ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຊີ້ແຈງຕໍ່ຄວາມຄິດເຫັນຂອງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຕໍ່ບົດລາຍງານການປະຕິບັດສິດໜ້າທີ່ຂອງ ອອປສ ໃນ 9 ເດືອນຜ່ານມາ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນຮູບແບບທາງໄກ ທ່ານກ່າວວ່າ: ຜ່່ານການຕິດຕາມຄວາມເຫັນຂອງ ສສຊ ມີ 19 ຄຳຖາມສັງລວມອອກເປັນ 4 ກຸມໃຫຍ່ ຕິດພັນໂດຍກົງກັບການປະຕິບັດພາລະບົດບາດຂອງ ອອປສ.

ຜ່ານການຈັດຕັ້ງປະຕິບັດໃນ 9 ເດືອນຜ່ານມາ ອອປສ ແລະ ອົງການໄອຍະການປະຊາຊົນທ້ອງຖິ່ນໄດ້ຈັດຕັ້ງປະຕິບັດວຽກງານດັ່ງກ່າວດ້ວຍຄວາມຮັບຜິດຊອບສູງເຊັ່ນ: ໄດ້ຕິດຕາມຊຸກຍູ້ບັນດາອົງການຈັດຕັ້ງຂອງລັດ ແລະ ອົງການຈັດຕັ້ງມະຫາຊົນ ອົງການປົກຄອງທ້ອງຖິ່ນ ວິສາຫະກິດ ພົນລະເມືອງໃນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຢູ່ໃນຂົງເຂດຂອງເຂົາເຈົ້າຢ່າງເຂັ້ມງວດ ດ້ວຍການໂຄສະນາເຜີຍແຜ່ກົດໝາຍໃຫ້ສັງຄົມຮັບຮູ້ ເຂົ້າໃຈດ້ວຍຮູບການຕ່າງໆ ຜ່ານການຈັດຕັ້ງປະຕິບັດດັ່ງກ່າວ ເຫັນໄດ້ວ່າ ສະຕິໃນການຈັດຕັ້ງປະຕິບັດກົດໝາຍຢູ່ອົງການຈັດຕັ້ງຂອງລັດ-ສັງຄົມ ແລະ ອົງການປົກຄອງທ້ອງຖິ່ນ ວິສາຫະກິດ ພົນລະເມືອງ ແມ່ນນັບມື້ນັບດີຂຶ້ນເທື່ອລະກ້າວ ສະແດງອອກພົນລະເມືອງຮູ້ນໍາໃຊ້ສິດຂອງຕົນຕາມທີ່ລັດຖະທຳມະນູນ ແລະ ກົດໝາຍກຳນົດໄວ້ ຜ່ານມາ ອົງການໄອຍະການປະຊາຊົນຂັ້ນຕ່າງໆ ໄດ້ປະກອບພະນັກງານສອບສວນໃນຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຕິດຕາມກວດກາຂະແໜງການຕ່າງໆ ຜ່ານການເຂົ້າຮ່ວມ ສາມາດເກັບໂຮມໄດ້ຊັບສິນຈຳນວນໜຶ່ງ ແລະ ຈຳນວນໜຶ່ງພວມກຳລັງດຳເນີນການກວດສອບຢ່າງເຄັ່ງຮ້ອນ.

ສຳລັບວຽກທີ່ພວກເຮົາປະຕິບັດໄດ້ຍາກ ແມ່ນການກວດກາການອອກນິຕິກໍາຂອງບັນດາກະຊວງຂອງລັດ ຂອງອົງການຈັດຕັ້ງສັງຄົມ ອົງການປົກຄອງທ້ອງຖິ່ນອື່ນໆ ແລະ ບັນຫາທີ່ພວມປະເຊີນໃນປັດຈຸບັນແມ່ນຂີດຄວາມສາມາດຂອງພະນັກງານຍັງຈຳກັດ ບໍ່ທັນເປັນເຈົ້າການແທ້ ໃນການປະຕິບັດພາລະບົດບາດດັ່ງກ່າວຢ່າງເຕັມສ່ວນ ກົນໄກປະສານງານລະຫວ່າງພາກສ່ວນຕ່າງໆແຕ່ສູນກາງລົງຮອດທ້ອງຖິ່ນຍັງຢູ່ໃນຂອບຈຳກັດ ຄວາມຮູ້ ຄວາມເຂົ້າໃຈຕໍ່ວຽກງານກວດກາທົ່ວໄປຂອງພາກສ່ວນຕ່າງໆຕໍ່ອົງການໄອຍະການຍັງບໍ່ທັນກວ້າງຂວາງ ກົດໝາຍກຳນົດພາລະບົດບາດຍັງມີລັກສະນະຊໍ້າຊ້ອນ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການແກ້ໄຂ.
ສ່ວນທິດທາງໃນຕໍ່ໜ້າ ຈະສຸມໃສ່ສ້າງກົນໄກການປະສານງານກັບກະຊວງກະສິກຳ-ປ່າໄມ້ ແລະ ກະຊວງການເງິນ ປັດຈຸບັນ ກຳລັງດຳເນິີນການກະກຽມສ້າງນິຕິກຳ ສ້າງກົນໄກຮ່ວມກັນ ສຳລັບວຽກງານຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານ ໄລຍະຜ່ານມາໄດ້ເອົາໃຈໃສ່ຕິດຕາມກວດກາ ເກັບກຳສະຖິຕິຄຳຕັດສິນຂອງສານ ຄະດີແພ່ງ ຄະດີອາຍາ 9 ເດືອນຜ່ານມາມີ 41.027 ເລື່ອງ ໃນນັ້ນ ສາມາດປະຕິບັດໄດ້ພຽງແຕ່ 11,40% ສາເຫດໃນການປະຕິບັດບໍ່ໄດ້ສ່ວນຫຼາຍແມ່ນຍ້ອນຄູ່ຄວາມບໍ່ຍອມປະຕິບັດ ມີການຂຽນຄຳຮ້ອງໄປຫຼາຍບ່ອນ ເພື່ອແກ່ຍາວເວລາ ປັດຈຸບັນ ພວກເຮົາຕິດຕາມກວດກາຄຳຮ້ອງ ແລະ ຄຳສະເໜີຂອງການຈັດຕັ້ງ ແລະ ພົນລະເມືອງກ່ຽວກັບການຕັດສິນຂອງສານເທົ່ານັ້ນ ສຳລັບການຕິດຕາມ ກວດກາອົງການສືບສວນ ສອບສວນ ໂດຍສະເພາະແມ່ນການນຳໃຊ້ມາດຕະການສະກັດກັ້ນເຊັ່ນ: ການຈັບຕົວ ປ່ອຍຕົວ ແລະ ອື່ນໆ ພວກເຮົາໄດ້ເພີ່ມທະວີສ້າງຄວາມຮັບຮູ້ເຂົ້າໃຈດ້ານທິດສະດີ ແລະ ພຶດຕິກຳຮ່ວມກັນ ໂດຍສະເພາະແມ່ນກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ກົດໝາຍວ່າດ້ວຍປະເມີນອາຍາເພື່ອຮັບປະກັນເຮັດໃຫ້ຜູ້ກະທຳຜິດໄດ້ຮັບການລົງໂທດ 9 ເດືອນຜ່ານມາ ຄະດີອາຍາທົ່ວປະເທດມີ 6.756 ເລື່ອງມີການສັ່ງຟ້ອງສານຈຳນວນ 3.847 ເລື່ອງ ສົ່ງຄືນໃຫ້ເຈົ້າໜ້າທີ່ດຳເນີນການສືບສວນ-ສອບສວນຄືນ 1.641 ເລື່ອງ ພ້ອມນັ້ນ ຍັງໄດ້ມີການປະຕິບັດວິໄນພະນັກງານທີ່ກົດໜ່ວງຖ່ວງດຶງ ມີການເອົາສິນຈ້າງລາງວັນ ສຳລັບທິດທາງແກ້ໄຂຕໍ່ໜ້າ ຈະນຳໃຊ້ກົນໄກຮ່ວມກັນລະຫວ່າງອົງການໄອຍະການ ແລະ ກະຊວງປ້ອງກັນຄວາມສະຫງົບ ເພື່ອປຶກສາຫາລືແລກປ່ຽນຄຳເຫັນຮ່ວມກັນ ໂດຍສະເພາະບັນຫາທີ່ຄົງຄ້າງ ການກັກຂັງເກີນກຳນົດ ຈະກວດກາຮ່ວມກັນແກ້ໄຂເປັນແຕ່ລະກໍລະນີໄປ.
.# ຂ່າວ – ພາບ : ບຸນມີ