ມອບຖົງປັນນໍ້າໃຈໃຫ້ຄອບຄົວຫຍຸ້ງຍາກ ໄລຍະການລະບາດຂອງພະຍາດໂຄວິດ

    ວັນທີ 9 ພະຈິກ 2021 ທີ່ອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບຖົງປັນນໍ້າໃຈ ອົງການປົກຄອງນະຄອນຫຼວງວຽງຈັນ ຈໍານວນ 191 ຖົງ ຕາງໜ້າໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ມອບໂດຍທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ແລະ ຮັບແມ່ນທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ພ້ອມດ້ວຍຄະນະ ແລະ ອົງການຈັດຕັ້ງກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ດວງຕາ ສຸລິວົງ ກ່າວວ່າ: ເຄື່ອງຖົງປັນນໍ້າໃຈດັ່ງກ່າວ ທາງອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ລະດົມຈາກບໍລິສັດຕ່າງໆພາຍໃນນະຄອນຫຼວງວຽງຈັນ ເພື່ອມາໃຫ້ປະຊາຊົນຄອບຄົວຫຍຸ້ງຍາກ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ຢູ່ເມືອງຈັນທະບູລີ ພາຍຫຼັງໄດ້ຮັບເຄື່ອງແລ້ວ ອົງການປົກຄອງເມືອງຈັນທະບູລີ ກໍມອບໃຫ້ປະທານສະຫະພັນແມ່ຍິງເມືອງຈັນທະບູລີ ແລະ ຄະນະພັກ ຜູ້ຊີ້ນໍາວຽກງານຢູ່ແຕ່ລະບ້ານ ນໍາເອົາເຄື່ອງຈໍານວນດັ່ງກ່າວໄປມອບໃຫ້ປະຊາຊົນໃຫ້ທົ່ວເຖິງ ໂດຍມີພີທີເຊັນຮັບເຄື່ອງຈາກຄອບຄົວຄັກແນ່ ແລະ ເພື່ອຄວາມຖືກຕ້ອງຕາມຈໍານວນທີ່ກໍານົດໄວ້.

    ສໍາລັບບ້ານເປົ້າໝາຍທີ່ໄດ້ຮັບຖົງປັນນໍ້າໃຈ  ປະກອບມີ:  ບ້ານໂພນສະຫວ່າງ 15 ຄອບຄົວ  ໜອງທາເໜືອ 10 ຄອບຄົວ ດອນແດງ 13 ຄອບຄົວ ດົງປ່າແຫຼບ 30 ຄອບຄົວ ທົ່ງສ້າງນາງ 7 ຄອບຄົວ ໂພນຕ້ອງສະຫວາດ 31 ຄອບຄົວ ສະຫວ່າງ 16 ຄອບຄົວ ວັດຈັນ 8 ຄອບຄົວ ຊຽງຍືນ 13 ຄອບຄົວ ສີສະຫວາດ 28 ຄອບຄົວ ສີດໍາດວນ 7 ຄອບຄົວ ຂົວຫຼວງ 3 ຄອບຄົວ ແລະ ບ້ານທົ່ງຕູມອີກ 10 ຄອບຄົວ.

# ຂ່າວ & ພາບ :  ວຽງມາ

error: Content is protected !!