລະແຫ່ງຊາດ

      ໃນວັນທີ 9 ພະຈິກ 2021 ນີ້ ສະຫາຍ ອຸດົມສິນ ສິຊານົນ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ພ້ອມດ້ວຍຄະນະຜູ້ຕິດຕາມ ໄດ້ລົງເຄື່ອນໄຫວເຜີຍແຜ່ເນື້ອໃນເອກະສານ 2 ວາລະແຫ່ງຊາດ ຂອງກົມການເມືອງສູນກາງພັກ ຄື: ມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານບັນຫາຢາເສບຕິດ ໃຫ້ກັບຖັນແຖວພະນັກງານສະມາຊິກພັກ ຄູ-ອາຈານ ໂຮງຮຽນມັດທະຍົມສຶກສາ (ມ.ສ ) ໂພນງາມ ບ້ານ ສະແຄະ ເມືອງໄຊເສດຖາ ແຂວງອັດຕະປື ພິທີເຜີຍແຜ່  ແລະ ເຊື່ອມຊຶມ ເນື້ອໃນ 2 ວາລະແຫ່ງຊາດ ດັ່ງກ່າວ ໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມຂອງໂຮງຮຽນ ມ.ສ ໂພນງາມ ໂດຍການໃຫ້ກຽດຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງຂອງສະຫາຍ ສູນທະລີ ສີປະເສີດ ເລຂາໜ່ວຍພັກ ຜູ້ອຳນວຍການໂຮງຮຽນ ພ້ອມດ້ວຍຄະນະໜ່ວຍພັກ ຄະນະອໍານວຍການ ແລະ ພະນັກງານສະມາຊິກພັກ ຄູ-ອາຈານ ພາຍໃນໂຮງຮຽນ ເຂົ້າຮ່ວມ.

    ການເຜີຍແຜ່ເນື້ອໃນເອກະສານ 2 ວາລະແຫ່ງຊາດຄັ້ງນີ້ ແມ່ນປະຕິບັດຕາມຄຳສັ່ງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານບັນຫາຢາເສບຕິດ. 

    ໂອກາດດັ່ງກ່າວ ສະຫາຍ ອຸດົມສິນ ສີຊານົນ ໄດ້ຍົກໃຫ້ຮູ້ວ່າ: ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ການເງິນ ຂອງປະເທດເຮົາໃນຊຸມປີຜ່ານມາ ແລະ ໃນປັດຈຸບັນ ແມ່ນຍັງຢູ່ໃນສະພາບບອບບາງຫຼາຍ ພ້ອມຍົກໃຫ້ຮູ້ຫຼາຍສາເຫດບັນຫາ ທີ່ເຮັດໃຫ້ສະພາບເສດຖະກິດການເງີນຂອງຊາດທີ່ມີຄວາມຫຍຸ້ງຍາກມາຫຼາຍປີ ແລະ ນັບມື້ນັບມີຄວາມເຄັ່ງຮ້ອນຂື້ນເລື້ອຍໆ ເຊີ່ງບໍ່ອາດສົ່ງຜົນກະທົບຮຸນແຮງໂດຍກົງຕໍ່ເສດຖະກິດມະຫາພາກ ຫາກຍັງອາດເຮັດໃຫ້ຄວາມເຊື່ອໝັ້ນຂອງປະຊາຊົນເຮົາຕໍ່ການນຳພາພັກ ແລະ ການຄຸ້ມຄອງຂອງລັດນັບມື້ນັບຫຼຸດລົງ ຕໍ່ສະພາບບັນຫາດັ່ງກ່າວ ພັກ-ລັດ ເພີ່ມທະວີການນຳພາ ຍົກລະດັບການແກ້ໄຂບັນຫາຢ່າງຮີບດ່ວນ ໂດຍກຳນົດເອົາມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານບັນຫາຢາເສບຕິດ ເປັນ 2 ວາລະແຫ່ງຊາດ ເປັນຍຸດທະສາດຂອງພັກ-ລັດ ເປັນການສ້າງກົນໄກປະຕິບັດທີ່ມີການປະສົມກົມກຽວ ລະຫວ່າງວິທີປົກກະຕິທີ່ມີຢູ່ ກັບວິທີ ແລະ ມາດຕະການພິເສດ ເພື່ອຂັບເຄື່ອນການແກ້ໄຂບັນຫາຫຍຸ້ງຍາກດ້ານເສດຖະກິດການເງິນທີ່ມີທ່າອ່ຽງ ແລະ ຄວາມສ່ຽງອາດຕົກເຂົ້າສູ່ວິກິດການໃຫ້ຜ່ອນຄາຍລົງ.

    ຕໍ່ກັບການປະຕິບັດມາດຕະການ 2 ວາລະແຫ່ງຊາດດັ່ງກ່າວ ຂະແໜງການສຶກສາແຂວງອັດຕະປື ເວົ້າລວມ ເວົ້າສະເພາະ ຢູ່ໂຮງຮຽນ ມ.ສ ໂພນງາມ ສະຫາຍ ອຸດົມສິນ ສີຊານົນ ໄດ້ເນັ້ນໃຫ້ຖັນແຖວພະນັກງານ ສະມາຊິກພັກ ຄູ-ອາຈານ ໂຮງຮຽນ ມ.ສ ໂພນງາມ ເປັນເຈົ້າການໃນການຈັດຕັ້ງປະຕິບັດມາດຕະການ 2 ວາລະແຫ່ງຊາດດັ່ງກ່າວໃຫ້ເປັນຮູບປະທຳ ຕາມແນວທາງການເມືອງຂອງພັກ ໂດຍຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງພວກທີ່ສວຍໃຊ້ການແກ້ໄຂຄວາມຫຍ້ງຍາກດ້ານເສດຖະກິດ ການເງິນ ເພື່ອມ້າງເພທໍາລາຍຄວາມສາມັກຄີພາຍໃນ ແລະ ຊໍ້າເຕີມບັນຫາໃຫ້ໜັກໜ່ວງກ່ວາເກົ່າ ມີສະຕິສູງໃນການດຳລົງຊີວິດທີ່ປອດໃສ ຂາວສາອາດ ບໍ່ຫຍຸ້ງກ່ຽວກັບບັນຫາຢາເສບຕິດ ຫ້າວຫັນສ້າງເສດຖະກິດຄອບຄົວໃຫ້ມີຄວາມເເຂັ້ມແຂງ ຕາມແນວທາງນະໂຍບາຍຂອງພັກ-ລັດໄດ້ວາງອອກຢ່າງຖືກຕ້ອງ ພ້ອມທັງປະກອບສ່ວນເສຍພັນທະຕ່າງໆ ເຂົ້າງົບປະມານຂອງລັດ ທີ່ມີໃນລະບຽບກົດໝາຍ ພ້ອມນີ້ ພະນັກງານສະມາຊິກພັກ ຄູ-ອາຈານ ຕ້ອງໄດ້ສຶບຕໍ່ ຜັນຂະຫຍາຍເນື້ອໃນ 2 ວາລະແຫ່ງຊາດ ສຶກສາອົບຮົມແນວຄິດ ປູກຈິດສຳນຶກໃຫ້ກັບນັກຮຽນໃນໂຮງຮຽນໃຫ້ການເປັນຄົນດີ ການເປັນກ້ອນກຳລັງແຮງຂອງຊາດ ໃນການຂັບເຄື່ອນເສດຖະກິດຂອງຊາດໃຫ້ມີຄວາມເຂັ້ມແຂງ ສັງຄົມມີຄວາມສີວິໄລໃນຕໍ່ໜ້າ ຕາມແນວທາງຂອງພັກ ແລະ ລັດຖະບານທີ່ໄດ້ວາງອອກໃຫ້ປາກົດຜົນເປັນຈິງ.

error: Content is protected !!