ຊາວ​ກະສິກອນ​ ນວ ​ເກັບ​ກ່ຽວ​ເຂົ້ານາ​ປີ​ໄດ້​ຫຼາຍ​ພັນ​ເຮັກຕາ

    ທ່ານ ໜຽວຄໍາ ຄໍາມີນາທີ ຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ໃຫ້ສໍາພາດການຜະລິດລະດູຝົນ ປີ 2021 ໃນວັນທີ 3 ພະຈິກ 2021 ວ່າ: ປີ 2021 ພະແນກກະສິກໍາ ແລະ ປ່າໄມ້ ນວ ໄດ້ວາງແຜນການປູກເຂົ້ານາ​ລະ​ດູ​ຝົນໃນ​ເນື້ອທີ່ແຜນ​ການທັງ​ໝົດ 52.050 ເຮັກຕາ ຄາດຄະເນຜະລິດຕະພາບ 4,53 ໂຕນຕໍ່ເຮັກຕາ ຄາດຄະເນຜົນຜະລິດ 235.820 ໂຕນ ຕົກ​ກ້າ​ໄດ້ 4.164 ໂຕນ ເທົ່າ​ກັບ 100% ປັກ​ດຳປູກເຂົ້າ​ນາ​ປີໄດ້ 51.938 ເຮັກຕາ ເທົ່າກັບ 99,78% ໃນນັ້ນ ປັກ​ດຳ 21.192 ເຮັກ​ຕາ ນາຫວ່ານ 30.746 ເຮັກຕາ ​ປັດຈຸບັນ ສາ​ມາດ​ເກັບ​ກ່ຽວ​ເຂົ້າ​ນາ​ໄດ້ 37.523 ເຮັກ​ຕາ ທຽບໃສ່ເນື້ອ​ທີ່​ປັກ​ດຳເທົ່າກັບ 72,25% ໃນນີ້ ເກັບກ່ຽວເຂົ້າທົ່ວໄປ 26.082 ເຮັກຕາ ເກັບກ່ຽວເຂົ້າດ້ວຍກົນຈັກ 11.441 ເຮັກຕາ ເມືອງທີ່ເກັບກ່ຽວ​ໄດ້ຄື: ເມືອງໄຊທານີ 12.852 ເຮັກຕາ ​ເມືອງຫາດຊາຟອງ 4.235 ເຮັກຕາ ​ເມືອງນາຊາຍທອງ 3.955 ເຮັກຕາ ເມືອງສັງທອງ 7.620 ເຮັກຕາ ​ເມືອງປາກງື່ມ 6.740 ເຮັກຕາ ​ເມືອງໄຊເສດຖາ 1.180 ເຮັກຕາ ​ເມືອງສີໂຄດຕະບອງ 821 ເຮັກຕາ ​ເມືອງຈັນທະບູລີ 105 ເຮັກຕາ ແລະ ​ເມືອງສີສັດຕະນາກ 15 ເຮັກຕາ ປັດ​ຈຸ​ບັນ​ ກໍາ​ລັງ​ລົງ​ຕີ​ສະ​ມັດ​ຕະ​ພາບ 5 ເມືອງ 19 ບ້ານ.

    ການປູກພືດຜັກເນື້ອທີ່ແຜນການ 3.779 ເຮັກຕາ ຄາດຄະເນຜະລິດຕະພາບ 10,12 ໂຕນຕໍ່ເຮັກຕາ ຄາດຄະເນຜົນຜະລິດ 38.225 ໂຕນ ປັດຈຸບັນປະຕິບັດໄດ້  3.654 ເຮັກຕາ ຜົນ​ຜະ​ລິດ 36.978 ໂຕນ ທຽບໃສ່ແຜນການ ເທົ່າກັບ 96,69% ແຜນການ​ຜະ​ລິດພືດຜັກອິນຊີ 116 ເຮັກຕາ ຄາດຄະເນຜະລິດຕະພາບ 8,18 ໂຕນຕໍ່ເຮັກຕາ ຄາດຄະເນຜົນຜະລິດ 1.022 ໂຕນ ສາ​ມາດ​ປະ​ຕິ​ບັດ​ໄດ້ 111 ເຮັກ​ຕາ ຜົນ​ຜະ​ລິດ 907 ໂຕນ ເທົ່າ​ກັບ 95,68% ​ແຜນ​ການ​ຜະ​ລິດພືດຜັກກະສິກຳທີ່ດີ (GAP) 207 ເຮັກຕາ ຄາດຄະເນຜະລິດຕະພາບ 9,74 ໂຕນຕໍ່ເຮັກຕາ ຜົນຜະລິດ 2.019 ໂຕນ ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້ 198 ເຮັກ​ຕາ ຜົນ​ຜະ​ລິດ 1.928 ໂຕນ ເທົ່າ​ກັບ 95,65% ການ​ຜະ​ລິດຂອງ​ກຸ່ມ​​ຊາວ​ກະ​ສິ​ກອນ ແລະ ຜູ້​ປະ​ກອບ​ການທີ່​ມີ​ການ​ຜະ​ລິດ​ໃນ​ລະ​ບົບ​ໂຮງ​ເຮືອນ ເຮືອນ​ຮົ່ມ ເຮືອນ​ປູກໄຮ​ໂດຣ​ໂປ​ຣນິກ ການ​ປູກ​ໂດຍ​ນຳ​ໃຊ້​ໂຊ​ລາ​ເຊວ ແລະ ການ​ໃຫ້​ນ້ຳ​ໃນ​ລະ​ບົບ​ສະ​ປິ້ງ​ເກີທີ່​ສະ​ໜອງ​ຕະ​ຫຼາດ​ອິ​ນ​ຊີ ​ຕະ​ຫຼາດຂາຍ​ອອນ​ລາຍ ແລະ ຫ້​າງ​ຮ້ານ​ຊຸ​ບເປີ​ມາກ​ເກັດ​ຕ່າງໆໃນ​ ນວ.

# ຂ່າວ & ພາບ :  ສົມສະຫວັນ  

error: Content is protected !!