ມື້ທີ 2 ທີ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ເພີ່ມເຖິງ 1.170 ແລະ ເສຍຊີວິດ 3 ຄົນ

    ທ່ານ ນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 4 ພະຈິກ 2021 ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ວັນທີ 3 ຕຸລາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 7.179 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.170 ຄົນ ໃນນີ້ຕິດເຊື້ອພາຍໃນ ມີ 1.165 ຄົນ ຈາກ 13 ແຂວງ ເຊິ່ງລາຍລະອຽດມີດັ່ງນີ້.

  • ນະຄອນຫຼວງ 589 ຄົນ ມາຈາກ 194 ບ້ານ ໃນ 9 ເມືອງ
  • ຫຼວງພະບາງ 109 ຄົນ ມາຈາກ 38 ບ້ານ ໃນ 8 ເມືອງ
  • ບໍ່ແກ້ວ 18 ຄົນ ມາຈາກ 12 ບ້ານ ໃນ 2 ເມືອງ
  • ອຸດົມໄຊ 46 ຄົນ ມາຈາກ 18 ບ້ານ ໃນ 2 ເມືອງ
  • ຫຼວງນໍ້າທາ 154 ຄົນ ມາຈາກ 38 ບ້ານ ໃນ 3 ເມືອງ
  • ວຽງຈັນ 167 ຄົນ ມາຈາກ 43 ບ້ານ ໃນ 8 ເມືອງ
  • ບໍລິຄຳໄຊ: 2 ຄົນ ມາຈາກ 2 ບ້ານ ໃນ 2 ເມືອງ
  • ຜົ້ງສາລີ 1 ຄົນ (ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ)
  • ໄຊຍະບູລີ 1 ຄົນ ມາຈາກ 1 ບ້ານ ໃນ 1 ເມືອງ
  • ໄຊສົມບູນ 5 ຄົນ ມາຈາກ 1 ບ້ານ ໃນ 1 ເມືອງ
  • ຄໍາມ່ວນ 15 ຄົນ ມາຈາກ 7 ບ້ານ ໃນ 2 ເມືອງ
  • ສາລະວັນ 7 ຄົນ ມາຈາກ 4 ບ້ານ ໃນ 2 ເມືອງ
  • ສະຫວັນນະເຂດ 5 ຄົນ ມາຈາກ 2 ບ້ານ ໃນ 2 ເມືອງ
  • ຈໍາປາສັກ 27 ຄົນ ມາຈາກ 16 ບ້ານ ໃນ 4 ເມືອງ
  • ແລະ ແຂວງ ເຊກອງ 19 ຄົນ ມາຈາກ 10 ບ້ານ ໃນ 2 ເມືອງ.

    ສ່ວນການຕິດເຊື້ອຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 5 ຄົນ ໃນນີ້ ນະຄອນຫຼວງ 2 ຄົນ ສາລະວັນ 1 ຄົນ ແລະ ໄຊຍະບູລີ 2 ຄົນ ທັງໝົດແມ່ນຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້ ມາຮອດວັນທີ 4 ພະຈິກ ຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວມີຕົວເລກສະສົມ 44.061 ຄົນ ເສຍຊີວິດສະສົມ 76 ຄົນ (ໃໝ່ 03) ປິ່ນປົວຫາຍດີ ແລະ ກັບບ້ານວັນທີ 3 ພະຈິກ ມີ 532 ຄົນ ກໍາລັງປິ່ນປົວ 7.699 ຄົນ.

# ຂ່າວ & ພາບ :  ຂັນທະວີ  

error: Content is protected !!