ກວດພົບຜູ້ຕິດເຊືື້ອພະຍາດໂຄວິດ-19 ໃໝ່ຫຼາຍກວ່າ 1.000 ຄົນ

    ວັນທີ 7 ພະຈິກ 2021 ທີ່ກະຊວງສາທາລະນະສຸກ ທ່ານ ດຣ ນາງ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະລະບາດວິທະຍາ ຖະແຫຼງຂ່າວປະຈໍາວັນນີ້ ວ່າ: ວັນທີ 6 ພະຈິກ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 6.472 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.076 ຄົນ (ຕິດເຊື້ອພາຍໃນ ມີ 1.071 ຄົນ ແລະ ຕິດເຊື້ອນໍາເຂົ້າ 5 ຄົນ) ຂໍ້ມູນກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 871 ຄົນ ຈາກ 13 ແຂວງ ແລະ ນະຄອນຫຼວງ ເຊິ່ງຕິດເຊື້ອພາຍໃນຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງ 540 ຄົນ: ມາຈາກ 145 ບ້ານ ໃນ 7 ເມືອງ ຄື: ເມືອງຈັນທະບູລີ 51 ຄົນ ຈາກ 12 ບ້ານ ສີໂຄດຕະບອງ 105 ຄົນຈາກ 24 ບ້ານ ໄຊເສດຖາ 136 ຄົນ ຈາກ 32 ບ້ານ ສີສັດຕະນາກ 38 ຄົນ ຈາກ 17 ບ້ານ ນາຊາຍທອງ 3 ຄົນ ຈາກ 3 ບ້ານ ໄຊທານີ 170 ຄົນ ຈາກ 49 ບ້ານ ຫາດຊາຍຟອງ 16 ຄົນ ຈາກ 8 ບ້ານ ຄົນຕ່າງແຂງທີ່ກວດພົບຢູ່ນະຄອນຫຼວງ ມີ 3 ຄົນ. 

    ສໍາລັບຕ່າາງແຂວງມີ: ຫຼວງພະບາງ: 174 ຄົນ ມາຈາກ 29 ບ້ານ ໃນ 7 ເມືອງ ວຽງຈັນ: 93 ຄົນ ມາຈາກ 30 ບ້ານ ໃນ 7 ເມືອງ ບໍ່ແກ້ວ: 51 ຄົນ ມາຈາກ 13 ບ້ານ ໃນ 2 ເມືອງ ຫຼວງນໍ້າທາ: 51 ຄົນ ມາຈາກ 20 ບ້ານ ໃນ 3 ເມືອງ ຈໍາປາສັກ: 42 ຄົນ ມາຈາກ 13 ບ້ານ ໃນ 3 ເມືອງ ເຊກອງ: 41 ຄົນ ມາຈາກ 13 ບ້ານ ໃນ 4 ເມືອງ ຄໍາມ່ວນ: 26 ຄົນ ມາຈາກ 11 ບ້ານ ໃນ 3 ເມືອງ ອຸດົມໄຊ: 23 ຄົນ ມາຈາກ 14 ບ້ານ ໃນ 2 ເມືອງ ບໍລິຄໍາໄຊ: 10 ຄົນ ມາຈາກ 2 ບ້ານ ໃນ 1 ເມືອງ ສາລະວັນ: 8 ຄົນ ມາຈາກ 1 ບ້ານ ໃນ 3 ເມືອງ ສະຫວັນນະເຂດ: 6 ຄົນ ມາຈາກ 5 ບ້ານ ໃນ 2 ເມືອງ ໄຊຍະບູລີ: 4 ຄົນ ມາຈາກ 4 ບ້ານ ໃນ 2 ເມືອງ ຜົ້ງສາລີ: 1 ຄົນ ມາຈາກ 1 ບ້ານ ໃນ 1 ເມືອງ ຊຽງຂວາງ: 1 ຄົນ ມາຈາກ 1 ບ້ານ ໃນ 1 ເມືອງ. 

    ສ່ວນການຕິດເຊືື້ອຂອງຜູ້ທີ່ເດີນທາງເຂົ້າປະເທດມີ 5 ຄົນ: 4 ຄົນຈາກ ນະຄອນຫຼວງວຽງຈັນ ແລະ 1 ຄົນຈາກແຂວງໄຊຍະບູລີ ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້. 

    ມາຮອດວັນທີ 7 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 47.056 ຄົນ ເສຍຊີວິດສະສົມ 82 ຄົນ (ໃໝ່ 1) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 754 ຄົນ ກໍາລັງປິ່ນປົວ 8.359 ຄົນ ຜູ້ເສຍຊີວິດໃໝ່ 1 ຄົນ ເປັນເພດຍິງ ອາຍຸ 78 ປີ ອາຊີບ ຜູ້ເຖົ້າ ບ້ານດົງປ່າແຫຼບ ເມືອງຈັນທະບູລີ ນະຄອນຫຼວງ ວັນທີ 21 ຕຸລາ 2021: ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ວັນທີ 22 ຕຸລາ 2021: ຜົນກວດແມ່ນພົບເຊື້ອ ແລະ ໄດ້ໄປກັກໂຕຢູ່ສູນລ້ານຊ້າງ ວັນທີ 23 ຕຸລາ 2021: ຜູ້ກ່ຽວມີອາການໄອ ມີຂີ້ສະເຫຼດ ຖ່າຍເປັນນໍ້າ ມີຮາກ ເຈັບແໜ້ນໜ້າເອິກເວລາທີ່ໄອຫຼາຍ ແລ້ວຈຶ່ງຍ້າຍມາຕິດຕາມຢູ່ໂຮງໝໍມິດຕະພາບ ພະຍາດປະຈຳຕົວ: ໄຂ່ຫລັງຊຸດໂຊມໄດ້ 5 ປີ ແຕ່ບໍ່ເຄີຍຟອກ ແລະ ເປັນຄວາມດັນເລືອດສູງ ກິນຢາປະຈຳ ຍັງບໍ່ໄດ້ສັກຢາວັກຊີນ ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ແມ່ນແຕ່ວັນທີ 23 ຕຸລາ-6 ພະຈິກ 2021 ເປັນເວລາ 15 ວັນ ຮອດເວລາ 6:30 ໂມງຂອງວັນທີ 6 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ. 

    ການສັກວັກຊິນສໍາລັບນັກຮຽນຜູ້ທີ່ຮຽນຈົບມໍ 7 ຫຼື 17 ປີຂຶ້ນໄປ ກໍສາມາດເຂົ້າມາສັກໄດ້ແລ້ວ.

.# ຂ່າວ – ພາບ : ວຽງມາ

error: Content is protected !!