ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດໄດ້ 2 ຄົນ

    ໃນເວລາ 4:43 ໂມງວັນທີ 3 ພະຈິກ 2021 ປກສ ກຸ່ມ 5 ທ່າເດື່ອ ສົມທົບກັບກອງກໍ່ສ້າງຮາກຖານ ລົງແກ້ໄຂເປົ້າໝາຍມົ້ວສຸມເສບຢາເສບຕິດຢູ່ຕາມຂອບເຂດຄວາມຮັບຜິດຊອບເຂດບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໃນຂະນະເວລາປະຕິບັດໜ້າທີ່ຢູ່ນັ້ນ ໄດ້ພົບເຫັນເປົ້າໝາຍຕ້ອງສົງໄສ  2 ຄົນ ຂັບຂີ່ລົດຈັກຊ້ອນກັນມາ ຈຶ່ງໄດ້ກວດກາ ແລະ ຄົ້ນຕົວ ພາຍຫຼັງກວດຄົ້ນຕົວ ພົບເຫັນຢາເສບຕິດປະເພດ (ຢາບ້າ) 759 ເມັດ ທີ່ຊຸກເຊື່ອງໄວ້ຢູ່ໃນຖົງພາຍພວກກ່ຽວ ດັ່ງນັ້ນ ຈຶ່ງໄດ້ນໍາຕົວຂຶ້ນມາ ປກສ ກຸ່ມ 5 ທ່າເດື່ອ ເພື່ອສອບສວນ.

    ຜ່ານການສອບສວນເບື້ອງຕົ້ນ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ຖືກຫາທັງສອງຄົນ ຊື່ທ້າວ ເຈົ້າ ແສງສຸວັນ ອາຍຸ 24 ປີ ອາຊີບກໍາມະກອນ ແລະ ທ້າວ ເອ ອານຸສອນ ອາຍຸ 22 ອາຊີບກໍາມະກອນ ຢູ່ບ້ານຊຽງຄວນ ເມືອງຫາດຊາຍຟອງ  ແລະ ຮັບສາລະພາບວ່າ ຢາບ້າ 759 ເມັດທີ່ເຈົ້າໜ້າທີ່ກວດພົບເຫັນຢູ່ໃນຖົງພາຍນີ້ ແມ່ນຂອງພວກຕົນທີ່ກຳລັງຈະນຳໄປຂາຍໃຫ້ກຸ່ມໄວລຸ້ນທົ່ວໄປພາຍໃນບ້ານ ແຕ່ຖືກເຈົ້າໜ້າທີ່ກັກຕົວກ່ອນ.

    ປັດຈຸບັນ ຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ກຸ່ມ 5 ທ່າເດື່ອ ໄດ້ສົ່ງຕົວພວກກ່ຽວ ພ້ອມຂອງກາງຢາບ້າ ໃຫ້ພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ເພື່ອເປີດກ້ວາງຂະຫຍາຍຜົນຫາກຸ່ມແກ້ງພັກພວກມາດຳເນີນຄະດີຕາມກົດໝາຍ.

     ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງປະຊາຊົນທຸກຊັ້ນຄົນ ຈົ່ງປະຕິບັດສິດ ພັນທະໜ້າທີ່ຂອງຕົນຊ່ວຍເຈົ້າໜ້າທີ່ ຖ້າຫາກພົບເຫັນການເຄື່ອນໄຫວທີ່ຜິດຕໍ່ກົດໝາຍ ອັນນໍາໄປສູ່ຄວາມບໍ່ສະຫງົບ ໃຫ້ຮີບຮ້ອນລາຍງານມາຊ່ອງທາງວອດແອັບ ເບີ 020 28899774 ຫຼື ແຈ້ງຜ່ານຊ່ອງທາງເຟສບຸກປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ.

error: Content is protected !!