ຮອງເຈົ້າແຂວງໄຊສົມບູນ ລົງມອບອຸປະກອນການແພດຊຸກຍູ້ກອງປະຊຸມໃຫຍ່ອົງຄະນະພັກເມືອງຮົ່ມ

    ໃນຕອນແລງຂອງວັນທີ 4 ພຶດສະພາ 2020 ຜ່ານມານີ້ ທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງໄຊສົມບູນ ຫົວໜ້າຄະນະກໍາມະການສະເພາະກິດ ຄວບຄຸມພະຍາດໂຄວິດ-19 ແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ນໍາເອົາອຸປະກອນການແພດຈໍານວນໜຶ່ງ ຊື່ງປະກອບມີ: ຜ້າອັດປາກ ເຈວລ້າງມື ເຄື່ອງວັດແທກຄວາມດັນເລືອດ ແລະ ເຄື່ອງວັດແທກອຸນນະພູມ ໄປຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຮົ່ມ ທີ່ຈະຈັດຂື້ນໃນມໍ່ໆນີ້ ຢູ່ທີ່ສະໂມສອນຂອງເມືອງ ເຊິ່ງຕາງໜ້າອົງການປົກຄອງເມືອງຂື້ນຮັບໂດຍ ທ່ານ ຄໍາເພັດ ດວງມາລາ ຮັກສາການເຈົ້າເມືອງໆຮົ່ມ ພ້ອມດ້ວຍຮອງເຈົ້າເມືອງ ຫົວໜ້າຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ແດງ ປະທຸມທອງ ໄດ້ກ່າວໃຫ້ຮູ້ວ່າ ການນໍາເອົາອຸປະກອນການແພດມາມອບໃນຄັ້ງນີ້ ແມ່ນເພື່ອໃຫ້ເມືອງໄດ້ນໍາໃຊ້ເຂົ້າໃນການດໍາເນີນກອງປະຊຸມໃຫຍ່ຂອງຕົນ ເປັນຕົ້ນແມ່ນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍພະນັກງານແພດໝໍ ຕ້ອງເຂັ້ມງວດໃນການກວດແທກອຸນະພູນຢ່າງລະອຽດກ່ອນເຂົ້າຫ້ອງປະຊຸມ ພ້ອມດຽວກັນນັ້ນ ສະມາຊິກພັກທຸກທ່ານກໍຕ້ອງມີສະຕິເຝົ້າລະວັງຕົວ ໃນການປ້ອງກັນຕົນເອງ ກໍຄືການໃສ່ຜ້າອັດປາກ ແລະ ໃຊ້ເຈວລ້າງມື ໃຫ້ເປັນປົກກະຕິ ທັງນີ້ກໍເພື່ອຮັບປະກັນໃຫ້ກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຮົ່ມ ຄັ້ງ 1 ໄດ້ດໍາເນີນໄປດ້ວຍຄວາມພອດໄພ ແລະ ສາມາດປະສົບຜົນສໍາເລັດ.

# ຂ່າວ & ພາບ : ພາພອນ ນະວົງໄຊ

error: Content is protected !!