ທົ່ວນະຄອນຫຼວງວຽງຈັນ ມີໂຮງງານສະເໜີຂໍເປີດຄືນ 108 ແຫ່ງ

    ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 4 ພະຈິກ 2021 ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງຂໍ້ຊັກຖາມຂອງສະພາແຫ່ງຊາດ ຕິດພັນກັບວຽກງານຂອງຂະແໜງອຸດສາຫະກຳ ແລະ ການຄ້າ ທ່ານກ່າວວ່າ: ພາຍຫຼັງມີແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ປິດຊົ່ວຄາວ ບັນດາໂຮງງານທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ພາຍໃນໂຮງງານ ສຳລັບໂຮງງານທີ່ຢູ່ໃນເຂດແດງ ໄດ້ຮັບອະນຸຍາດໃຫ້ເປີດ ມີ: ໂຮງງານຜະລິດສິນຄ້າບໍລິໂພກ ໂຮງງານຜະລິດຢາປິ່ນປົວພະຍາດ ອຸປະກອນການແພດ ແລະ ເຄື່ອງປ້ອງກັນການລະບາດ ແລະ ໂຮງງານປະເພດອື່ນໆທີ່ນຳໃຊ້ພະນັກງານ-ກຳມະກອນຢູ່ຫໍພັກພາຍໃນໂຮງງານເທົ່ານັ້ນ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນທີ່ຄະນະສະເພາະວາງອອກຢ່າງເຂັ້ມງວດ ແລະ ຕ້ອງໄດ້ຮັບປະເມີນ ໂດຍອີງໃສ່ 10 ເງື່ອນໄຂການປະຕິບັດ ແລະ 35 ຕົວຊີ້ວັດ ທີ່ກະຊວງສາທາລະນະສຸກກຳນົດໃຫ້ ຮອດວັນທີ 28 ຕຸລາ 2021 ສະເພາະຢູ່ນະຄອນຫຼວງວຽງຈັນ ມີໂຮງງານສະເໜີຂໍເປີດຄືນ 108 ແຫ່ງ ໃນນີ້ ໂຮງງານທີ່ໄດ້ຮັບອະນຸຍາດໃຫ້ເປີດຄືນມີ 66 ແຫ່ງ.

    ສຳລັບຜົນກະທົບຕໍ່ໂຮງງານທີ່ມີຜູ້ຕິດເຊື້ອ ແລະ ຖືກຢຸດເຊົາການດຳເນີນທຸລະກິດຊົ່ວຄາວນັ້ນ ບໍ່ທັນສາມາດປະເມີນໄດ້ເປັນຕົວເລກທີ່ແນ່ນອນໃນເວລານີ້ ເຖິງຢ່າງໃດກໍຕາມ ຜ່ານການລາຍງານຂອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບາງສະມາຄົມທຸລະກິດ ເຫັນວ່າຫຼາຍໂຮງງານ ໂດຍສະເພາະຂະໜາດນ້ອຍ ແລະ ກາງ ພົບຄວາມຫຍຸ້ງຍາກດ້ານການເງິນ ເຊິ່ງມີຄວາມສ່ຽງທີ່ບາງແຫ່ງອາດຖືກຍົກເລີກສັ່ງຊື້ສິນຄ້າ ຫຼື ຕ້ອງປິດຕົວລົງ ແລະ ກ້າວໄປສູ່ການເລີກຈ້າງ ນີ້ຈະກະທົບຕໍ່ການດຳລົງຊີວິດຂອງພະນັກງານ-ກຳມະກອນ ເຊິ່ງອີກດ້ານໜຶ່ງ ຍັງໄດ້ຮັບຜົນກະທົບຈາກການອ່ອນຄ່າຂອງເງິນກີບ.

    ຕໍ່ກັບໂຮງງານທີ່ປິດກິດຈະການຊົ່ວຄາວ ກໍໄດ້ມີມາດຕະການຊ່ວຍເຫຼືອກຳມະກອນເຊັ່ນ: ຮັບຜິດຊອບຕໍ່ບ່ອນພັກເຊົາ ແລະ ອາຫານການກິນຂອງພະນັກງານ-ກຳມະກອນ ໂຮງງານບາງແຫ່ງຢູ່ນະຄອນຫຼວງວຽງຈັນ ແມ່ນໄດ້ຈ່າຍຄ່າແຮງງານ 50% ຂອງເງິນເດືອນພື້ນຖານ ແລະ ຈຳນວນໜຶ່ງແມ່ນຈ່າຍຄ່າແຮງງານເຕັມ 100% ບັນດາແຮງງານຕ່າງໆ ແມ່ນໄດ້ເອົາໃຈໃສ່ຈັດການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ເພື່ອໃຫ້ພະນັກງານ-ກຳມະກອນໄດ້ຮັບວັກຊິນຄົບໂດສ ແລະ ສາມາດດຳເນີນທຸລະກິດເປັນປົກກະຕິ.

# ຂ່າວ & ພາບ :  ຊິລິການດາ  

error: Content is protected !!