ຜູ້ພິພາກສາ ແມ່ນຜູ້ທີ່ເຮັດໜ້າທີ່ໃນການພິຈາລະນາຕັດສິນຄະດີຕາມກົດໝາຍ ແລະ ເປັນຜູ້ທີ່ໃຫ້ຄວາມຍຸຕິທຳແກ່ຄູ່ຄວາມ ໃນຂະນະດຽວກັນ ຍັງມີຜູ້ພິພາກສາຈຳນວນໜຶ່ງ ປະຕິບັດໜ້າທີ່ຍັງບໍ່ມີຄວາມໂປ່ງໃສ ບໍ່ເປັນກາງ ສວຍໃຊ້ໜ້າທີ່ຫາຊ່ອງຫວ່າງທາງກົດໝາຍເພື່ອຫາຜົນປະໂຫຍດສ່ວນຕົວໂດຍບໍ່ຖືກຕ້ອງຕາມກົດໝາຍ ເຮັດໃຫ້ເກີດມິສຽງວິພາກວິຈານຂອງສັງຄົມ.

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນໃສ່ບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັແຜນການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ແຜນການປີ 2022 ທ່ານ ສົມໄຊ ສີຫາຈັກ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ແຂວງຂໍາປາສັກ ກ່າວວ່າ: ດັ່ງທີ່ຮູ້ນໍາກັນວ່າ ຜູ້ພິພາກສາແມ່ນຜູ້ທີ່ໄດ້ຮັບການແຕ່ງຕັ້ງຈາກຄະນະປະຈຳສະພາແຫ່ງຊາດ ເຮັດໜ້າທີ່ໃນການພິຈາລະນາຕັດສິນຄະດີຕາມກົດໝາຍ ແລະ ເປັນຜູ້ທີ່ໃຫ້ຄວາມຍຸຕິທຳແກ່ຄູ່ຄວາມ ປະຕິບັດໜ້າທີ່ດ້ວຍຄວາມຊື່ສັດບໍລິສຸດ ທີ່ຜ່ານມາ ເຫັນວ່າການເຄື່ອນໄຫວວຽກງານຂອງຜູ້ພິພາກສາ ສ່ວນຫຼາຍແມ່ນປະຕິບັດໜ້າທີ່ດີ ມີຄວາມຮັບຜິດຊອບສູງ ແລະ ຢຶດໝັ້ນບົນພື້ນຖານຂອງກົດໝາຍໃນການປະຕິບັດໜ້າທີ່ ແຕ່ໃນຂະນະດຽວກັນ ຍັງມີຜູ້ພິພາກສາຈຳນວນໜຶ່ງ ໃນການປະຕິບັດໜ້າທີ່ຍັງບໍ່ມີຄວາມໂປ່ງໃສ ບໍ່ເປັນກາງ ບໍ່ພາວະວິໄສ ໝາຍຄວາມວ່າຍັງມີການເຂົ້າຂ້າງອອກຂາ ແລະ ສວຍໃຊ້ຊ່ອງຫວ່າງຂອງກົດໝາຍ ເພື່ອຫາຜົນປະໂຫຍດສ່ວນຕົວໂດຍບໍ່ຖືກຕ້ອງຕາມກົດໝາຍ ເຮັດໃຫ້ການຕັດສິນຄະດີຊັກຊ້າ ແກ່ຍາວຫຼາຍຫຼົບຫຼາຍຕ່າວ ຫຼື ການຕັດສິນຄະດີບໍ່ຍຸຕິທຳ ທັງໝົດນັ້ນ ລ້ວນແຕ່ແມ່ນເກີດຂຶ້ນຈາກຜູ້ພິພາກສາ ຈຶ່ງເຮັດໃຫ້ສັງຄົມມີສຽງວິພາກ ວິຈານ ບໍ່ມີຄວາມເຊື່ອໝັ້ນຕໍ່ຂະບວນຍຸຕິທຳຂອງປະເທດເຮົາ.
ທ່ານກ່າວຕື່ມວ່າ: ບັນຫາດັ່ງກ່າວ ເປັນບັນຫາຊຳເຮື້ອແກ່ຍາວມາແຕ່ດົນນານ ບໍ່ສາມາດແກ້ໄຂໄດ້ ເຮັດໃຫ້ສັງຄົມຂາດຄວາມເຊື່ອໝັ້ນຕໍ່ຄວາມຍຸຕິທຳ ເຮັດໃຫ້ພື້ນຖານຍຸຕິທຳຖືກເສື່ອມຖອຍ ຕໍ່ບັນຫານີ້ ສະເໜີໃຫ້ມີວິທີການຈັດຕັ້ງປະຕິບັດ ໂດຍສະເພາະ ບັນຫາກ່ຽວກັບເລື່ອງຈັນຍາບັນ ຈັນຍາທຳຂອງຜູ້ພິພາກສາເປັນກໍລະນີພິເສດ ພວກເຮົາຈຶ່ງຈະສາມາດແກ້ໄຂບັນຫານີ້ໄດ້ ພ້ອມດຽວກັນນັ້ນ ຕ້ອງເອົາໃຈໃສ່ໃນການປະເມີນຜົນຜູ້ພິພາກສາ ແຕ່ຂໍໃຫ້ເອົາເນື້ອໃນເປັນໃຈກາງສຳຄັນ ຫຼື ຊອກຫາໃຫ້ເຫັນຜູ້ພິພາກສາທີ່ດີເດັ່ນ ມີຈຳນວນຫຼາຍສ່ຳໃດ ເພື່ອຈະມາຮັບຜິດຊອບໃນວຽກງານດັ່ງກ່າວ ແລະ ຢາກໃຫ້ປະເມີນກ່ຽວກັບເລື່ອງການປະຕິບັດໜ້າທີ່ຂອງສານປະຊາຊົນທ້ອງຖິ່ນ ຈະໄດ້ຮູ້ວ່າສານຂັ້ນໃດມີຄວາມເຂັ້ມແຂງແທ້ ໃນນັ້ນ ກ່ຽວກັບການແກ້ໄຂຄະດີ ໂດຍສະເພາະ ຢູ່ໃນໄລຍະໂຄວິດ-19 ຂໍໃຫ້ມີວິທີການ ແບບແຜນວິທີການພິຈາລະຈາແບບໃໝ່ ໂດຍອີງໃສ່ສະພາບປັດຈຸບັນ.