ສຳ​ມະ​ນາ​ທາງ​ວິຊາ​ການ ​ກ່ຽວ​ກັບ​ທ່າ​ບົກທ່າ​ນາ​ແລ້ງ ​

    ງານ​ສຳ​ມະ​ນາ​ທາງ​ວິຊາ​ການ​ ກ່ຽວ​ກັບ​ທ່າ​ບົກທ່າ​ນາ​ແລ້ງ ​ແລະ ​ເຂດ​ໂລຈິສຕິ​ກພາກ ​ໃນ​ຫົວ​ຂໍ້” ທ່າ​ແຮງ​ການ​ປ່ຽນ​ແປງ​ຂອງ​ສະພາບ​ແວດ​ລ້ອມ​ໂລ​ຈິ​ສຕິກ​ໃນ ສປປ ລາວ” ຈັດ​ຂຶ້ນວັນ​ທີ 2 ພະຈິກ 2021 ທີ່​ສຳນັກງານ​ບໍລິສັດ ວຽງຈັນ​ໂລຈິສຕິ​ກພາກ ຈຳກັດ ບ້ານ​ດົງ​ໂພ​ສີ ​ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ ຈັດ​ໂດຍ​ບໍລິສັດ ວຽງ​ຈັນ​​ໂລຈິສຕິ​ກພາກ ຈຳກັດ ​ແລະ ອົງການ​ສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ​ປະຈຳ ສປປ ລາວ ມີທ່ານ ສາຄອນ ພິລາງາມ ຜູ້ອຳນວຍການໃຫຍ່ທ່າບົກທ່ານາແລ້ງ ທ່ານ Katsuichi IWAKAMI ຫົວໜ້າ​ອົງການ​ສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ​ປະຈຳ ສປປ ລາວ ທ່ານ TeeChee Seng ຮອງ​ປະທານ​ບໍລິສັດ ​ວຽງ​ຈັນ​ໂລຈິສຕິ​ກພາກ ຈຳກັດ ​ທ່ານ Yasushi KIKUCHI  ຫົວໜ້າ​ອົງການ​ສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ​ປະຈຳ​ລາວ  (ຄົນ​ໃໝ່) ​​ນັກທຸລະກິດຍີ່ປຸ່ນ (ເຂົ້າຮ່ວມທາງອອນລາຍ) ແລະ ວິຊາ​ການ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍເຂົ້າ​ຮ່ວມ.

     ​ທ່ານ ສາຄອນ ພິລາ​ງາມ ​ໄດ້​ຍົກ​ໃຫ້​ເຫັນ​ກ່ຽວ​ກັບ​ໂຄງການ​ທ່າ​ບົກ​ທ່າ​ນາ​ແລ້ງ​ໂດຍ​ຫຍໍ້ ຈາກນັ້ນ ຝ່າຍ​​​ຍີ່​ປຸ່ນ​ໄດ້ມີ​ຄຳ​ເຫັນ​ແລກປ່ຽນ​ບາງ​ບັນຫາກ່ຽວ​ກັບການ​ບໍລິການ​ຢູ່​ທ່າ​ບົກ​ທ່າ​ນາ​ແລ້ງ​ ເປັນ​ຕົ້ນ: ທ່າ​ບົກ​ທ່າ​ນາ​ແລ້ງ​ມີ​ບົດບາດ​ສຳຄັນ​ແນວ​ໃດ​ຕໍ່​ກັບ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ລາວ-ຈີນ ​ແລະ ທາງ​ລົດ​ໄຟ​ລາວ-​ໄທ ການ​ຮັບ​ສິນຄ້າ​ຈາກ​ປະ​ເທດ​ໄທ​ໄປຍັງ​ປະ​ເທດ​ຈີນ ກໍ​ຄື​ຈາກ​ປະ​ເທດ​ທີ​ໜຶ່ງ​ໄປ​ປະ​ເທດ​ທີ​ສາມ ການຈັດ​ສົ່ງ​ສິນຄ້າ​ຂອງ​​ໂຮງງານ​ຍີ່ປຸ່ນ​ຢູ່ ສປປ ລາວ ​ໄປ​ຍັງ​ປະ​ເທດ​ຍີ່ປຸ່ນ ​ການ​​ເກັບ​ຄ່າ​ບໍລິການການ​ຂົນ​ສິນຄ້າ ແລະ ອື່ນໆ​ທີ່​ຝ່າຍ​ຍີ່ປຸ່ນ​ສົນ​ໃຈ​​ໃນດ້ານ​ການ​ບໍລິການ​ຢູ່​ທ່າ​ບົກ​ທ່າ​ນາ​ແລ້ງ​ຂອງ​ບໍລິສັດ ​ວຽງ​ຈັນ​​ໂລຈິສຕິ​ກພາກ ຈຳກັດ ​ເຊິ່ງ​ແຕ່ລະ​ຄຳ​ຖາມ​ນັ້ນທ່ານ ສາຄອນ ພິລາ​ງາມ ກໍ​ໄດ້ອະທິບາຍ​ໃຫ້​ຂໍ້​ມູນ​ຢ່າງ​ລະອຽດ​ ຈະ​ແຈ້ງ ກ່ຽວກັບ​ດ້ານ​ການ​ບໍລິການ​ຕ່າງໆ​ເປັນຕົ້ນ ​ທ່າ​ບົກ​ທ່າ​ນາ​ແລ້ງ​ເປັນ​ຈຸດ​ເຊື່ອມ​ຕໍ່ ​ແລະ ການ​ບໍລິ​ການ​ຂົນ​ສົ່ງ​​ ເປັນ​ຈຸດ​ຮອງ​ຮັບ​ສິນຄ້າທີ່​ຈະ​ຂົນ​ສົ່ງ​ສິນຄ້າ​ໄປ​ຍັງ​ປະ​ເທດ​ຕ່າງໆດ້ວຍ​ທາງ​ລົດ​ໄຟ ​ໂດຍ​ທ່າ​ບົກ​ທ່າ​ນາ​ແລ້ງ​ ຈະ​ເປັນ​ຜູ້​ບໍລິການສິ່ງ​ອຳນວຍ​ຄວາມ​ສະດວກ​ດ້ານ​ຕ່າງໆ​ໃຫ້​ແກ່ການ​ຂົນ​ສົ່ງສິນ​ຄ້າທາງບົກຂອງ​ບໍລິສັດ​ຕ່າງ​ໆ ​​ໂດຍ​ລວມ​ແລ້ວ ງານ​ສຳ​ມະ​ນາ​ຄັ້ງ​ນີ້​ໄດ້​ເຮັດ​ໃຫ້​ຜູ້​ເຂົ້າ​ຮ່ວມ​ຝ່າຍ​ຍີ່ປຸ່ນ ​ໄດ້​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ບໍລິການ​ຢູ່ທ່າ​ບົກ​ທ່າ​ນາ​ແລ້ງ​ ຂອງ​ບໍລິສັດ ວຽງ​ຈັນ​ໂລຈິສຕິ​ກພາກ ຈຳກັດ ຫຼາຍຂຶ້ນ​ຕື່ມອີກ ຈະ​ເປັນ​ຂໍ້​ມູນທີ່​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ຝ່າຍ​ຍີ່​ນປຸ່ນນຳ​ໄປ​ກະ​ຈ່າຍ​ໃຫ້​ບັນດາ​ນັກທຸລະກິດ​ຍີ່ປຸ່ນ ​ໂດຍ​ສະ​ເພາະ​ ນັກທຸລະກິດ​ຍີ່ປຸ່ນ​ທີ່​ມາ​ລົງທຶນ​ສ້າງ​ຕັ້ງ​ບໍລິສັດ ​ແລະ ​ໂຮງ​ຈັກ​ໂຮງງານ​ຜະລິດ​ສິນຄ້າ​ຢູ່ ສປປ ລາວ ​ເພື່ອ​ສົ່ງ​ອອກ​ຕ່າງປະ​ເທດ ​ເປັນ​ຕົ້ນ​ແມ່ນ​ປະ​ເທດ​ຍີ່ປຸ່ນ. 

 # ຂ່າວ & ພາບ :  ສົມສະຫວັນ  

error: Content is protected !!