ການສຶກສາຢູ່ເຂດຫ່າງໄກສອກຫຼີກ ຍັງມີຂີດຈຳກັດ

    ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ຊີ້ແຈງຂໍ້ຊັກຖາມຂອງສະພາແຫ່ງຊາດ ກ່ຽວກັບວຽກງານສຶກສາທິການ ແລະ ກີລາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 4 ພະຈິກ 2021 ທ່ານກ່າວວ່າ:

    ໃນສົກຮຽນປີ 2021-2022 (ໄລຍະການແຜ່ລະບາດຂອງພະຍາດໂຄວິດ-19) ປັດຈຸບັນ ທົ່ວປະເທດມີ 74 ເມືອງ ທີ່ສາມາດເປີດການຮຽນ-ການສອນໄດ້ປົກກະຕິ ມີ 72 ເມືອງ ໂຈະການຮຽນໃນສະຖານການສຶກສາ ແລະ ອີກ 2 ເມືອງ ໂຈະການຮຽນໃນໂຮງຮຽນບາງແຫ່ງ ເຊິ່ງສາເຫດທີ່ເຮັດໃຫ້ການຮຽນ-ການສອນທາງໄກບໍ່ທົ່ວເຖິງ ແລະ ບໍ່ໄດ້ຄຸນນະພາບ ຍ້ອນຄວາມພ້ອມດ້ານພື້ນຖານໂຄງລ່າງ.

    ເພື່ອສຸມໃສ່ການຫັນປ່ຽນຈາກການຮຽນແບບເຊິ່ງໜ້າປົກກະຕິ ມາເປັນການສຶກສາແບບທາງໄກ ໃຫ້ໄດ້ຄຸນນະພາບ ຕິດພັນກັບການຫັນເປັນທັນສະໄໝ ແລະ ວິຖີຊີວິດແບບໃໝ່ປົກກະຕິຍັງຈໍາກັດ ມີພຽງນັກຮຽນຈຳນວນໜຶ່ງທີ່ຜູ້ປົກຄອງສາມາດຊື້ເຄື່ອງມືເອເລັກໂຕຣນິກເຊັ່ນ: ໂນດບຸກ ຫຼື ສະມາດໂຟນ ໃຫ້ແກ່ລູກຫຼານຂອງຕົນໄດ້  ຄ່າອິນເຕີເນັດຍັງແພງ ໂຮງຮຽນຫຼາຍແຫ່ງບໍ່ມີໄຟຟ້າໃຊ້ ການຊົມໃຊ້ຊ່ອງໂທລະພາບສຶກສາກີລາຂອງປະຊາຊົນຍັງຈຳກັດ ລວມເຖິງຄວາມພ້ອມຂອງຜູ້ບໍລິຫານການສຶກສາ ແລະ ກີລາທຸກຂັ້ນ ແລະ ຄຸນນະພາບຂອງຄູ-ອາຈານຍັງບໍ່ທັນມີຄວາມພ້ອມສູງ ງົບປະມານບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງການພັດທະນາການສຶກສາ ແລະ ກີລາ ໃນໄລຍະໃໝ່ເຊັ່ນ: ໃນປີ 2019 ຂະແໜງການສຶກສາ ແລະ ກີລາໄດ້ຮັບງົບປະມານພຽງແຕ່ 12,6% ຂອງລາຍຈ່າຍລັດຖະບານ ປີ 2020 ໄດ້ 11,3% ແລະ ປີ 2021 ໄດ້ 12,73% ການປຸກລະດົມປະຊາຊົນ ພໍ່ແມ່ຜູ້ປົກຄອງ ຜູ້ປະກອບການ ແລະ ພາກສ່ວນໃນສັງຄົມ ເພື່ອຍູ້ແຮງການພັດທະນາການສຶກສາ ແລະ ກີລາ ເພື່ອເຂົ້າຮ່ວມການປະຕິບັດສິດ ແລະ ພັນທະຕໍ່ການສຶກສາ ແລະ ກີລາຍັງເຮັດບໍ່ໄດ້ດີ ແລະ ເລິກເຊິ່ງເທົ່າທີ່ຄວນ.

                                     # ຂ່າວ & ພາບ :  ຊິລິການດາ

error: Content is protected !!