ລະວັງພວກນາຍໜ້າ

    ໄລ­ຍະ​ທີ່​ມີ​ການ​ສອບ­ເສັງ​ເຂົ້າ​ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ ຫຼື ການ​ແລ່ນ​ເຂົ້າ​ວຽກ​ປະ­ກອບ​ອາ­ຊີບ​ອື່ນ​ນັ້ນ ມັກ​ຈະ​ປາ­ກົດ​ມີ​ພວກ​ນາຍ​ໜ້າ​ຫົວ​ໃສ ຕິດ­ຕໍ່​ພົວ­ພັນ​ອ້າງ​ຕົນ​ເອງ​ມີ​ເສັ້ນ​ສາຍ ຮູ້­ຈັກ​ເຈົ້າ​ໃຫຍ່​ນາຍ​ໂຕ​ເພື່ອ​ກິນ​ຫົວ​ຄິວ ແລ່ນ​ເຂົ້າ​ວຽກ ຫຼື ວ່າ​ເສັງ​ເຂົ້າ​ສະ​ຖາ​ບັນ​ການ​ສຶກ​ສາ​ໃດ​ໜຶ່ງ ເຊິ່ງ​ບັນ­ຫາ​ນີ້​ຜ່ານ​ມາ​ມີ​ຫຼາຍ​ກໍ­ລະ­ນີ​ຖືກ​ຟ້ອງ​ຈາກ​ຜູ້​ເສຍ​ຫາຍ​ໄດ້​ຈັບ​ເຂົ້າ​ຄຸກ​ດັດ​ສ້າງ ແຕ່​ກຸ່ມ​ຄົນ​ບໍ່​ດີ​ພວກ​ນີ້​ກໍ​ຈະ​ມີ​ໃນ​ສັງ­ຄົມ​ຢູ່​ສະ­ເໝີ.

    ພວກ​ທີ່​ອ້າງ​ຕົນ​ເອງ​ວ່າ​ຮູ້­ຈັກ​ຄົນ​ໃດ​ໜຶ່ງ​ຢູ່​ໃນ​ອຳ­ນາດ​ໜ້າ­ທີ່ ຫຼື ໜ່ວຍ​ງານ​ຂອງ​ລັດ ຫຼື ເອ­ກະ​ຊົນ​ໃດ​ໜຶ່ງ ມັກ​ຈະ​ເປັນ​ພວກ​ຫົວ​ໃສ​ໃນ​ທາງ​ຄິດ​ຫາ​ເລ້​ຫຼ່ຽມ​ລໍ້​ລວງ​ກິນ​ຫົວ​ຄິວ​ທີ່​ເອີ້ນ​ວ່າ ຄ່າ​ຈ້າງ​ແລ່ນ​ເຂົ້າ​ວຽກ ຫຼື ເຂົ້າ​ຮຽນ ເຊິ່ງ​ສ່ວນ​ໜ້ອຍ​ຈະ​ໄດ້​ສົມ​ຫວັງ ແຕ່​ສ່ວນ​ໃຫຍ່​ມີ​ແຕ່​ຕົວະ​ຕົ້ມ​ຫຼອກ​ລວງ​ເອົາ​ເງິນ​ໄປ​ໃຊ້​ຈ່າຍ​ຢ່າງ​ສະ­ບາຍ ແລ້ວ​ຄຶງ​ເກມ​ແກ່­ຍາວ​ເວ­ລາ​ໄປ​ເລື້ອຍໆ ບາງ​ລາຍ​ພໍ­ໄດ້​ເງິນ​ຕາມ​ຈຳ ນວນ​ທີ່​ຕົນ​ວາງ​ແຜນ​ແລ້ວ ກໍ​ປິດ​ໂທລະ­ສັບ​ຕິດ­ຕໍ່​ຫາ​ບໍ່​ໄດ້ ເຮັດ​ໃຫ້​ຫຼາຍ​ຄົນ​ທີ່​ເຊື່ອ​ຄົນ​ງ່າຍ​ຕົກ​ເປັນ​ເຫຍື່ອ​ກຸ່ມ​ຄົນ​ບໍ່​ດີ​ພວກ​ນີ້ ຈຶ່ງ​ຝາກ​ເຖິງ​ເຈົ້າ​ໜ້າ­ທີ່​ການ­ຈັດ­ຕັ້ງ​ທັງ​ສູນ​ກາງ ແລະ ທ້ອງ­ຖິ່ນ ຖ້າ­ວ່າ​ປະ ຊາ​ຊົນ ຫຼື ມີ​ຜູ້​ຮ້ອງ­ທຸກ​ຟ້ອງ​ຮ້ອງ​ກໍ​ຄວນ​ຟ້າວ​ແກ້​ໄຂ​ເພື່ອ​ກຳ­ຈັດ​ພວກ​ມິດ­ສາ­ຊີບ.

    ຄວາມ​ຈິງ​ຖ້າ​ໃນ​ກໍ­ລະ­ນີ​ຂອງ​ສະ­ພາບ​ການ​ສອບ­ເສັງ​ເຂົ້າ​ຮຽນ​ກໍ​ອາດ​ມີ​ພວກ​ຄູ-ອາ­ຈານ ຫຼື ພະ ນັກ​ງານ​ກ່ຽວ­ຂ້ອງ ທາງ​ການ​ສຶກ​ສາ​ອາດ​ມີ​ສ່ວນ​ພົວ­ພັນ​ກັບ​ຜົນ​ປະ­ໂຫຍດ​ມາ​ກ້ອງ​ໂຕະ ເຊິ່ງ​ຖ້າ​ມີ​ແທ້​ບັນ­ຫາ​ແບບ​ນີ້ ອາດ​ສ້າງ​ຄວາມ​ສູນ​ເສຍ​ຫຼວງ­ຫຼາຍ​ຕໍ່​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ພະ­ນັກ­ງານ ເພາະ​ນັກ​ສຶກ​ສາ​ເຂົາ​ຕັ້ງ­ໃຈ​ໄປ​ສອບ­ເສັງ ບາງ​ກໍ­ລະ­ນີ​ໄດ້​ຄະ­ແນນ​ສູງ​ຜ່ານ​ເກນ ແຕ່​ອາດ​ຖືກ​ເດັກ​ເສັ້ນ ຫຼື ເຈ້ຍ​ເຫຼືອງ​ແຊງ​ໜ້າ​ໄປ​ກໍ​ມີ ພາ­ໃຫ້​ເກີດ​ປາ­ກົດ­ການ​ຫຍໍ້­ທໍ້​ສິ້ນ​ຫວັງ ສັງ­ຄົມ​ຈະ​ເສື່ອມ​ສັດ­ທາ​ຕໍ່​ລະ­ບົບ​ບ້ານ​ເຮົາ ຖ້າ​ຈະ​ອ້າງ​ກົດ­ໝາຍ​ການ​ສຶກ​ສາ​ນັ້ນ ຄູ​ກໍ​ມີ​ຂໍ້​ຫ້າມ​ໄວ້​ແລ້ວ ໃນ​ມາດ­ຕາ 71: (2) ຫ້າມ​ຄູ​ສວຍ​ໃຊ້​ໜ້າ­ທີ່​ໃຫ້ ຫຼື ຮັບ​ສິນ​ບົນ​ເພື່ອ​ຜົນ​ປະ­ໂຫຍດ​ສ່ວນ​ຕົວ ຫຼື ຄອບ­ຄົວ ຈຸ້ມ​ເຈື້ອ ແລະ ພັກ​ພວກ…

ຜູ້​ຂຽນ​ຈຶ່ງ​ຂໍ​ຝາກ​ແງ່​ຄິດ​ໄວ້​ວ່າ: ສຳ­ລັບ​ພໍ່​ແມ່​ຜູ້​ປົກ­ຄອງ​ກໍ​ຄວນ​ມີ​ສະ­ຕິ ຮູ້​ເທົ່າ​ທັນ​ພວກ​ກຸ່ມ​ຄົນ​ຕົວະ​ຕົ້ມ ອ້າງ​ວ່າ​ສາ­ມາດ​ແລ່ນ​ຈ້າງ​ເຂົ້າ​ຮຽນ​ໄດ້ ສຳ­ລັບ​ການ­ຈັດ­ຕັ້ງ​ກໍ​ຄວນ​ປະ­ກາດ​ຕັກ­ເຕືອນ​ຜູ້​ໃຕ້​ບັງ­ຄັບ​ບັນ­ຊາ​ຢ່າງ​ເຄັ່ງ​ຄັດ ບໍ່​ແມ່ນ​ນັ່ງ​ເສີຍ​ໃສ່​ເກຍ​ວ່າງ ເພາະ​ລັດ­ຖະ­ບານ​ກໍ​ໄດ້​ອອກ​ແຈ້ງ​ການ​ລະ­ບຽບ ແລະ ຈັນ​ຍາ​ບັນ​ສຳ­ລັບ​ພະ­ນັກ­ງານ​ຫຼາຍ​ອາ­ຊີບ ສາ­ຂາ​ໄວ້​ແລ້ວ ບໍ່​ແມ່ນ​ວ່າ​ຈະ​ເອົາ​ໄປ​ເຊື່ອງ​ໄວ້​ກ້ອງ​ໂຕະ ບໍ່​ເຜີຍ­ແຜ່ ແລະ ລົງ­ໂທດ​ຜູ້​ລະ­ເມີດ​ນັກ​ສຶກ​ຈຶ່ງ​ຄວນ​ເລືອກ​ຕັ້ງ­ໃຈ​ຮຽນ ເພື່ອ​ເສັງ​ເຂົ້າ​ໃຫ້​ໄດ້​ດີ ກວ່າ​ຝາກ​ອະ­ນາ­ຄົດ​ໄວ້​ນຳ​ຄ່າ​ນິ­ຍົມ​ຊື້​ຈ້າງ.

ດັ້ນ​ກີບ​ເມກ

Leave a Reply

error: Content is protected !!