ກອງປະຊຸມລິເລີ່ມການປະຕິບັດບົດລາຍງານການວິໄຈເສັ້ນທາງສູ່ລະບົບສະບຽງອາຫານທີ່ຍືນຍົງ

    ກະຊວງກະສິກຳ ແລະ ປ່າໄມ້ ອົງການອາຫານ ແລະ ການກະເສດ (FAO) ແລະ ອົງການສະຫະປະຊາຊາດປະຈຳ ລາວ (UN) ໄດ້ຮ່ວມຈັດກອງປະຊຸມການລິເລີ່່ມການຈັດຕັ້ງປະຕິບັດບົດລາຍງານການວິໄຈເສັ້ນທາງສູ່ລະບົບສະບຽງອາຫານທີ່ຍືນຍົງ ຂອງ ສປປ ລາວ ວັນທີ 9 ພະຈິກ 2021 ເຊິ່ງບົດລາຍງານດັ່ງກ່າວ ໄດ້ນຳເອົາເນື້ອໃນຜົນການຈັດກອງປະຊຸມລະດັບຊາດໃນ ສປປ ລາວ ທີ່ຈັດຂຶ້ນໃນເດືອນມິຖຸນາ 2021 ແລະ ບົດລາຍງານນີ້ ໄດ້ຖືກຮ່າງຂຶ້ນບົນພື້ນຖານຄວາມຄວາມພະຍາຍາມ ແລະ ຄຳໝັ້ນສັນຍາຮ່ວມກັນລະຫວ່າງລັດຖະບານລາວ ບັນດາຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງໃນທຸກຂັ້ນທີ່ມີໜ້າທີ່ພົວພັນກັບລະບົບສະບຽງອາຫານຂອງປະເທດ ເພື່ອການບັນລຸວຽກງານການພັດທະນາລະບົບສະບຽງອາຫານໂດຍລວມ ກຳນົດກາລະໂອກາດທີ່ສະເພາະເຈາະຈົງ ບັນດາສິ່ງທ້າທາຍຕ່າງໆ ປຶກສາຫາລືການເຮັດວຽກຮ່ວມກັນ ແລະ ຜົນໄດ້ຜົນເສຍລະຫວ່າງ ຄວາມແຕກຕ່າງໃນບັນດາຫົວຂໍ້ ແລະ ອົງປະກອບຂອງລະບົບສະບຽງອາຫານ ເພື່ອແນໃສ່ໃນການກຳນົດເສັ້ນທາງສູ່ລະບົບສະບຽງອາຫານທີ່ຍືນຍົງໃຫ້ຫຼາຍຂຶ້ນໃນ ສປປ ລາວ.

      ກອງປະຊຸມ ທ່ານ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ເມື່ອພິຈາລະນາເຖິງລະບົບສະບຽງອາຫານທີ່ຍືນຍົງແລ້ວ ຖືວ່າແມ່ນເປັນໜຶ່ງໃນເປົ້າໝາຍຫຼັກຂອງການພັດທະນາໃນ ສປປ ລາວ ພ້ອມນັ້ນ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການເຮັດວຽກຮ່ວມກັນ ເພື່ອຜັນຂະຫຍາຍຄຳໝັ້ນສັນຍາຮ່ວມກັນໄປສູ່ການຈັດຕັ້ງປະຕິບັດຕົວຈິງ ທີ່ຈະສາມາດສ້າງຜົນປະໂຫຍດທີ່ດີໃຫ້ແກ່ປະຊາຊົນລາວທົ່ວປະເທດ ສະນັ້ນ ຈຶ່ງຮຽກຮ້ອງໃຫ້ມີການຈັດຕັ້ງປະຕິບັດຮ່ວມກັນກັບບັນດາພາກສ່ວນທີ່ກ່ຽວຂ້ອງ ຕໍ່ວຽກງານລະບົບສະບຽງອາຫານທີ່ຍືນຍົງພາຍໃນປະເທດ.

    ໃນຕໍ່ໜ້າ ກະຊວງກະສິກຳ ແລະ ປ່າໄມ້ ຈະໄດ້ສ້າງໜ່ວຍງານຫຼັກ ເຊິ່ງປະກອບມີ ບັນດາກະຊວງ ຂະແໜງ ການທີ່ກ່ຽວຂ້ອງ ແລະ ໜ່ວຍງານຈາກອົງການສະຫະປະຊາຊາດ ທີ່ຈະໄດ້ນໍາພາການຈັດຕັ້ງປະຕິບັດວຽກລະບົບສະບຽງອາຫານ ພາຍໃຕ້ພື້ນຖານທີ່ກວ້າງຂວາງ ແລະ ການປຶກສາຫາລືທີ່ເປັນຂະບວນການ ໜ່ວຍງານຫຼັກດັ່ງກ່າວ ຈະພັດທະນາແຜນການຈັດຕັ້ງປະຕິບັດລະດັບຊາດ ພ້ອມດ້ວຍການລິເລີ່ມທີ່ເປັນອັນສະເພາະ ເພື່ອປະກອບສ່ວນເຂົ້າໃນວຽກງານລະບົບສະບຽງອາຫານທີ່ຍືນຍົງໃນ ສປປ ລາວ.

    ຜົນຂອງກອງປະຊຸມຄັ້ງນີ້ ຈະນຳໄປປະກອບເຂົ້າໃນກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ເຊິ່ງຈະຈັດຂຶ້ນໃນວັນທີ 17 ພະຈິກ 2021 ໃນແຕ່ລະປີ ກອງປະຊຸມໂຕະມົນຈະມີການນຳສະເໜີໂອກາດທີ່ສຳຄັນ ສຳລັບຂະແໜງ ການທີ່ກ່ຽວຂ້ອງໃນຂົງເຂດການພັດທະນາໃນ ສປປ ລາວ ເພື່ອມາຮ່ວມປຶກສາຫາລື ແລະ ເຮັດວຽກຮ່ວມກັນໃນການນຳສະເໜີບັນດາສິ່ງທ້າທາຍວຽກງານຕ່າງໆໃນການພັດທະນາຂອງ ສປປລາວ.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!