ມອບ-ຮັບໂຄງການອາຫານໃນໂຮງຮຽນຈາກອົງການອາຫານໂລກ

    ພິທີມອບ-ຮັບໂຄງການອາຫານໃນໂຮງຮຽນ ຈໍານວນ 915 ໂຮງຮຽນ ຈາກອົງການອາຫານໂລກ ຈັດຂຶ້ນວັນທີ 3 ພະຈິກ 2021 ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານຮອງສາດສະດາຈານ ດຣ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ຢານ ເດລບາເຣີ ຜູ້ອໍານວຍການ ແລະ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາລາວ ພ້ອມດ້ວຍທ່ານ ປີເຕີ ເຣມອນ ເອກອັກຄະລັດຖະທູດອາເມຣິກາ ປະຈຳລາວ ພ້ອມດ້ວຍບັນດາທ່ານຫົວໜ້າ ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການອາຫານໃນໂຮງຮຽນ ເລີ່ມມາແຕ່ປີ 2000 ຕາມການສະເໜີຂອງລັດຖະບານລາວ ທີ່ໄດ້ສະເໜີຂໍການຊ່ວຍເຫຼືອຈາກອົງການອາຫານໂລກ ເພື່ອເພີ່ມອັດຕາການເຂົ້າໂຮງຮຽນ ແລະ ຄວາມສະເໜີພາບຂອງ ເດັກນ້ອຍຍິງ ແລະ ຊາຍ ໃນປີ 2002 ກະຊວງສຶກສາທິການ ແລະ ກີລາ ແລະ ອົງການອາຫານໂລກ ໄດ້ເລີ່ມສ້າງໂຄງການທົດລອງໂຄງການອາຫານໃນໂຮງຮຽນ ສໍາລັບເດັກນ້ອຍໃນໂຮງຮຽນຊັ້ນປະຖົມຈໍານວນ 30.000 ຄົນ ຢູ່ແຂວງຜົ້ງສາລີ ອຸດົມໄຊ ແລະ ແຂວງຫຼວງນໍ້າທາ ດ້ວຍການສະໜອງອາຫານຫວ່າງໃນຕອນເຊົ້າ.

    ເມື່ອເຫັນໄດ້ປະໂຫຍດຂອງໂຄງການທີ່ໄດ້ພົ້ນເດັ່ນຂື້ນມາ ໂຄງການອາຫານໃນໂຮງຮຽນໄດ້ຂະຫຍາຍອອກໄປເຖິງເດັກນ້ອຍຈໍານວນ 140.000 ຄົນ ໃນໂຮງຮຽນຈໍານວນ 1.430 ແຫ່ງໃນທົ່ວປະເທດ ໃນປີ 2014 ກະຊວງສຶກສາທິການ ແລະ ກີລາ ໄດ້ອອກນະໂຍບາຍຂອງກະຊວງເອງ ໃນການສົ່ງເສີມອາຫານທ່ຽງໃນໂຮງຮຽນ ດ້ວຍເປົ້າໝາຍໂຄງການທີ່ຈະມອບອາຫານປຸງສຸກໃຫ້ແກ່ນັກຮຽນ ຈາກປີການສຶກສາ 2016 ເຖິງ 2017 ອົງການອາຫານໂລກໄດ້ຊ່ວຍໃຫ້ໂຄງການປ່ຽນຈາກອາຫານຫວ່າງໃນຕອນເຊົ້າ ມາເປັນອາຫານທີ່ປຸງສຸກ ບົນພື້ນຖານຄວາມສໍາເລັດໃນການມອບຮັບໃນເບື້ອງຕົ້ນນີ້ ແລະ ໄດ້ມີພິທີມອບຮັບໂຄງການເພີ່ມເຕີມອີກຈໍານວນ 915 ແຫ່ງ ຈາກແຂວງຫຼວງນໍ້າທາ ຜົ້ງສາລີ ຫຼວງພະບາງ ອຸດົມໄຊ ຄໍາມ່ວນ ສາລະວັນ ເຊກອງ ແລະ ແຂວງອັດຕະປື.

    ທ່ານ ຢານ ເດລບາເຣີ ຜູ້ອໍານວຍການ ແລະ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາເພື່ອນຮ່ວມງານທຸກພາກສ່ວນທີ່ໃຫ້ການຊ່ວຍເຫຼືອແກ່ບັນດາເດັກນ້ອຍນັກຮຽນຕະຫຼອດໄລຍະທີ່ຜ່ານມາຈົນຮອດປັດຈຸບັນ ຈາກບັນດາຜູ້ໃຫ້ທຶນ ລວມໄປເຖິງໜ່ວຍງານຂອງລັດຖະບານລາວທຸກຂັ້ນ ແລະ ຈາກເພື່ອນຮ່ວມຈັດຕັ້ງປະຕິບັດວຽກງານຂອງອົງການອາຫານໂລກ ແລະ ບັນດາຜູ້ອໍານວຍຄວາມສະດວກຊຸມຊົນໃນຂັ້ນເມືອງ ທຸກໆຄົນໄດ້ປະກອບສ່ວນໃນການສ້າງໃຫ້ເດັກນ້ອຍມີສຸຂະພາບດີ ໄດ້ຮັບໂພຊະນາການທີ່ດີ ທີ່ເຮັດໃຫ້ສາມາດຮຽນໜັງສືໄດ້ດີຂື້ນ”.

# ຂ່າວ & ພາບ : ບຸນມີ

error: Content is protected !!