ຜົນສຳເລັດການພິຈາລະນາວຽກງານຂອງສະພາແຫ່ງຊາດ

    ວັນທີ 9 ພະຈິກ 2021 ທີ່ສະພາແຫ່ງຊາດ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງກ່ຽວກັບຜົນສຳເລັດການພິຈາລະນາວຽກງານຂອງສະພາແຫ່ງຊາດ  ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ໃນວາລະການພິຈາລະນາຮັບຮອງເອົາບົດລາຍງານການເຄື່ອນໄຫວຽກງານປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ຂອງສະພາແຫ່ງຊາດ ຊຶ່ງໄດ້ດໍາເນີນແຕ່ວັນທີ 8-9 ພະຈິກ 2021 ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້.

    ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ໃນປີ 2021 ໄດ້​ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແຕ່ດ້ວຍຄວາມພະຍາຍາມຂອງຄະນະປະຈຳສະພາແຫ່ງຊາດ ແລະ ການນໍາຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ແລະ ສະພາປະຊາຊົນຂັ້ນແຂວງ ເຮັດໃຫ້ໄດ້ມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ສາມາດສັງລວມໄດ້ ດັ່ງນີ້: ການຈັດຕັ້ງປະຕິບັດພາລະບົດບາດດ້ານນິຕິບັນຍັດ ສາມາດສ້າງ ແລະ ປັບປຸງກົດໝາຍໄດ້ 13 ສະບັບ ຈັດຕັ້ງການສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ໄດ້ດໍາເນີນໄປຢ່າງຄຶກຄື້ນ ສົມກຽດ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ​ເປັນການໂຄສະນາເຜີຍແຜ່ມູນເຊື້ອໃນການນໍາພາຂອງພັກ ໃນການສ້າງລັດປະຊາທິປະໄຕປະຊາຊົນ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ ການຈັດຕັ້ງປະຕິບັດພາລະບົດບາດ ດ້ານຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ພວກເຮົາໄດ້ດໍາເນີນກອງປະຊຸມສະພາແຫ່ງຊາດ ປະຈໍາປີ 2021 ຕາມກົດໝາຍກໍານົດ ອັນພົ້ນເດັ່ນແມ່ນສະພາແຫ່ງຊາດ ຊຸດທີ IX ເຄື່ອນໄຫວປະຕິບັດໜ້າທີ່ມາໄດ້ພຽງ 4 ເດືອນ ພວກເຮົາໄດ້ດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງເອົາວາລະແຫ່ງຊາດ 2 ສະບັບ ຊຶ່ງເປັນບັນຫາສໍາຄັນພື້ນຖານຂອງປະເທດຊາດ ທີ່ມີຄວາມເຄັ່ງຮ້ອນ ແລະ ຮີບດ່ວນ ນັ້ນຄືການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເ​ງິນ ແລະ ການແກ້ໄຂບັນຫາຢາເສບຕິດ.

     ທ່ານກ່າວ​ອີກວ່າ: ເຖິງແມ່ນການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ການເຄື່ອນໄຫວຕິດຕາມກວດກາກໍຕາມ ແຕ່ໃນປີ 2021 ສະພາແຫ່ງຊາດ ຊຸດທີ IX ເຄື່ອນໄຫວຕິດຕາມກວດກາໂດຍຜ່ານການດໍາເນີນກອງປະຊຸມຮ່ວມ ລະຫວ່າງຄະນະປະຈໍາສະພາແຫ່ງຊາດກັບພາກສ່ວນຕ່າງໆ ເພື່ອຮັບຟັງການລາຍງານກ່ຽວກັບບັນຫາທີ່ພົ້ນເດັ່ນ ແລະ ສັງຄົມມີຄວາມສົນໃຈຫຼາຍ ຄະນະປະຈໍາສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມຮ່ວມກັບລັດຖະບານ ກອງປະຊຸມຮ່ວມກັບອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ກອງປະຊຸມຮ່ວມກັບສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ກອງປະຊຸມຮ່ວມກັບສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ກໍໄດ້ດໍາເນີນໃຫ້ສອດຄ່ອງກັບສະພາບແວດລ້ອມໃໝ່ ໂດຍໄດ້ເຄື່ອນໄຫວເປັນປົກກະຕິ ທັງການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນຮູບແບບກອງປະຊຸມທາງໄກ ແລະ ປົກກະຕິ. 

    ສໍາລັບ 2022 ສະພາແຫ່ງຊາດ ຈະຕ້ອງໄດ້ບຸກທະລຸຢ່າງຮອບດ້ານ ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ ໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດ ໄດ້ວາງແຜນການປະຕິບັດພາລະບົດບາດດ້ານນິຕິບັນຍັດ ໃນປີ 2022 ພວກເຮົາໄດ້ວາງແຜນການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 30 ສະບັບ ໃນນີ້ ມີກົດໝາຍສ້າງໃໝ່ 12 ສະບັບ ແລະ ກົດໝາຍປັບປຸງ 18 ສະບັບ ຖືວ່າເປັນການວາງແຜນທີ່ຈະຕ້ອງໄດ້ບຸກບືນສົມຄວນ ຈຶ່ງຈະບັນລຸຕາມແຜນການໄດ້ ການປະຕິບັດພາລະບົດບາດດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ພວກເຮົາຈະໄດ້ກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ກົດໝາຍ ເປັນຕົ້ນແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແຜນເງິນຕາ ວຽກງານກວດກາແຫ່ງລັດ ວຽກງານກວດສອບແຫ່ງລັດ ວຽກງານຂອງສານປະຊາຊົນສູງສຸດ ວຽກງານອົງການໄອຍະການປະຊາຊົນສຸງສຸດ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ 2 ສະບັບ ແລະ ວຽກງານອື່ນຈໍານວນໜຶ່ງ ພ້ອມນັ້ນ ໃນໄລຍະທີ່ສະພາແຫ່ງຊາດບໍ່ໄດ້ດໍາເນີນກອງປະຊຸມຂອງຕົນ ຄະນະປະຈໍາສະພາແຫ່ງຊາດ ກໍຈະໄດ້ປະຕິດບັດໜ້າທີ່ແທນ ໃນການພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ເພື່ອເຮັດໃຫ້ການຄຸ້ມຄອງບໍລິຫານລັດດໍາເນີນໄປເປັນປົກກະຕິ. 

    ການປະຕິບັດພາລະບົດບາດດ້ານການຕິດຕາມກວດກາ ກໍໄດ້ກໍານົດບັນດາວຽກງານຈໍານວນໜຶ່ງ ໂດຍສະເພາະ ການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ ກົດໝາຍ ມະຕິກອງປະຊຸມສະພາແຫ່ງຊາດ ແລະ ວຽກງານອື່ນໆຈໍານວນໜຶ່ງ ການເຄື່ອນໄຫວວຽກງານການຕ່າງປະເທດ ການສ້າງຄວາມເຂັ້ມແຂງ ແລະ ວຽກງານອື່ນໆ ກໍໄດ້ມີການກໍານົດແຜນການຢ່າງລະອຽດແລ້ວ.

..# ຂ່າວ – ພາບ : ບຸນມີ

error: Content is protected !!