ລາຍລະອຽດ 3 ຄົນເສຍຊີວິດຈາກພະຍາດໂຄວິດ-19 ວັນທີ 4 ພະຈິກ 2021

     ທ່ານ ນາງ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະລະບາດວິທະຍາ ກະຊວງສາທາລະນະສຸກ ໃຫ້ຮູ້ລາຍລະອຽດຜູ້ເສຍຊີວິດໃໝ່ 3 ຄົນຈາການແຜ່ລະບາດພະຍາດໂຄວິດ-19 ວ່າ:

  • ຜູ້ທີ 1 ເພດຊາຍ ອາຍຸ 67 ປີ ບ້ານໂພນຫີນ ເມືອງນານ ແຂວງຫຼວງພະບາງ ຜູ້ກ່ຽວມີພະຍາດປະຈໍາຕົວ ໄຂ່ຫຼັງຊຸດໂຊມຂັ້ນສຸດທ້າຍ ແລະ ຄວາມດັນເລືອດສູງ ຜ່ານມາ ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ວັນທີ 22 ຕຸລາ ໄດ້ເຂົ້າມາກວດຢູ່ໂຮງໝໍແຂວງດ້ວຍອາການໄອ ຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ພ້ອມທັງໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 22 ຕຸລາ-ວັນທີ 2 ພະຈິກ 2021 ເປັນເວລາ 12 ວັນ ມາຮອດເວລາ 13:40 ໂມງ ຂອງວັນທີ 2 ພະຈິກ ຄົນເຈັບໄດ້ເສຍຊີວິດ
  • ຜູ້ທີ 2 ເພດຊາຍ ອາຍຸ 59 ປີ ອາຊີບ ກໍາມະກອນ ບ້ານຫ້ວຍຫົງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ມີພະຍາດປະຈຳຕົວ ປະດົງຄໍ່ ຜ່ານມາໄດ້ສັກຢາວັກຊີນຄົບ ວັນທີ 14 ຕຸລາ ເກັບຕົວຢ່າງຊອກຫາເຊື້ອພະຍາດໂຄວິດ-19 ວັນທີ 15 ຕຸລາ ຜົນກວດພົບເຊື້ອ ແລ້ວນຳສົ່ງໄປປິ່ນປົວຢູ່ພາກສະໜາມ ມຊ ວັນທີ 21 ຕຸລາ ມີອາການເຈັບເອິກ ໄອຫຼາຍ ຈຶ່ງໄດ້ນຳສົ່ງມາປິ່ນປົວຢູ່ໂຮງໝໍມິດຕະພາບໃນມື້ດຽວກັນນັ້ນ ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ແມ່ນແຕ່ວັນທີ 21 ຕຸລາ ຫາ ວັນທີ 3 ພະຈິກ ຮອດເວລາ 05:30 ໂມງຂອງວັນທີ 3 ພະຈິກ ຜູ້ກ່ຽວໄດ້ເສຍຊີວິດ
  • ຜູ້ທີ 3 ເພດຍິງ ອາຍຸ 29 ປີ ອາຊີບ ກຳມະກອນ ບ້ານາມົນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີພະຍາດປະຈຳຕົວ ເບົາຫວານ ຜ່ານມາໄດ້ສັກຢາວັກຊີນຄົບ ວັນທີ 30 ຕຸລາ ມີອາການວິນຫົວ ຫາຍໃຈຝືດ ແລະ ກະວົນກະວາຍ ວັນທີ 2 ພະຈິກ ກວດຕົວຢ່າງຊອກຫາພະຍາດໂຄວິດ-19 ແລະ ໃນມື້ດຽວກັນ ຜົນກວດອອກມາພົບເຊື້ອ ແລະ ໄດ້ເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ແມ່ນແຕ່ວັນທີ 2-3 ພະຈິກ ຮອດເວລາ 08:40 ຂອງວັນທີ 3 ພະຈິກ 2021 ຄົນເຈັບໄດ້ເສຍຊີວິດ.
error: Content is protected !!