ເບິ່ງບ້ານເຂົາເອົາບົດຮຽນ 05/05/2020

ຄໍ​ລຳ​ປະ­ຈຳ​ວັນ​ນີ້ ເລີ່ມ​ດ້ວຍ​ຂ່າວ​ປິດ​ໂຮງ­ຮຽນ​ຢູ່​ອິນ​ໂດ​ເນ​ເຊຍ ​ເພື່ອ​ໜີ​ໄພ​ໂຄ​ວິດ-19 ຕໍ່​ໃສ່​ໂຄງ­ການ​ສົ່ງ­ເສີມ​ສິ່ງ­ແວ­ດລ້ອມ​ທີ່​ອົດ​ສະ​ຕຣາ​ລີ ແລະ ປິດ​ທ້າຍ​ກັບ​ຂ່າວ​ຄະ­ດີ​ຕົ້ມ​ຕຸ໋ນ​ທາງ​ອິນ​ເຕີ​ເນັດ​ຢູ່​ສິງ­ກະ­ໂປ.

ທີ່ ອິນ​ໂດ​ເນ​ເຊຍ: ຂ່າວ​ຕ່າງ­ປະ­ເທດ​ໃນ​ວັນ​ທີ 25 ເດືອນ​ມີ­ນາ​ຜ່ານ​ມາ​ນີ້ (ວຽງ​ຈັນ​ທາມ) ໄດ້​ໃຫ້​ຮູ້​ວ່າ: ລັດ­ຖະ­ບານ ແລະ ສະ­ພາ​ຜູ້​ແທນ​ລາ­ຊະ​ດອນ​ອິນ​ໂດ​ເນ​ເຊຍ​ໄດ້​ຕົກ­ລົງ​ຍົກ­ເລີກ​ການ​ສອບ­ເສັງ​ແຫ່ງ​ຊາດ​ສຳ­ລັບ​ນັກ­ຮຽນ​ປະ­ຖົມ ມັດ​ທະ ຍົມ​ຕົ້ນ ແລະ ມັດ­ທະ­ຍົມ​ປາຍ ຍ້ອນ​ບັນ­ຫາ​ການ​ແຜ່​ລະ­ບາດ​ຂອງ​ໂຄ​ວິດ-19.

ການ​ຕົກ­ລົງ​ຮ່ວມ​ຂອງ​ລັດ­ຖະ­ບານ ແລະ ລັດ​ຖະ​ສະ­ພາ​ຄັ້ງ​ນີ້​ໄດ້​ເຜີຍ­ແຜ່​ຜ່ານ​ລະ­ບົບ​ກອງ​ປະ­ຊຸມ​ທາງ­ໄກ (ຜ່ານ​ຈໍ​ວິ​ດີ​ໂອ) ໃນ​ວັນ​ທີ 23 ເດືອນ​ມີ­ນາ​ປີ​ນີ້ ສະ­ມາ­ຊິກ​ລັດ​ຖະ​ສະ­ພາ​ຈາກ​ພັກ​ສະ­ດຸ້ງ​ແຫ່ງ​ຊາດ (National Awakening Party) ໄດ້​ມີ​ຄຳ​ເຫັນ​ກ່ຽວ​ກັບ​ບັນ­ຫາ​ນີ້​ວ່າ “ຄາດ​ວ່າ​ໃນ​ເດືອນ​ເມ­ສາ​ນີ້ ໂຄ​ວິດ-19 ຍັງ​ຄົງ​ສືບ­ຕໍ່​ລະ­ບາດ​ຢູ່ ດັ່ງ­ນັ້ນ ຈຶ່ງ​ບໍ່​ອາດ​ຈະ​ບັງ­ຄັບ​ໃຫ້​ເຫຼົ່າ​ນັກ­ຮຽນ​ມາ​ນັ່ງ​ສອບ­ເສັງ​ພາຍ​ໃຕ້​ການ​ຂົ່ມ­ຂູ່​ຂອງ​ພະ­ຍາດ​ຮ້າຍ​ແຮງ​ນີ້​ໄດ້” ຕາມ​ແຜນ­ການ​ແລ້ວ ການ​ສອບ­ເສັງ​ໃນ​ທົ່ວ​ປະ­ເທດ (ປະ­ຈຳ​ປີ) ສຳ­ລັບ​ນັກ­ຮຽນ​ມັດ­ທະ­ຍົມ​ປາຍ​ນັ້ນ​ຈະ​ຈັດ​ຂຶ້ນ​ໃນ​ລະ­ຫວ່າງ​ທ້າຍ​ເດືອນ​ມີ­ນາ ຫາ​ຕົ້ນ​ເດືອນ​ເມ­ສາ ປີ​ນີ້ ສ່ວນ​ການ​ສອບ­ເສັງ​ສຳ­ລັບ​ຂັ້ນ​ມັດ­ທະ­ຍົມ​ຕົ້ນ ແລະ ໂຮງ­ຮຽນ​ປະ­ຖົມ​ນັ້ນ​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ເມ­ສາ.

ທີ່ ອົດ​ສະ​ຕຣາ​ລີ: ໂຄງ­ການ​ອະ­ນຸ​ຮັກ​ສິ່ງ­ແວ­ດລ້ອມ​ຢູ່​ປະ­ເທດ​ອົດ​ສະ​ຕຣາ​ລີ​ນັ້ນ ເນັ້ນ​ບົດ­ບາດ​ການ​ມີ​ສ່ວນ​ຮ່ວມ​ຂອງ​ທ້ອງ­ຖິ່ນ​ເປັນ​ສຳ­ຄັນ ດັ່ງ​ຂ່າວ​ຕ່າງ­ປະ­ເທດ​ທີ່​ໃຫ້​ຮູ້​ໃນ​ຕົ້ນ​ເດືອນ​ມີ­ນາ 2019 ວ່າ: ທ່ານ ສະ​ກອດ ມໍ​ຣິ​ສັນ ນາ­ຍົກ​ລັດ​ຖະມົນ­ຕີ​ອົດ​ສະ​ຕຣາ​ລີ ໄດ້​ເປີດ­ເຜີຍ​ກ່ຽວ​ກັບ​ແຜນ​ສະ­ໜອງ​ເປັນ​ຈຳ­ນວນ 22 ລ້ານ​ໂດ​ລາ​ອົດ​ສະ​ຕຣາ​ລີ (ປະ­ມານ 15 ລ້ານ​ປາຍ​ໂດ​ລາ​ສະ­ຫະ­ລັດ) ໃຫ້​ແກ່​ບັນ­ດາ​ໂຄງ­ການ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ​ລະ­ດັບ​ທ້ອງ­ຖິ່ນ​ໃນ​ທົ່ວ​ປະ­ເທດ.

ທ່ານ​ນາ­ຍົກ​ໃຫ້​ເຫດ­ຜົນ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ ປະ­ຊາ­ຊົນ​ຢູ່​ທ້ອງ­ຖິ່ນ​ຫັ້ນ​ລະ​ຮູ້​ດີ​ທີ່​ສຸດ​ກ່ຽວ​ກັບ​ຄວາມ​ຈຳ­ເປັນ​ໃນ​ການ​ອະ­ນຸ​ຮັກ​ສິ່ງ­ແວ­ດລ້ອມ​ບ່ອນ​ທີ່​ພວກ​ເຮົາ​ດຳ­ລົງ​ຊີ­ວິດ​ຢູ່ ເງິນ​ທີ່​ສະ­ໜອງ​ໃຫ້​ແກ່​ໂຄງ­ການ​ນີ້​ຈະ​ນຳ​ໃຊ້​ເຂົ້າ​ວຽກ​ປູກ​ຕົ້ນ­ໄມ້​ລຽບ​ຕາມ​ແຄມ​ແມ່­ນ້ຳ​ສາຍ​ຕ່າງໆ ແລະ ຕາມ​ບໍ­ລິ­ເວນ​ດິນ​ຕົມ ເຮັດ­ອະ­ນາ­ໄມ​ຕາມ​ສວນ​ສາ­ທາ­ລະ­ນະ​ເຂດ​ອະ­ນຸ​ຮັກ ແລະ ວຽກ​ຟື້ນ​ຟູ​ເຂດ​ດິນ­ຊາຍ​ຕາມ​ແຄມ​ຝັ່ງ​ທະ­ເລ​ອື່ນໆ.

ເງິນ​ສະ­ໜັບ­ສະ­ໜູນ ຈຳ­ນວນ 22 ລ້ານ​ໂດ​ລາ​ນັ້ນ​ຈະ​ຈັດ​ສັນ​ໃຫ້​ກວ່າ 20 ໂຄງ­ການ ໃນ 150 ເຂດ​ເລືອກ​ຕັ້ງ​ທົ່ວ​ປະ­ເທດ ໂດຍ​ແບ່ງ​ລະ­ອຽດ​ໃຫ້​ບັນ­ດາ​ສະ­ໂມ­ສອນ​ທ້ອງ­ຖິ່ນ ບັນ­ດາ​ກຸ່ມ​ຊົນ​ພື້ນ­ເມືອງ ໂຮງ­ຮຽນ ກໍ​ຄື ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ຊຸມ​ຊົນ ເຊິ່ງ​ຈະ​ໄດ້​ຮັບ​ບ້ວງ​ເງິນ​ຊ່ວຍ­ເຫຼືອ​ຕາມ​ບໍ​ລິ​ມາດ​ວຽກ​ຂອງ​ຕົນ ແຕ່ 2.500 ຫາ 20.000 ໂດ​ລາ​ອົດ​ສະ​ຕຣາ​ລີ ເພື່ອ​ອະ­ນຸ​ຮັກ​ສັດ​ພື້ນ​ບ້ານ ຂະ­ຫຍາຍ​ເນື້ອ­ທີ່​ປູກ​ຕົ້ນ­ໄມ້ ເກັບ​ມ້ຽນ​ຂີ້​ເຫຍື້ອ ສິ່ງ​ໂສ­ໂຄກ ແລະ ອື່ນໆ.

ທີ່ ສິງ­ກະ­ໂປ: ຂ່າວ​ຕ່າງ­ປະ­ເທດ​ໃຫ້​ຮູ້​ໃນ​ວັນ​ທີ 27 ເດືອນ​ມີ­ນາ ປີ​ນີ້ (Vientiane Times) ເຫຍື່ອ​ຂອງ​ການ​ຫຼອກ​ລວງ ແລະ ການ​ພະ­ນັນ​ຜ່ານ​ເວັບ​ໄຊ​ຢູ່​ສິງ­ກະ­ໂປ ໃນ​ປີ 2019 ນັ້ນ​ໄດ້​ເສຍ​ເງິນ​ໄປ​ເປັນ​ຈຳ­ນວນ​ຢ່າງ​ໜ້ອຍ 874.000 ໂດ​ລາ​ສະ­ຫະ­ລັດ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ສິງ­ກະ­ໂປ ໄດ້​ໃຫ້​ຮູ້​ວ່າ: ໄດ້​ຮັບ​ລາຍ​ງານ​ກ່ຽວ​ກັບ​ເວັບ​ໄຊ​ຜິດ​ກົດ­ໝາຍ​ດັ່ງ­ກ່າວ​ຈຳ­ນວນ​ຢ່າງ​ໜ້ອຍ 13 ເລື່ອງ ໃນ​ປີ 2019 ພວກ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຫຼອກ​ລວງ​ທັງ​ໝົດ​ ຖືກ​ຊັກ​ຊວນ​ໃຫ້​ຫຼິ້ນ​ການ​ພະ­ນັນ​ທາງ​ອອນ​ລາຍ ໂດຍ​ເຊື່ອ​ວ່າ​ຈະ​ມີ​ວິ­ທີ​ສວຍ­ໂອ­ກາດ​ໄດ້​ກຳ­ໄລ​ຢ່າງ​ມະ­ຫາ­ສານ​ ຕາມ​ຄຳ​ຕົວະ​ຍົວະ​ຂອງ​ພວກ​ຕົ້ມ​ຕຸ໋ນ ໃນ​ການ​ລົງ​ເງິນ​ຫຼິ້ນ​ການ​ພະ­ນັນ​ນັ້ນ​ ຜູ້​ເຂົ້າ​ຮ່ວມ​ຕ້ອງ​ເປີດ​ບັນ­ຊີ​ກັບ​ທາງ​ເວັບ​ໄຊ ບ່ອນ​ນີ້​ລະ​ຄື​ຈຸດ​ທີ່​ຖືກ​ນັກ​ຕົ້ມ​ປອກ​ລອກ​ຈົນ​ຖົງ​ກ້ຽງ​ເອີດ​ເຕີດ !.

error: Content is protected !!