ທ່ານ ອະນຸສັກ ຈຳປາຄຳ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງສາລະວັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງສາລະວັນ ໃນທ້າຍເດືອນເມສາຜ່ານມານີ້ວ່າ: ມາຮອດປັດຈຸບັນ ຊາວກະສິກອນໃນທົ່ວແຂວງກໍໄດ້ມີຜົນສຳເລັດຫຼາຍດ້ານ ໂດຍສະເພາະແມ່ນວຽກງານການຜະລິດ ການປູກ-ການລ້ຽງ ແລະ ວຽກອື່ນໆ ເປັນຕົ້ນການຜະລິດເຂົ້ານາແຊງແມ່ນໄດ້ລື່ນຄາດໝາຍ ເຊິ່ງແຜນເບື້ອງຕົ້ນ ແມ່ນໄດ້ກຳນົດຢູ່ 14.200 ເຮັກຕາ ໃນນັ້ນເຂົ້ານາແຊງ 13.000 ເຮັກຕາ ພືດພັນ 200 ເຮັກຕາ ເຊິ່ງເມືອງທີ່ປັກດຳໄດ້ຫຼາຍກວ່າໝູ່ແມ່ນເມືອງສາລະວັນ ຄົງເຊໂດນ ເມືອງວາປີ ແລະ ເມືອງອື່ນໆທີ່ຢູ່ຕາມແຄມແມ່ນ້ຳ (ໃນຂອບເຂດຊົນລະປະທານ) ປະຕິບັດຕົວຈິງໄດ້ 13.740 ເຮັກຕາ ເພີ່ມຂຶ້ນ 740 ເຮັກຕາ ລື່ນແຜນ 6% ໃນການຜະລິດ ມາຮອດປັດຈຸບັນ ແມ່ນເກັບກ່ຽວທັງໝົດໄດ້ສຳເລັດ 100% ຜົນຜະລິດຕາມການປະເມີນ 67.683ໂຕນ ທຽບໃສ່ປີຜ່ານມາ ຜົນຜະລິດເພີ່ມຂຶ້ນ 29,6% ໃນເນື້ອທີ່ດັ່ງກ່າວ ນຳໃຊ້ແນວພັນປັບປຸງທັງໝົດຈຳນວນ 1.000 ກວ່າໂຕນ.

ສາເຫດທີ່ພາໃຫ້ມີເນື້ອທີ່ນາແຊງເພີ່ມຂຶ້ນ ແມ່ນຍ້ອນໃນກາງປີ 2019 ແຂວງສາລະວັນໄດ້ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ ເຮັດໃຫ້ເນື້ອທີ່ເຂົ້ານາປີເສຍຫາຍເປັນຈຳນວນຫຼວງຫຼາຍ ເຊິ່ງເປັນຜົນໃຫ້ປະຊາຊົນຂາດເຂົ້າກິນ ດັ່ງນັ້ນ ຈຶ່ງເຮັດໃຫ້ປະຊາຊົນທີ່ຢູ່ຂອບເຂດທີ່ມີໂຄງການຊົນລະປະທານ ຫັນມາປູກເຂົ້ານາແຊງເປັນຈຳນວນຫຼວງຫຼາຍ ແຕ່ບັນຫາໃນການເພີ່ມຂຶ້ນຂອງເນື້ອທີ່ດັ່ງກ່າວນີ້ ກໍໄດ້ສົ່ງຜົນກະທົບຕໍ່ກັບປະລິມານນ້ຳທີ່ເຮົາສະໜອງໃຫ້ ແຕ່ພວກເຮົາກໍເອົາໃຈໃສ່ໃນການກວດກາຕິດຕາມ ວັດແທກກ່ຽວກັບກລະດັບລະນ້ຳເຊໂດນໃນທຸກໆອາທິດ ແລະ ເຫັນວ່າລະດັບນ້ຳຫຼຸດລົງຫຼາຍ ດັ່ງນັ້ນ ພວກເຮົາກໍເຮັດທົດນ້ຳຢູ່ເມືອງວາປີ ແລະ ເມືອງຄົງເຊໂດນ ຈຶ່ງໄດ້ເຮັດໃຫ້ນ້ຳຍຶ່ງຂຶ້ນມາກັກຂັງ ສາມາດສົ່ງນ້ຳເຂົ້າໃນຂອບເຂດເນື້ອທີ່ທຳການຜະລິດ ຈົນສາມາດເກັບກ່ຽວເຂົ້ານາແຊງໄດ້ໃນລະດັບເກີນຄາດໝາຍຕາມແຜນການທີ່ກຳນົດໄວ້.

ຄຽງຄູ່ກັບການປັກດຳເຂົ້ານາແຊງແລ້ວ ຊາວກະສິກອນຍັງໄດ້ລົງມືປູກພືດລະດູແລ້ງຕື່ມອີກ ເປັນຕົ້ນ ສາລີຫວານ ຖົ່ວຊະນິດຕ່າງໆ ໝາກໂມ ຜັກຊະນິດຕ່າງໆ ເຊິ່ງມີແຜນການ 6.680 ເຮັກຕາ ປະຕິບັດໄດ້ 6.350 ເຮັກຕາ ເທົ່າກັບ 89,3% ແລະ ເກັບກູ້ໄດ້ສຳເລັດ 100% ຜົນຜະລິດໄດ້ 35.182 ໂຕນ ໃນນັ້ນພືດສະບຽງປະຕິບັດໄດ້ 5.997 ເຮັກຕາ ຜົນຜະລິດໄດ້ 34.454 ໂຕນ ພືດສຶນຄ້າປະຕິບັດໄດ້ 353 ເຮັກຕາ ແລະ ຜົນຜະລິດ 728 ໂຕນ.
# ຂ່າວ & ພາບ : ແຂວງສາລະວັນ