ໄຂກອງປະຊຸມໃຫຍ່ຄັ້ງທີ V ອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ

    ກອງປະຊຸມໃຫຍ່ຄັ້ງທີ V ອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ ຈັດຂຶ້ນວັນທີ 9 ພະຈິກ 2021 ທີ່ສູນເຝິກອົບຮົມ ແລະ ການຮ່ວມມືສາກົນ (ICTC) ເປັນປະທານຂອງສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໃຫ້ກຽດເຂົ້າຮ່ວມຂອງສະຫາຍນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຜູ້ຕາງໜ້າຈາກອົງຄະນະຈັດຕັ້ງສູນກາງພັກ ຫ້ອງວ່າການສູນກາງພັກ ກວດກາສູນກາງພັກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຫ້ອງວ່າການສໍານັກງານປະທານປະເທດ ກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ກະຊວງຍຸຕິທໍາ ສານປະຊາຊົນສູງສຸດ ກະຊວງປ້ອງກັນຄວາມສະຫງົບ ອະດີດການນໍາພະນັກງານອາວຸໂສບໍານານ ສະມາຊິກພັກທີ່ຂຶ້ນກັບອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ແລະ ຄະນະຕິດຕາມການດໍາເນີນກອງປະຊຸມໃຫຍ່ຈາກສູນກາງ ເຂົ້າຮ່ວມ.

    ກອງປະຊຸມ ໄດ້ຜ່ານຮ່າງລາຍງານການເມືອງ ແລະ ແຜນພັດທະນາວຽກງານໄອຍະການ  ຈາກນັ້ນ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກຊຸດເກົ່າ ຜ່ານມາດຖານເງື່ອນໄຂຜູ້ອອກສະໝັກຮັບເລືອກຕັ້ງຄະນະບໍລິຫານງານພັກຊຸດໃໝ່ ດໍາເນີນການປ່ອນບັດເລືອກຕັ້ງຄະນະລິຫານງານພັກຊຸດໃໝ່ ພິເສດ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍນາງ ປານີ ຢາທໍ່ຕູ້ ຕື່ມອີກ.

# ຂ່າວ & ພາບ :  ຂັນທະວີ  

error: Content is protected !!