ຮ່ວມມືສ້າງສູນບໍລິການ ໃຫ້ຄຳປຶກສາຄວາມປອດໄພ

    ພິ­ທີ​ເຊັນ​ສັນ­ຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ສ້າງ​ສູນ​ບໍ­ລິ­ການ​ໃຫ້​ຄຳ​ປຶກ­ສາ​ດ້ານ​ຄວາມ​ປອດ​ໄພ ຂອງ​ລະ­ບົບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ­ສານ ລະ­ຫວ່າງ​ກົມ​ເຕັກ​ໂນ​ໂລ​ຊີ​ດີ​ຈິ​ຕອນ ກະ­ຊວງ​ວິ​ທະ​ຍາດ ແລະ ເຕັກ​ໂນ​ໂລ​ຊີ ແລະ ບໍ­ລິ­ສັດ ເຈ​ເອວ​ເອ​ສ​ໄອ​ທີ​ໂຊ​ລູ​ເຊີ້ນ ຈຳ­ກັດ​ຜູ້​ດຽວ ຈັດ​ຂຶ້ນ​ວັນ​ທີ 25 ກໍ­ລະ­ກົດ 2019 ທີ່​ໂຮງ­ແຮມ​ດອນ​ຈັນ​ພາ​ເລດ ນະ­ຄອນ­ຫຼວງ​ວຽງ​ຈັນ ຮ່ວມ​ລົງ​ນາມ​ຂອງ​ທ່ານ ແກ້ວ​ນະ­ຄອນ ໄຊ​ສຸ​ລຽນ ຫົວ­ໜ້າ​ກົມ​ເຕັກ​ໂນ​ໂລ​ຊີ​ດີ​ຈິ​ຕ໋ອນ ແລະ ທ່ານ ວົງ​ພູ­ທອນ ສີ​ຈັນ­ທະ​ລາດ ປະ­ທານ ບໍ­ລິ­ສັດ ເຈ​ເອວ​ເອ​ສ​ໄອ​ທີ​ໂຊ​ລູ​ເຊີ້ນ ຈຳ­ກັດ​ຜູ້​ດຽວ ມີ​ທ່ານ ບໍ່​ວຽງ​ຄຳ ວົງ​ດາ­ລາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ພ້ອມ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

    ການ​ລົງ​ນາມ​ຄັ້ງ​ນີ້ ເປັນ​ການ​ຜັນ​ຂະ­ຫຍາຍ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ວ່າ​ດ້ວຍ​ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ສ້າງ ແລະ ພັດ­ທະ­ນາ​ຄວາມ​ປອດ​ໄພ​ຂອງ​ລະ­ບົບ​ເຕັກ​ໂນ​ໂລ​ຊີ ຂໍ້​ມູນ​ຂ່າວ­ສານ​ທີ່​ໄດ້​ລົງ​ນາມ ປີ 2017 ເຊິ່ງ​ໄລ­ຍະ​ຜ່ານ​ມາ​ລັດ­ຖະ­ບານ​ໄດ້​ມີ​ນະ­ໂຍ­ບາຍ​ສົ່ງ­ເສີມ​ໃນ​ການ​ຫັນ​ເປັນ​ທັນ​ສະ­ໄໝ ແລະ ໄດ້​ສ້າງ​ນິ­ຕິ​ກຳ​ຫຼາຍ​ສະ­ບັບ ກ່ຽວ​ກັບ​ວຽກ​ງານ​ໄອ​ທີ-ດີ​ຈິ​ຕ໋ອນ ເຊັ່ນ: ກົດ­ໝາຍ​ວ່າ​ດ້ວຍ​ທຸ­ລະ​ກຳ​ທາງ​ເອ​ເລັກ​ໂຕຣ​ນິກ ກົດ­ໝາຍ​ວ່າ​ດ້ວຍ​ປົກ​ປ້ອງ​ຂໍ້​ມູນ ກົດ­ໝາຍ​ວ່າ​ດ້ວຍ​ການ​ຕ້ານ ແລະ ສະ­ກັດ​ກັ້ນ​ອາ​ຊະ​ຍາ​ກຳ​ທາງ​ລະ­ບົບ​ຄອມ​ພິວ​ເຕີ ອັນ​ເປັນ​ເຄື່ອງ­ມື​ພື້ນ­ຖານ​ໃນ​ການ​ປົກ​ປ້ອງ​ສິດ­ຜົນ­ປະ­ໂຫຍດ​ຂອງ​ສັງ­ຄົມ ເພື່ອ​ຄຸ້ມ​ຄອງ​ການ​ນຳ​ໃຊ້​ລະ­ບົບ​ໂອ​ທີ-ດີ​ຈິ​ຕ໋ອນ ໃຫ້​ມີ​ຄວາມ​ຖືກ­ຕ້ອງ ປອດ​ໄພ ແລະ ຍຸ­ຕິ​ທຳ​ໃນ​ສັງ­ຄົມ.

    ທ່ານ ສຸ­ລິ­ຍາ ແສງ​ດາ­ລາ​ວົງ ຮອງ​ຫົວ­ໜ້າ​ກົມ​ເຕັກ​ໂນ​ໂລ​ຊີ ດີ​ຈິ​ຕ໋ອນ​ກ່າວ​ວ່າ: ຜ່ານ​ການ​ສຶກ​ສາ​ເບື້ອງ​ຕົ້ນ​ເຫັນ​ວ່າ​ບໍ­ລິ­ສັດ ຫຼື ຜູ້​ປະ­ກອບ​ການ​ທີ່​ໃຫ້​ບໍ­ລິ­ການ​ດ້ານ​ລະ­ບົບ​ໄອ​ທີ ອິນ​ເຕີ​ເນັດ ໂທລະ​ຄົມ ແລະ ສະ​ຖາ​ບັນ​ການ​ເງິນ​ໃນ​ລາວ ຍັງ​ກວມ​ສ່ວນ​ຫຼາຍ​ທີ່​ຍັງ​ບໍ່​ໃຫ້​ຄວາມ​ສຳ­ຄັນ​ດ້ານ​ຄວາມ​ປອດ​ໄພ​ລະ­ບົບ​ໄອ​ທີ​ເທົ່າ​ທີ່​ຄວນ ແລະ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢັ້ງ­ຢືນ​ມາດ­ຕະ­ຖານ​ຄວາມ​ປອດ​ໄພ​ຂອງ​ລະ­ບົບ​ໄອ​ທີ (ISO:27001) ແລະ ISO ອື່ນໆ​ກ່ຽວ­ຂ້ອງ ເຊິ່ງ​ເປັນ​ຊ່ອງ​ວ່າງ​ໃຫ້​ແກ່​ກຸ່ມ​ຄົນ​ທີ່​ບໍ່​ຫວັງ​ດີ​ສາ­ມາດ​ເຈາະ​ລະ­ບົບ ເພື່ອ​ໂຈນ​ລະ­ກຳ​ຂໍ້​ມູນ​ສຳ­ຄັນ​ຂອງ​ອົງ​ກອນ ລວມ​ທັງ​ການ​ເຈາະ​ເຂົ້າ​ໃນ​ລະ­ບົບ​ຄອມ​ພິວ​ເຕີ​ຂອງ​ສະ​ຖາ​ບັນ​ການ​ເງິນ ທະ­ນາ­ຄານ ແລະ​ອື່ນໆ ສະ­ນັ້ນ ຄະ­ນະ​ນຳ​ກະ­ຊວງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ຈຶ່ງ​ຕົກ­ລົງ​ເຫັນ​ດີ​ໃຫ້​ສ້າງ​ສູນ​ບໍ­ລິ­ການ​ໃຫ້​ຄຳ​ປຶກ­ສາ​ດ້ານ​ຄວາມ​ປອດ​ໄພ ຂອງ​ລະ­ບົບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ­ສານ ໂດຍ​ສູນ​ນີ້​ຈະ​ເຮັດ​ໜ້າ­ທີ່​ຕົ້ນ­ຕໍ ຄື: ຄົ້ນ­ຄວ້າ ແລະ ພັດ­ທະ­ນາ​ລະ­ບົບ​ຄວາມ​ປອດ​ໄພ​ດ້ານ​ໄອ​ທີ ປະ­ກອບ​ມີ​ດ້ານ​ນິ­ຕິ​ກຳ ລະ­ບຽບ​ການ​ກ່ຽວ­ຂ້ອງ ດ້ານ​ນະ­ໂຍ­ບາຍ​ສົ່ງ­ເສີມ​ການ​ພັດ­ທະ­ນາ​ລະ­ບົບ​ເຕັກ­ນິກ ບໍ­ລິ­ການ​ໃຫ້​ຄຳ​ປຶກ­ສາ ແລະ ເຝິກ­ອົບ­ຮົມ​ກ່ຽວ​ກັບ​ລະ­ບົບ​ຄວາມ​ປອດ​ໄພ ດ້ານ​ໄອ​ທີ​ໃຫ້​ໄດ້​ຕາມ​ມາດ­ຕະ­ຖານ​ສາ­ກົນ.

Leave a Reply

error: Content is protected !!