ຮອງເຈົ້າຄອງ ໃຫ້ທິດຊີ້ນໍາເມືອງໄຊທານີ ໃຫ້ເພີ່ມທະວີວຽກງານປ້ອງກັນໂຄວິດ-19

    ກອງປະຊຸມຕີລາຄາ ຖອດຖອນບົດຮຽນການປະຕິບັດວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຂັ້ນບ້ານຢູ່ພາຍໃນເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 8 ພະຈິກ 2021 ທີ່ສະໂມສອນເມືອງດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ພ້ອມດ້ວຍຄະນະສະເພາະກິດໂຄວິດ-19 ຂັ້ນເມືອງ ແລະ ບ້ານເຂົ້່າຮ່ວມ.

    ທ່ານ ຄໍາພັນ ສຸລິຍະນັນ ຮອງເຈົ້າເມືອງ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ເມືອງໄຊທານີ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ຢູ່ເມືອງໄຊທານີ ຈາກນັ້ນ ບັນດາບ້ານ ແລະ ບັນດາພະແນກການ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດເຫັນກ່ຽວກັບການປະຕິບັດວຽກງານຕົວຈິງໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19ຕື່ມອີກ.

    ໂອກາດນີ້ທ່ານ ພູວົງ ວົງຄໍາຊາວ ໄດ້ໃຫ້ທິດຊີ້ນໍາ ໃຫ້ສຸມໃສ່ຜັນຂະຫຍາຍມະຕິ ຄໍາສັ່ງ ແລະ ແຈ້ງການຕ່າງໆຂອງຄະນະສະເພາະກິດວາງອອກໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງເມືອງໃຫ້ເກີດດອກອອກຜົນ ພ້ອມນັ້ນ ໃຫ້ເພີ່ມທະວີຄວາມຮັບຜິດຊອບສູງການດໍາລົງຊີວິດແບບໃໝ່ໃນເງື່ອນໄຂການລະບາດພະຍາດໂຄວິດ-19 ຂອງປະຊາຊົນບັນດາເຜົ່າ ຄຽງຄູ່ກັນນັ້ນ ແຕ່ລະຂະແໜງການຕ້ອງເອົາໃຈໃສ່ເປັນເຈົ້າການປະຕິບັດໜ້າທີ່ວຽກງານຂອງຕົນເອງຮັບຜິດຊອບໃຫ້ເດັດຂາດ ແລະ ມີຄວາມຮັບຜິດຊອບຢ່າງແທ້ຈິງ ເຊັ່ນ:ເອົາໃຈໃສ່ເກັບກໍາສະຖິຕິພົນລະເມືອງທີ່ຍັງບໍ່ທັນໄດ້ຮັບວັກຊິນປ້ອງກັນໂຄວິດ-19 ເພື່ອຂຶ້ນແຜນນໍາສະເໜີຂັ້ນສູນກາງນໍາວັກຊິນມາສັກໃຫ້ທົ່ວເຖິງ ຕິດຕາມກວດການໍາຫາຜູ້ຕິດເຊື້ອ ແລະ ຜູ້ໃກ້ຊິດໃນກຸ່ມສ່ຽງ ເພື່ອແຈ້ງໃຫ້ຄະນະກໍາມະການໂດຍໄວ ປະຕິບັດວິໄນຕໍ່ຜູ້ລະເມີດຄໍາສັ່ງຢ່າງແທ້ຈິງ ແລະ ເດັດຂາດ ລົງເຜີຍແຜ່ຂໍ້ມູນຂ່າວສານໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງ ນອກນັ້ນ ຍັງໄດ້ໃຫ້ທິດຊີ້ນໍາວຽກງານກະກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ແລະ ກະກຽມຄວາມພ້ອມໃຫ້ແກ່ການເປີດເສັ້ນທາງລົດໄຟລາວ-ຈີນທີ່ຈະມາເຖິງນີ້ ລົງກໍ່ສ້າງຮາກຖານ ພ້ອມສຶກສາອົບຮົມວຽກງານແນວຄິດໃຫ້ປະຊາຊົນຮັບຮູ້ເຂົ້າໃຈຕໍ່ວັນສໍາຄັນດັ່ງກ່າວ ເກັບກໍາເປົ້າໝາຍທີ່ຈະກໍ່ໃຫ້ເກີດປາກົດການຫຍໍ້ທໍ້ຕ່າງໆ ເຮັດບົດສັນຍາຄວາມສະຫງົບນັບນັບຕັ້ງແຕ່ໜ່ວຍ 10 ຫຼັງຄາເຮືອນຂຶ້ນມາ ວາງກໍາລັງປ້ອງກັນແຕ່ລະຈຸດທີ່ສ່ຽງ ຫຼື ຈຸດຫຼໍ່ແຫຼມ ເພື່ອປ້ອງກັນບໍ່ໃຫ້ເກີດມີບັນຫາ ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃຫ້ໄດ້ 100% ປຸກລະດົມພໍ່ແມ່ປະຊາຊົນປະດັບປະດາ ຮັກສາຄວາມສະອາດຈົບງາມເຂດບ້ານຂອງຕົນ ແລະ ອື່ນໆ.

.

.# ຂ່າວ – ພາບ : ຂັນທະວີ

error: Content is protected !!