ການສົ່ງອອກສິນຄ້າກະສິກຳ ປະຕິບັດໄດ້ 890 ລ້ານກວ່າໂດລາສະຫະລັດ

    ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 4 ພະຈິກ 2021 ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຊີ້ແຈງຕໍ່ສະພາກ່ຽວກັບວຽກງານກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ທ່ານກ່າວວ່າ: ຄວາມຄືບໜ້າການຈັດຕັ້ງປະຕິບັດໃນໄລຍະ 10 ຜ່ານມາ ມູນຄ່າສົ່ງອອກສິນຄ້າກະສິກຳທັງໝົດ 890 ລ້ານກວ່າໂດລາສະຫະລັດ ໂດຍສົ່ງອອກໄປຫຼາຍກວ່າ 20 ປະເທດ ໃນນັ້ນ ຕະຫຼາດສົ່ງອອກຫຼັກແມ່ນ ສປ ຈີນ ໄທ ສສ ຫວຽດນາມ ແລະ ເອີຣົບ ສິນຄ້າສົ່ງອອກຫຼາຍກວ່າໝູ່ແມ່ນ ມັນຕົ້ນ ໝາກກ້ວຍ ຢາງພາລາ ກາເຟ ໝາກໂມ ອ້ອຍ ແລະ ໝາກເດືອຍ.

    ມາຮອດປັດຈຸບັນ ໄດ້ສຳເລັດການເຊັນອະນຸສັນຍາຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ-ສັດ ກັບ ສປ ຈີນແລ້ວ ຈຳນວນທັງໝົດ 14 ລາຍການ ໃນນັ້ນ ມີ 13 ພືດ ແລະ 1 ສັດໃຫຍ່ ສະເພາະໃນປີ 2021 ໄດ້ສຳເລັດເຊັນອະນຸສັນຍາ 7 ລາຍການພືດ ກັບ ສສ ຫວຽດນາມ 16 ພືດ ແລະ ໄທ 15 ພືດ.

    ສັງລວມແລ້ວ ການສົ່ງອອກສິນຄ້າກະສິກຳໃນໄລຍະ 10 ເດືອນຜ່ານມາ ປະຕິບັດໄດ້ທັງໝົດ 890 ລ້ານກວ່າໂດລາສະຫະລັດ ລື່ນໄລຍະດຽວປີ 2020 ເກືອບ 40 ລ້ານໂດລາ ແລະ ເທົ່າກັບ 74% ຂອງແຜນການ 1,2 ຕື້ໂດລາ ເຊິ່ງຕະຫຼາດສົ່ງອອກຫຼັກຍັງແມ່ນ ສປ ຈີນ ກວມເອົາປະມານ 80% ຂອງມູນຄ່າສົ່ງອອກທັງໝົດ ສຳລັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແມ່ນເນັ້ນໃສ່ການສ້າງພື້ນຖານໂຄງລ່າງເປັນສ່ວນໃຫຍ່ ເນື່ອງຈາກວ່າໄລຍະຕົ້ນຂອງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແມ່ນມີຄວາມຈຳເປັນແທ້ ໂດຍສະເພາະ ເສັ້ນທາງການເຂົ້າເຖິງຕະຫຼາດໃນການຈຳໜາຍສິນຄ້າ ແລະ ການບໍລິການທາງດ້ານສາທາລະນະສຸກ ເປັນຕົ້ນ ໂຮງໝໍ ທະນາຄານ.

   ໃນປັດຈຸບັນ ແລະ ຕໍ່ໜ້າ ກະຊວງກະສິກຳ ແລະ ປ່າໄມ້ ກໍເຫັນໄດ້ຄວາມສຳຄັນໃນການສຸມໃສ່ສົ່ງເສີມການປູກ-ການລ້ຽງ ເພື່ອສ້າງລາຍຮັບໃຫ້ແກ່ປະຊາຊົນເປັນອາຊີບໝັ້ນຄົງ ເຂດຫ່າງໄກສອກຫຼີກ ເພື່ອປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນກວ່າເກົ່າ.

# ຂ່າວ & ພາບ :  ຊິລິການດາ

error: Content is protected !!