ເຈົ້າເມືອງຫົງສາ ພົບປະໂອ້ລົມປະຊາຊົນບ້ານກີ່ວມ່ວງ

    ວັນທີ 3 ພະຈິກ 2021 ທ່ານ ຄຳຫຼ້າ ຜິວວັນນາ ເຈົ້າເມືອງຫົງສາ ແຂວງໄຊຍະບູລີ ພ້ອມຄະນະການນຳຂອງເມືອງ ແລະ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຫົງສາ ໄດ້ລົງຢ້ຽມຢາມ ແລະ ພົບປະປະຊາຊົນບ້ານກີ່ວມ່ວງ ໂດຍການຕ້ອນຮັບຂອງທ່ານ ນວນ ທອງຄຳ ນາຍບ້ານໆກີ່ວມ່ວງ ພ້ອມດ້ວຍອົງການປົກຄອງ ແລະ ປະຊາຊົນພາຍໃນບ້ານ.

    ທ່ານ ນວນ ທອງຄຳ ໄດ້ລາຍງານຫຍໍ້ ກ່ຽວກັບສະພາບການເຄື່ອນໄຫວຂອງອົງການປົກຄອງບ້ານກີ່ວມ່ວງ ເຊິ່ງບ້ານກີ່ວມ່ວງ ມີເນື້ອທີ່ທັງໝົດ 3.656 ເຮັກຕາ  ມີ 98 ຫຼັງຄາເຮືອນ ມີ 91 ຄອບຄົວ  ມີ  7  ໜ່ວຍຄຸ້ມຄອງ ມີພົນລະເມືອງທັງໝົດ 517 ຄົນ ຍິງ 254 ຄົນ ເປັນເຜົ່າໄປຣ່ ພາຍໃນບ້ານແມ່ນມີສະຖຽນລະພາບທາງດ້ານການເມືອງ ສາມາດຮັກສາໄດ້ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໄດ້ໂດຍພື້ນຖານ ເສດຖະກິດຂອງບ້ານມີການຂະຫຍາຍຕົວດ້ວຍຈັງຫວະໝັ້ນທ່ຽງ ລວມຍອດຜະລິດຕະພັນພາຍໃນບ້ານ ຫຼື GDP ໄດ້ທັງໝົດ 3,3 ຕື້ກີບ ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 6.500.000 ກີບຕໍ່ຄົນຕໍ່ປີ ເທົ່າກັບ 814 ໂດລາສະຫະລັດ ສ່ວນຂະບວນການຜະລິດກະສິກຳ ການປູກພືດ-ການລ້ຽງສັດຂອງພໍ່ແມ່ປະຊາຊົນ ແມ່ນສືບຕໍ່ຂະຫຍາຍຕົວຂຶ້ນຕາມລຳດັບ ແລະ ນອກຈາກນີ້ ປະຊາຊົນສ່ວນໜຶ່ງຍັງໄດ້ໄປເຮັດວຽກຢູ່ໃນໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ.

    ທ່ານ ຄຳຫຼ້າ ຜິວວັນນາ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ອົງການປົກຄອງບ້ານຍາດມາໄດ້ໃນໄລຍະຜ່ານມາ ພ້ອມນັ້ນ ໄດ້ເນັ້ນໜັກໃຫ້ອົງການປົກຄອງບ້ານ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ກັບປະຊາຊົນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນຕໍ່ບັນຫາປາກົດການຫຍໍ້ທໍ້ພາຍໃນບ້ານ ເຊັ່ນ: ບັນຫາສາສະໜາ ບັນຫາຄ້າ-ຂາຍຢາເສບຕິດ ເສບຢາບ້າ ອາລະວາດຕີກັນ ການຜິດຖຽງຂອງຄອບຄົວ ແລະ ອື່ນໆ ເພີ່ມຄວາມສາມັກຄີໃຫ້ແໜ້ນແຟ້ນ ເປັນແບບຢ່າງທີ່ດີໃຫ້ກັບປະຊາ ຊົນ ສືບຕໍ່ຊຸກຍູ້ ແລະ ສົ່ງເສີມປະຊາຊົນໃນການຜະລິດເປັນສິນຄ້າໃຫ້ຫຼາຍຂຶ້ນກວ່າເກົ່າ.

    ໂອກາດນີ້ ໄດ້ມອບກະເບື້ອງຈຳນວນ 328 ແຜ່ນ ແຜ່ນຫຼົບ 20 ຄູ່ ລວມມູນຄ່າ 6.320.000 ກີບ ຊ່ວຍບ້ານປັບປຸງຫຼັງຄາຫ້ອງການບ້ານ ມອບເຄື່ອງອຸປະກອນການຮຽນ-ການສອນ ໃຫ້ໂຮງຮຽນປະຖົມບ້ານກີ່ວມ່ວງ ບ້ານນ້ຳສິບ ແລະ ມອບເຄື່ອງບໍລິໂພກປະເພດປາກະປ໋ອງໃຫ້ອ້າຍນ້ອງທະຫານປ້ອງກັນຊາຍແດນຢູ່ປ້ອມນ້ຳສິບຕື່ມອີກ.

# ຂ່າວ & ພາບ :  ບຸນມີ  

error: Content is protected !!