ຫາລືແຜນບູລິມະສິດການພັດທະນາຂະແໜງການຄ້າ-ພາກເອກະຊົນກາງສະໄໝ

    ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງ ການຄ້າ ແລະ ພາກເອກະຊົນ ຄັ້ງທີ 18 (the 18th Trade and Private Sector Working Group Meeting) ຂຶ້ນໃນວັນທີ 10 ພະຈິກ 2021 ຢູ່ໂຮງແຮມຄລາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍນໍາໃຊ້ລະບົບກອງປະຊຸມທາງໄກ ພ້ອມກັບກອງປະຊຸມໃນໂຮງແຮມ ໂດຍມີທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານນາງ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ເປັນຜູ້ອໍານວຍຄວາມສະດວກລະຫວ່າງບັນດາຜູ້ໃຫ້ທຶນ ພາຍໃຕ້ໂຄງການເຊື່ອມໂຍງເຂົ້າສາກົນດ້ານການຄ້າ (EIF) ແລະ ທ່ານ ພໍ ແຄນລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ມີຜູ້ຕາງໜ້າຫຼາຍກວ່າ 150 ທ່ານຈາກກະຊວງ ກົມກອງ ແລະ ພະແນກຕ່າງໆ ສະຖານທູດ ອົງການຈັດຕັ້ງສາກົນ ບັນດາຄູ່ຮ່ວມພັດທະນາ ຜູ້ຕາງໜ້າຈາກພາກເອກະຊົນ ແລະ ສະມາຄົມຕ່າງໆ. 

    ກອງປະຊຸມດັ່ງກ່າວ ແມ່ນເພື່ອປຶກສາຫາລືກ່ຽວກັບຜົນການສຶກສາ ແລະ ຂໍ້ສະເໜີແນະຈາກບົດສຶກສາກ່ຽວກັບສະພາບການພັດທະນາເສດຖະກິດໂດຍລວມຂອງ ສປປ ລາວ ແລະ ຮ່າງສະບັບປັບປຸງບົດວິໄຈການເຊື່ອມໂຍງເຂົ້າສາກົນດ້ານການຄ້າ ຖອດຖອນບົດຮຽນ ແລະ ປະສົບການຕົວຈິງຈາກໜ່ວຍງານທີ່ເຮັດວຽກຮ່ວມກັບໜ່ວຍງານພາກເອກະຊົນໂດຍກົງ ການສະໜັບສະໜູນການຟື້ນຕົວຂອງທຸລະກິດໂດຍຜ່ານການຈັດຕັ້ງປະຕິບັດທຶນສົມທົບ ເພື່ອສົ່ງເສີມທຸລະກິດໄລຍະ 2 ພາຍໃຕ້ໂຄງການສົ່ງເສີມຄວາມສາ ມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ ແລະ ການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນ ສປປ ລາວ ໂດຍຜ່ານກອງປະຊຸມທຸລະກິດ.

    ທ່ານ ຄໍາແພງ ໄຊສົມແພງ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການປັບປຸງສະພາບແວດລ້ອມ ການດໍາເນີນທລຸະກິດ ເພື່ອອໍານວຍຄວາມສະດວກໃນການສະໜັບສະໜູນການຟື້ນຟູເສດຖະກິດ ຫຼັງຈາກການລະບາດຂອງໂຄວິດ-19 ດັ່ງທີ່ພວກເຮົາຮັບຊາບນຳກັນວ່າ ໃນພາກຕົວຈິງຂອງການຈັດຕັ້ງປະຕິບັດບັນດານະໂຍບາຍໄດ້ສະແດງໃຫ້ເຫັນວ່າ ບັນດານະໂຍບາຍໃນການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນຂອງພວກເຮົາ ໃນຕົວຈິງແລ້ວ ບໍ່ສາມາດຈັດຕັ້ງປະຕິວັດໄດ້ທັງໝົດຕາມເປົ້າໝາຍ ແລະ ຕາມຄາດໝາຍທີ່ຕັ້ງໄວ້ ຄວາມບໍ່ສອດຄ່ອງຂອງນະໂຍບາຍ ແລະ ການຈັດຕັ້ງປະຕິບັດຕົວຈິງ ແມ່ນຂຶ້ນກັບຫຼາຍປັດໄຈ ເຊັ່ນ: ການອອກແບບນະໂຍບາຍທີ່ອາດຈະບໍ່ເໝາະສົມ ຂາດກົນໄກການຈັດຕັ້ງປະຕິບັດທີ່ມີປະສິດທິພາບ ຫຼື ຂາດຊັບພະຍາກອນມະນຸດ ແລະ ງົບປະມານ ເປັນຕົ້ນ ເຖິງຢ່າງໃດກໍຕາມ ຫຼາຍໆ ທ່ານກໍຄົງຈະຮັບຊາບແລ້ວວ່າ ການປັບປຸງບັນດານະໂຍບາຍໃນປັດຈຸບັນ ໄດ້ສະແດງອອກເຖິງຄວາມຄືບໜ້າໃນການປັບປຸງສະພາບແວດລ້ອມທີ່ອຳນວຍໃຫ້ກັບການດຳເນີນທຸລະກິດ ແລະ ການຄ້າ ແຕ່ໃນທາງປະຕິບັດຕົວຈິງ ກໍຍັງພົບຄວາມຫຍຸ້ງຍາກຫຼາຍດ້ານຢູ່ ສະນັ້ນ ໂດຍຖອດຖອນຈາກບົດຮຽນດັ່ງກ່າວ ເຫັນວ່າ ການປັບປຸງບັນຍາກາດການລົງທຶນ ຍາມໃດກໍບໍ່ຈຳເປັນຕ້ອງສຸມໃສການປັບປຸງ ຫຼື ສ້າງນິຕິກຳໃໝ່ ແຕ່ຄວນສຸມໃສ່ຂອດການຈັດຕັ້ງປະຕິບັດທີ່ດີ ແລະ ມີປະສິດທິພາບ. 

..# ຂ່າວ – ພາບ :  ສີພອນ

error: Content is protected !!