ລມຕ ກະຊວງ ຍທ ສະເໜີພິຈາລະນາ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ (ສະບັບສ້າງໃໝ່)

    ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 10 ພະຈິກ 2021 ຢູ່ຫໍປະຊຸມສະພາແຫ່ງຊາດ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ (ສະບັບສ້າງໃໝ່) ເປັນປະທານຂອງທ່ານ ສົມ ມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ມີທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ບັນດາ ສສຊ ທົ່ວປະເທດເຂົ້າຮ່ວມ. 

    ທ່ານ ວຽງສະຫວັດ ສີພັນດອນ ກ່າວວ່າ: ວຽກງານຄຸ້ມຄອງຍານພາຫະນະທາງບົກ ເປັນວຽກງານໜຶ່ງທີ່ສຳຄັນ ໃນການຄຸ້ມຄອງດ້ານມາດຕະຖານເຕັກນິກການນຳເຂົ້າ ຜະລິດ ປະກອບ ຂຶ້ນທະບຽນ ນຳໃຊ້ຍານພາຫະນະທາງບົກ ເພື່ອຮັບປະກັນໃຫ້ມີຄວາມສະດວກ ປອດໄພ ເປັນມິດຕໍ່ສິ່ງແວດລ້ອມ ສອດຄ່ອງຕາມກົດໝາຍ ແລະ ລະບຽບການກຳນົດ ປັດຈຸບັນ ການເພີ່ມຂຶ້ນຂອງຍານພາຫະນະທາງບົກ ໃນແຕ່ລະປີ ສະເລ່ຍ 10-12% ສະຖິຕິການຂຶ້ນທະບຽນສະສົມທົ່ວປະເທ ດຮອດເດືອນ 6 ປີ 2021 ມີຈຳນວນ 2.393.993 ຄັນ ແຕ່ເຖິງຢ່າງໃດກໍຕາມ ໃນໄລຍະຜ່ານມາ ການຄຸ້ມຄອງຍານພາຫະນະທາງບົກຍັງບໍ່ທັນຮັດກຸມ ລວມສູນ ແລະ ຍັງມີຊ່ອງຫວ່າງ ເຮັດໃຫ້ລັດເສຍຜົນປະໂຫຍດທີ່ຈະໄດ້ຮັບຈາກຍານພາຫະນະເປັນຈຳນວນຫຼວງຫຼາຍ. 

    ໃນດ້ານການຄຸ້ມຄອງວຽກງານດັ່ງກ່າວ ຜ່ານມາ ກະຊວງໂຍທາທິການ ແລະ ຂົນສົ່ງ ມີ 3 ກົດໝາຍທີ່ກ່ຽວຂ້ອງຄື:ກົດໝາຍວ່າດ້ວຍການຈະລາຈອນທາງບົກ ກົດໝາຍວ່າດ້ວຍການຂົນສົ່ງທາງບົກ ແລະ ກົດໝາຍວ່າດ້ວຍການຂົນສົ່ງຫຼາຍຮູບແບບ ແຕ່ກົດໝາຍທັງ 3 ສະບັບ ຍັງບໍ່ທັນກວມລວມ ແລະ ເຈາະຈົງ ກ່ຽວກັບການຄຸ້ມຄອງວຽກງານຍານພາຫະນະທາງບົກ ນິຕິກຳທີ່ນຳໃຊ້ເຂົ້າໃນການຄຸ້ມຄອງຍັງບໍ່ທັນຄົບຖ້ວນ ແລະ ມີປະສິດທິຜົນດີເທົ່າທີ່ຄວນ. ສຳລັບຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກສະບັບນີ້ ປະກອບມີ 13 ພາກ 12 ໝວດ ແລະ 91 ມາດຕາ.

..# ຂ່າວ – ພາບ :  ຊິລິການດາ

error: Content is protected !!