ກອງປະຊຸມໃຫຍ່ຜູ້ແທນນັກຮົບເກົ່່າລາວທົ່ວປະເທດ ຄັ້ງທີ IV ໄຂຂື້ນຢ່າງເປັນທາງການ ວັນທີ 9 ພະຈິກ 2021 ຢູ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໂດຍເປັນປະທານຂອງສະຫາຍ ພົນຈັດຕະວາ ສົມພອນ ແກ້ວມີໄຊ ເລຂາຄະນະພັກ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໃຫ້ກຽດເຂົ້າ ຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູງກາງພັກ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍບັນດາສະຫາຍໃນຄະນະພັກ ແລະ ຜູ້ແທນສົມບູນເຂົ້າ ຮ່ວມ.

ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງລາຍງານການເມືອງທັງ 2 ພາກ ລວມທັງຜ່ານຮ່າງແຜນພັດທະນານັກຮົບ ເກົ່າ ກົດລະບຽບສະຫະພັນນັກຮົບເກົ່າລາວ ສະໄໝທີ IV ຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຜ່ານບົດສໍາຫຼວດຊີ້ນໍາ-ນໍາພາລວມຂອງຄະນະບໍລິຫານງານ ສນຫລ ສະໄໝທີ III ແລະ ດຳເນີນການປະກາດການແຕ່ງຕັ້ງຄະນະ ບໍລິຫານງານ ສນຫລ ຊຸດທີ IV ພ້ອມນີ້ ກອງປະຊຸມຍັງໄດ້ໃຫ້ກຽດຕ້ອນຮັບ ແລະ ຮັບຟັງການໂອ້ລົມຂອງສະ ຫາຍເລຂາທິການໃຫຍ່ຄະບໍລິຫານງານສູນກາງພັກ ປະທານປະເທດໃຫ້ກຽດປະດັບຫຼຽນໄຊແຮງງານຊັ້ນ 1 ໃຫ້ ສນຫລ ຊຸດເກົ່າ ເພື່ອສະແດງເຖິງຜົນງານຂອງຄະນະພັກໃນໄລຍະຜ່ານມາຕື່ມອີກ
# ຂ່າວ & ພາບ : ລັດເວລາ