ທ່ານ ອະນຸສັກ ຈຳປາຄຳ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງສາລະວັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງສາລະວັນ ໃນທ້າຍເດືອນເມສາຜ່ານມານີ້ວ່າ: ມາຮອດປັດຈຸບັນ ຊາວກະສິກອນໃນທົ່ວແຂວງກໍໄດ້ມີຜົນສຳເລັດຫຼາຍດ້ານ ໂດຍສະເພາະແມ່ນວຽກງານການຜະລິດ ການປູກ-ການລ້ຽງ ແລະ ວຽກອື່ນໆ ເປັນຕົ້ນການຜະລິດເຂົ້ານາແຊງແມ່ນໄດ້ລື່ນຄາດໝາຍ…