ເລັ່ງອະນາໄມຫົວງານຊົນລະປະທານ ກຽມໃສ່ປູກເຂົ້ານາແຊງໃຫ້ໄດ້ 102.000 ເຮັກຕາ

     ຊົນລະປະທານ ແມ່ນຈັດເປັນປັດໄຈພື້ນຖານສຳຄັນຫຼາຍ ສຳລັບການຜະລິດກະສິກຳ ບໍ່ສະເພາະແຕ່ເຮັດນາ ລວມໄປເຖິງການປູກພືດຕ່າງໆ ເຊິ່ງປີນີ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີແຈ້ງການໃຫ້ຂະແໜງຊົນລະປະທານເອົາໃຈໃສ່ລະບົບຫົວງານ ແລະ ຄອງເໝືອງແຕ່ຫົວທີ ເພື່ອຮັບປະກັນການສະໜອງນ້ຳເຂົ້າສູ່ພື້ນທີ່ການຜະລິດໃຫ້ໄດ້ຕາມເນື້ອທີ່ແຜນການ.

    ກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ອອກຄຳສັ່ງເລກທີ 1373/ກປ ລົງວັນທີ 2 ພະຈິກ 2021 ເນັ້ນການສ້າງຂະບວນການອະນາໄມລະບົບຫົວງານ ແລະ ລະບົບຄອງເໝືອງຊົນລະປະທານ ເນື່ອງໃນໂອກາດວັນຊົນລະປະ ທານແຫ່ງຊາດ ວັນທີ 3 ພະຈິກ 2021.

    ທັງນີ້ກໍເພື່ອບັນລຸຄາດຫມາຍການສະຫນອງນໍ້າຮັບໃຊ້ການຜະລິດລະດູແລ້ງ ປີ 2021-2022 ນີ້ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ວາງຄາດຫມາຍສະຫນອງນໍ້າໃຫ້ແກ່ການປູກເຂົ້ານາແຊງໃຫ້ໄດ້ 102.000 ເຮັກຕາ ແນໃສ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ສົ່ງເສີມການຜະລິດເປັນສິນຄ້າ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ຕາມທິດຍືນຍົງ.

        ໃນນີ້ ແມ່ນໃຫ້ກົມຊົນລະປະທານ ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ເປັນເຈົ້າການ ສົມທົບພາກສ່ວນກ່ຽວຂ້ອງໃນຂັ້ນຂອງຕົນ ສືບຕໍ່ໂຄສະນາເຜີຍແຜ່ເນື້ອໃນຕົ້ນຕໍຂອງກົດຫມາຍວ່າດ້ວຍຊົນລະປະທານ ດ້ວຍຫຼາຍຮູບແບບ ຫຼາຍລະດັບ ແລະ ວິທີການແຕກຕ່າງກັນຕາມຈຸດພິເສດແຕ່ລະເປົ້າຫມາຍໂດຍຜ່ານສື່ຕ່າງໆ ແຈກຢາຍປື້ມກົດໝາຍ ສິ່ງພິມ ແລະ ວາລະສານວິຊາການຕ່າງໆໃຫ້ແກ່ພະນັກງານ ທະຫານ ຕໍາຫຼວດ ຜູ້ປະກອບການ ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ໂດຍຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວຽກງານຊົນລະປະທານ ຕໍ່ກັບວຽກງານການຜະລິດກະສິກໍາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ ເຂົ້າໃຈ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງເປັນເຈົ້າການ ຕາມທິດນໍາທີ່ວ່າ ” ພັກນໍາພາ ລັດຄຸ້ມຄອງ ປະຊາຊົນເປັນເຈົ້າ ”

        ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ຂໍທິດຊີ້ນໍາຈາກການນໍາແຂວງ ໂດຍມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປຸກລະດົມຂົນຂວາຍແຮງງານຊາວຫນຸ່ມ ນັກຮຽນນັກສຶກສາ ພໍ່ແມ່ປະຊາຊົນ ເພື່ອພ້ອມກັນຈັດຕັ້ງການຟື້ນຟູ-ສ້ອມແປງຊົນລະປະທານ ຕິດພັນກັບຂະບວນການອອກແຮງງານ (ວັນເສົາແດງ) ດ້ວຍການອະນາໄມຫົວງານ ລະບົບຄອງເໝືອງ ປະຕູນໍ້າ ແລະ ອາຄານຕ່າງໆຕາມຄອງເໝືອງຊົນລະປະທານ

        ກົມຊົນລະປະທານ ປະສານສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ສືບຕໍ່ຮີບຮ້ອນຊຸກຍູ້ ແລະ ເລັ່ງທວງຜູ້ຮັບເໝົາກໍ່ສ້າງສ້ອມແປງຊົນລະປະທານ ທີ່ໄດ້ເຊັນສັນຍາກັນໄປແລ້ວ ໃຫ້ປະຕິບັດໜ້າວຽກໃຫ້ສໍາເລັດ ຕາມກໍານົດເວລາ ພ້ອມທັງນໍາໃຊ້ມາດຕະການຕໍ່ຜູ້ລະເມີດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຊົນລະປະທານ ແລະ ສັນຍາຢ່າງເຂັ້ມງວດ

        ໃຫ້ພະແນກກະສິກໍາ ແລະ ປ່າໄມ້ຂັ້ນແຂວງ ສະເໜີຕໍ່ເຈົ້າແຂວງ ຊີ້ນໍາພາກສ່ວນກ່ຽວຂ້ອງເປີດໄຟຟ້າຊົນລະປະທານໃຫ້ທັນການ ຖືເອົາວັນຊົນລະປະທານ ວັນທີ 03 ພະຈິກ 2021 ເປັນມື້ເລີ່ມຕົ້ນເຮັດການຜະລິດລະດູນາແຊງຢ່າງເປັນທາງການ

        ສໍາລັບການຈັດພິທີເນື່ອງໃນໂອກາດວັນຊົນລະປະທານແຫ່ງຊາດນັບຕັ້ງແຕ່ວັນທີ 03-15 ພະຈິກ 2021 ນີ້ ແມ່ນຢູ່ໃນຊ່ວງໄລຍະການແຜ່ລະບາດຂອງພະຍາດ COVID-19 ທີ່ຍັງແຜ່ລະບາດໃນຂອບເຂດທົ່ວປະເທດ ການຈັດພິທີແມ່ນໃຫ້ອີງໃສ່ສະພາບເງື່ອນໄຂຂອງແຕ່ລະທ້ອງຖິ່ນ ແຕ່ຕ້ອງຮັບປະກັນໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຮັບປະກັນເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນສໍາຄັນ ບົນຈິດໃຈປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ ໃຫ້ຖືເອົາວັນດັ່ງກ່າວນີ້ເຜີຍແຜ່ຜົນສໍາເລັດຂອງຂະແໜງການໃນຊຸມປີຜ່ານມາ ພ້ອມທັງສະຫຼຸບ ແລະ ຖອດຖອນບົດຮຽນໄປພ້ອມ ແລະ ຮຽກຮ້ອງໃຫ້ຊາວກະສິກອນປະຕິບັດຕາມທິດນໍາທີ່ວ່າ: “ລັດ ແລະ ປະຊາຊົນພ້ອມກັນເຮັດ”

# ຂ່າວ & ພາບ :  ເພັດສະໝອນ  

error: Content is protected !!