ຮ່ວມ​ມື​ວຽກ​ງານ​ສະໜອງ ​ແລະ ບໍລິການ​ໄຟຟ້າ​ຢູ່ ນວ

    ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວຽກງານສະໜອງ ແລະ ບໍລິການໄຟຟ້າສາລະນະຢູ່ນະຄອນຫຼວງວຽງຈັນ (ນວ) ລະຫວ່າງອົງການປົກຄອງ ນວ ແລະ ລັດວິສາຫະກິດໄຟຟ້າລາວ ຈັດຂຶ້ນວັນທີ 3 ພະຈິກ 2021 ທີ່ສຳນັກງານຫ້ອງວ່າການ ນວ ຮ່ວມລົງນາມລະຫວ່າງທ່ນ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

     ທ່ານ ຈັນທະບູນ ສຸກອາລຸນ ໄດ້ກ່າວວ່າ: ລັດວິສາຫະກິດໄຟຟ້າລາວ ຮ່ວມມືກັບອົງການປົກ ນວ ໃນວຽກງານຂະແໜງໄຟຟ້າທີີ່ພວກເຮົາຮັບຜິດຊອບຫຼັກ ແລະ ມີຄວາມຊໍານິຊໍານານ ເຊິ່ງການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ຈະເປັນການສົົ່ງເສີມການຮ່ວມມືຮອບດ້ານ ແລະ ເປັນພື້ນຖານໃຫ້ແກ່ໜ່ວຍງານກ່ຽວຂ້ອງຂອງສອງຝ່າຍ ໃນການສຶກສາຄວາມເປັນໄປໄດ້ເບື້ອງຕົົ້ນ ເພືີ່ອກ້າວໄປສູ່ການລົງເລິກຮ່ວມມືໃນໜ້າວຽກຕ່າງໆ ໂດຍສະເພາະ ວຽກງານລະບົບໄຟເຍືອງທາງສາທາລະນະ ໄຟສັນຍານຈະລາຈອນ ໄຟຊົນລະປະທານ ການຕັດແຕ່ງຕົົ້ນໄມ້ຕາມແລວສາຍໄຟໃນຂົງເຂດຕົວເມືອງໃຫ້ມີຄວາມສວຍງາມ ການຈັດສັນສາຍໄຟ-ສາຍໂທລະຄົມລົງດິນໃນບາງຂົງເຂດຕົວເມືອງທີີ່ເຫັນວ່າຈໍາເປັນ ແລະ ການນໍາໃຊ້ນະວັດຕະກກໍາ-ເຕັກໂນໂລຊີໃໝ່ໃນສໍານັກງານທີີ່ຂຶ້ນກັບອົງກອນປົກຄອງ ນວ ເພືີ່ອການປະຢັດພະລັງງານໄຟຟ້າ ກໍໍຄືການປະຢັດງົບປະມານໃນຂະແໜງ ການຂອງລັດ ​ເຊິ່ງດ້ວຍທ່າແຮງຂອງລັດວິສາຫະກິດໄຟຟ້າລາວ ທີີ່ມີຄວາມພ້ອມດ້ານເຕັກນິກ-ວິຊາກາ ປະສົບການໃນການບໍລິການ-ສ້ອມແປງ-ຕິດຕັ້ງ ແລະ ສະໜອງໄຟຟ້າໃນທົົ່ວປະເທດ ຈະສາມາດຍົກລະດັບຄຸນນະພາບ ວຽກງານບໍລິການລະບົບໄຟຟ້າໃນ ນວ ໃຫ້ໄດ້ຮັບການພັດທະນາຕາມມາດຕະຖານເຕັກນິກ ທັງເປັນການຮັບປະກັນການປະຕິບັດຕາມນະໂຍບາຍ ສ ແສງສະຫວ່າງຂອງພັກ ແລະ ອົງການປົກຄອງ ນວ ເທືີ່ອລະກ້າວ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ປະຢັດ ພຽງພໍ ປອດໄພ ສະຖຽນ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເຖິງຢ່າງໃດກໍຕາມ ການສຶກສາຄວາມເປັນໄປໄດ້ ແລະ ການຮ່ວມມືໃນລາຍລະອຽດຂອງສອງຝ່າຍນັ້ນ ຈະສຸມໃສ່ການແກ້ໄຂສິ່ງກີດຂວາງ ແລະ ຄວາມຂາດຕົກບົກຜ່ອງໃນວຽກງານການພັດທະນາ ການຊົມໃຊ້ ແລະ ການສ້ອມແປງ-ບໍາລຸງຮັກສາລະບົບໄຟຟ້າສາທາລະນະເປັນຕົົ້ນຕໍ ວຽກງານໃດທີີ່ຜ່ານມາໄດ້ຮັບການປັບປຸງ ຫຼື ມີການໃຫ້ບໍລິການຖືກຕ້ອງຕາມມາດຕະຖານ-ເຕັກນິກແລ້ວ ກໍໍຈະຍັງຄົງສືບຕໍໍ່ເສີມຂະຫຍາຍ ແລະ ຈັດຕັ້ງປະຕິບັດອີກຕໍໍ່ໄປ ເພືີ່ອໃຫ້ໄດ້ຮັບໝາກຜົນທີີ່ດີກວ່າເທືີ່ອລະກ້າວ. 

 # ຂ່າວ & ພາບ :  ສົມສະຫວັນ  

error: Content is protected !!