ຖວທ ຮຽກຮ້ອງໃຫ້ທຸລະກິດທີ່ໄດ້ຮັບອະນຸຍາດເປີດບໍລິການ ປະຕິບັດຕາມແຈ້ງການເລກທີ 143/ຖວທ ຢ່າງເຂັ້ມງວດ

    ໂດຍອີງແຈ້ງການເລກທີ 143/ຖວທ ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໄລຍະວັນທີ 4-17 ພຶດສະພາ 2020 ເຊິ່ງເນື້ອໃນແຈ້ງການດັ່ງກ່າວ ມັນໄດ້ຕິດພັນກັບຂົງເຂດຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ດັ່ງນັ້ນ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ) ຈະໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນແຈ້ງການດັ່ງກ່າວໃຫ້ທົ່ວເຖິງບັນດາຜູ້ປະກອບການທຸລະກິດ ກໍຄືຊາວຄ້າຂາຍຢູ່ໃນສັງຄົມ ໄດ້ເຂົ້າໃຈເພີ່ມຕື່ມ ເພື່ອເຮັດໃຫ້ແຈ້ງການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

    ທ່ານ ຄໍາຄູນ ໃບລາຕຣີ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 5 ພຶດສະພາ 2020 ວ່າ: ແຈ້ງການເລກທີ 143/ຖວທ ໃນຂໍ້ 5 ໄດ້ອະນຸຍາດໃຫ້ໂຮງແຮມ ຣີສອດ ຮ້ານອາຫານ ຮ້ານກາເຟ ຮ້ານຕັດຜົມ ແລະ ຮ້ານເສີມສວຍ ເປີດບໍລິການ ແຕ່ຕ້ອງປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດເຊື້ອພະຍາດໂຄວິດ-19 ວາງອອກຢ່າງເຂັ້ມງວດ ໂດຍຜູ້ປະກອບການຕ້ອງວັດແທກອຸນຫະພູມພະນັກງານກ່ອນເຂົ້າເຮັດວຽກ ຖ້າພົບວ່າມີອຸນຫະພູມສູງກວ່າ 37,5 ອົງສາ ໃຫ້ໂທຫາສາຍດ່ວນ 165 ຫຼື 166 ເພື່ອຂໍຄໍາປຶກສາ ຕ້ອງໃຫ້ຂໍ້ມູນ ຄວາມຮູ້ ແລະ ຄໍາແນະນໍາກ່ຽວກັບການປ້ອງກັນ ໂດຍໃຫ້ການແນະນໍາການລ້າງມືທີ່ຖືກວິທີ ວິທີການປ້ອງກັນຕົນເອງແກ່ຜູ້ມາໃຊ້ບໍລິການ ຈັດອ່າງລ້າງມືພ້ອມດ້ວຍສະບູ່ ເຈວລ້າງມື ຫຼືເຫຼົ້າ 70% ຂຶ້ນໄປ ສໍາລັບຂ້າເຊື້ອໄວ້ທາງປະຕູເຂົ້າຮ້ານ ຫ້ອງນໍ້າ ແລະ ບໍລິເວນໂຕະຈ່າຍເງິນ ພ້ອມນັ້ນ ໃຫ້ອະນາໄມອຸປະກອນເຄື່ອງໃຊ້ຕ່າງໆດ້ວຍນໍ້າຢາຂ້າເຊື້ອຫຼັງໃຊ້ງານທຸກຄັ້ງ ສໍາລັບຜູ້ທີ່ມາໃຊ້ບໍລິການ ທຸກຄົນທີ່ເຂົ້າມາໃນຮ້ານຕ້ອງໄດ້ຮັບການແທກອຸນຫະພູມ ຖ້າພົບວ່າມີອຸນຫະພູມສູງກວ່າ 37,5 ອົງສາ ແມ່ນບໍ່ອະນຸຍາດໃຫ້ເຂົ້າຮ້ານ ຕ້ອງລ້າງມືດ້ວຍສະບູ ຫຼື ເຈວລ້າງມື ຫຼື ເຫຼົ້າສໍາລັບຂ້າເຊື້ອທີ່ຮ້ານກະກຽມໄວ້ກ່ອນເຂົ້າ ແລະ ອອກຈາກຮ້ານ ພ້ອມທັງໃສຜ້າອັດປາກ-ອັດດັງ ຕ້ອງຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດຂຶ້ນໄປ ແລະ ມີມາລະຍາດໃນການໄອ-ຈາມ ຖິ້ມຂີ້ເຫຍື້ອຕາມບ່ອນທີ່ຮ້ານກໍານົດໄວ້ ນອກນີ້ ສະຖານທີ່ຕ້ອງໃຫ້ມີອາກາດຖ່າຍເທສະດວກ ແລະ ອະນາໄມດ້ວຍນໍ້າຢາຂ້າເຊື້ອໂຊດຽມຮາຍໂປຣກຣໍຣິດ 0,1% ນໍ້າແຟັບ ໄຮເຕີ້ ຫຼື ເຫຼົ້າ 90% ຂຶ້ນໄປ ແລະ ອື່ນໆ.

    ນອກນີ້ ສືບຕໍ່ປິດບັນດາກິດຈະການຮ້ານບັນເທິງ ຮ້ານເຫຼົ້າ-ເບຍ ໂຮງຮູບເງົາ ຮ້ານຄາຣາໂອເກະ ຮ້ານບໍລິການນວດ-ສະປາທຸກປະເພດ ກາຊິໂນ ຮ້ານເກມ ແລະ ງານປະເພນີ ງານດອງທີ່ມີການເຕົ້າໂຮມຄົນຈໍານວນຫຼາຍ ຍົກເວັ້ນງານຊາປະນະກິດສົບ ແຕ່ຕ້ອງປະຕິບັດຕາມບົດແນະນໍາຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ວາງອອກຢ່າງເຂັ້ມງວດ  ພະແນກໄດ້ມີຄະນະກໍາມະການສະເພາະກິດລົງເຄື່ອນໄຫວຕິດຕາມກວດກາ ແນະນໍາ ຕັກເຕືອນກັບບັນດາທຸລະກິດທີ່ເປີດໃຫ້ບໍລິການ ແລະ ບັນດາຫົວໜ່ວຍທຸລະກິດທີ່ຍັງບໍ່ທັນອະນຸຍາດໃຫ້ເປີດບໍລິການ ໂດຍສົມທົບກັບ ຖວທ ເມືອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຖ້າຫາກພົບເຫັນຫົວໜ່ວທຸລະກິດໃດບໍ່ປະຕິບັດຕາມແຈ້ງການດັ່ງກ່າວ ແມ່ນຈະໄດ້ມີການແນະນໍາເຮັດບົດບັນທຶກຕັກເຕືອນ ພ້ອມນັ້ນ ພະແນກຍັງຈະໄດ້ອອກແຈ້ງການເພີ່ມເຕີມກ່ຽວກັບການຜັນຂະຫຍາຍແຈ້ງການເລກທີ 143/ຖວທ ໃຫ້ເປັນອັນລະອຽດຕື່ມອີກ.

    ໂອກາດນີ້ທ່ານ ຄໍາຄູນ ໃບລາຕຣີ ກ່າວຕື່ມອີກວ່າ: ໃນນາມພະແນກ ຖວທ ນວ ຂໍຮຽກຮ້ອງໃຫ້ຜູ້ປະກອບການທຸລະກິດກໍຄືມວນຊົນຕ້ອງເອົາໃຈໃສ່ປະຕິບັດຕາມຄໍາແນະນໍາຕ່າງໆຂອງທາງຄະນະກໍາມະການສະເພາະກິດ ກໍຄືແຈ້ງການທີ່ກ່ຽວຂ້ອງວາງອອກ ເພື່ອເຮັດໃຫ້ການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຫຼຸດຜ່ອນລົງ ກ້າວໄປບ່ອນວ່າບໍ່ໃຫ້ມີຜູ້ຕິດເຊື້ອ ພ້ອມນັ້ນໃຫ້ທຸກຄົນໄດ້ມີສ່ວນຮ່ວມ ແລະ ເຂົ້າໃຈບັນຫານໍາກັນ ໃຫ້ທຸກພາກສ່ວນໃຫ້ການຮ່ວມມືດ້ວຍຄວາມຮັບຜິດຊອບສູງ ປະຕິບັດຕາມແຈ້ງການຕ່າງໆຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!