ສສຊ ນາງ ວາລີ ເວດສະພົງ ຊີ້ລາວມີທ່າແຮງພໍທີ່ຈະບັນລຸຈີດີພີ 4,5%

    ທ່ານ ນາງ ວາລີ ເວດສະພົງ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ໄດ້ມີຄຳເຫັນໃສ່ແຜນພັດທະນາເສດຖະກິດ-ສັງຄົມ  ໂດຍສະເພາະ ຕົວເລກຂອງຈີດີພີ ຕໍ່ວາລະກອງປະຊຸມມື້ທີ 3  ຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ຖ້າເປັນໄປໄດ້ ຄິດວ່າສະພາຄວນຕັ້ງໃຫ້ໃນລະດັບ 4,5% ເນື່ອງຈາກປະເທດຂອງພວກເຮົາມີທ່າແຮງຫຼາຍດ້ານ.

    ປັດຈຸບັນນີ້ ໂຄງປະກອບດ້ານເສດຖະກິດມີ 3 ຂະແໜງການຄື: ກະສິກໍາ ອຸດສາຫະກໍາ ແລະ ການບໍລິການ ເຫັນວ່າຂະແໜງບໍລິການ ຈະສາມາດໃຫ້ລັດຖະບານບັນລຸຕົວເລກນີ້ໄດ້ ຖ້າເຮົາສຸມໃສ່ໃນການຊຸກຍູ້ຂະແໜງ ການບໍລິການໃຫ້ເຕີບໂຕໄດ້ ເຊິ່ງມັນມີຫຼາຍວິທີການທີ່ຈະສາມາດສ້າງລາຍຮັບດ້ານພາສີ ອາກອນໄດ້ ເນື່ອງຈາກຂະແໜງການບໍລິການ ກວມເອົາຫຼາຍປະເພດ ບໍ່ແມ່ນແຕ່ທ່ອງທ່ຽວ ລວມທັງ SME ກໍນອນໃນຂະແໜງບໍລິການນີ້ ເພາະວ່າເງິນພາສີອາກອນສ່ວນໃຫຍ່ ມາຈາກຂະແໜງການບໍລິການ. ສະນັ້ນ ລັດຖະບານຕ້ອງສ້າງເງື່ອນໄຂທີ່ເອື້ອອຳນວຍໃນການລົງທຶນໃຫ້ບັນຍາກາດຂອງການລົງທຶນບໍ່ໃຫ້ມີອຸປະສັກຫຼາຍ ແລະ ຍາດແຍ່ງໂອກາດຂອງການລົງທຶນເຂົ້າມາໃນໄລຍະໄວໆນີ້.

    ປັດຈຸບັນ ທົ່ວອາຊີ ທົ່ວໂລກ ກຳລັງກ່າວຂານກັນເຖິງໂຄງການລົດໄຟລາວ-ຈີນ ເຮັດໃຫ້ລາວເປັນປະເທດເຊື່ອມຕໍ່ຈາກປະເທດທີ່ເສຍປຽບ ມາເປັນປະເທດໄດ້ປຽບທາງດ້ານທີ່ຕັ້ງ ຫຼາຍປີຜ່ານມາ ພວກເຮົາພົບບັນຫາເລື່ອງໂລຈິສຕິກລາຄາສູງ ເຮັດໃຫ້ຕົ້ນທຶນການຜະລິດເຮົາສູງ ແຕ່ປັດຈຸບັນນີ້ ດ້ວຍໂຄງການດັ່ງກ່າວນີ້ ຈິ່ງໄດ້ຖືກແກ້ໄຂ ປ່ຽນຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຕໍ່ທາງບົກ ຫາກລັດຖະບານມີນະໂຍບາຍ ຫຼື ນິຕິກຳຄຸ້ມຄອງທີ່ດີ ເຮົາກໍສາມາດເກັບລາຍຮັບຈາກການຂົນສົ່ງຜ່ານນຳບັນດາປະເທດທີ່ໄດ້ເຮັດການຄ້າຂາຍ ໂດຍສະເພາະແມ່ນຫວຽດນາມ ແລະ ຈີນ ເປັນຫຼັກ ເຮົາຈະໄດ້ຈາກການຂົນສົ່ງນີ້ຢ່າງມະຫາສານ ແລະ ຄາດວ່າ ຈະສາມາດບັນລຸຕົວເລກ 4,5 ນີ້ໄດ້ ນອກຈາກນີ້ ຕ້ອງເລັ່ງສັກວັກຊິນໃຫ້ໄດ້ປະມານ 80%-90% ໂດຍສະເພາະໃຫ້ແຂວງທີ່ມີທ່າແຮງສາກ່ອນ ເພື່ອກຽມເປີດປະເທດ ໂດຍມີການອອກແບບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຄຽງຄູ່ກັນ ເພື່ອໃຫ້ນັກລົງທຶນໄດ້ມາລົງທຶນຢູ່ປະເທດຂອງເຮົາຫຼາຍຂຶ້ນ.

# ຂ່າວ & ພາບ : ບຸນມີ ສີວິໄລ

error: Content is protected !!