ການພັດທະນາອຸດສາຫະກໍາປຸງແຕ່ງ ຕາມທິດຫັນເປັນທັນສະໄໝ ມີຜົນສໍາເລັດຫຼາຍດ້ານ

    ສະຫາຍ ບົວວັນ ວິລະວົງ ເລຂາໜ່ວຍພັກກົມອຸດສາຫະກໍາ ແລະ ການຄ້າ ໄດ້ປະກອບຄໍາເຫັນຫົວຂໍ້ ການພັດທະນາອຸດສາຫະກໍາປຸງແຕ່ງ ຕາມທິດຫັນເປັນທັນສະໄໝ ສີຂຽວ ແລະ ຍືນຍົງ ຕໍ່ກອງປະຊຸມໃຫຍ່ຄັ້ງທີ V ອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ວັນທີ 2 ພະຈິກ 2021 ວ່າ:ໃນໄລຍະຜ່ານມາ ຄະນະພັກກະຊວງ ໄດ້ເອົາໃຈໃສ່ຊີ້ນໍາໜ່ວຍພັກກົມອຸດສາຫະກໍາ ແລະ ຫັດຖະກໍາ ໜ່ວຍພັກດັ່ງກ່າວ ຍາມໃດກໍໄດ້ຍົກສູງບົດບາດການນໍາພາຂອງພັກເຂົ້າໃນການພັດທະນາອຸດສາຫະກໍາປຸງແຕ່ງຕາມທິດຫັນເປັນທັນສະໄໝ ສີຂຽວ ແລະ ຍືນຍົງ ເຊິ່ງມີຜົນສໍາຫຼາຍດ້ານ ເປັນຕົ້ນ:ດ້ານນິຕິກໍາ ໄດ້ສ້າງກົດໝາຍ 1 ສະບັບຄື ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ພ້ອມທັງສ້າງ ແລະ ປັບປຸງນິຕິກໍາລຸ່ມກົດໝາຍ ຜັນຂະຫຍາຍກົດໝາຍວ່າດ້ວຍອຸດສາຫະກໍາປຸງແຕ່ງ ແລະ ກົດໝາຍວ່າດ້ວຍຄຸ້ມຄອງເຄມີສໍາເລັດຫຼາຍກວ່າ 10 ສະບັບ. 

    ແຜນພັດທະນາ ໄດ້ສໍາເລັດແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ປີ 2018-2019 ແລະ ປີ 2021-2025 ພ້ອມທັງຜັນຂະຫຍາຍເປັນແຜນລະອຽດຮ່ວມກັບສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ ໂດຍລົງເລິກ 5 ອຸດສາຫະກໍາຍ່ອຍຄື: ອຸດສາຫະກໍາປຸງແຕ່ງກະສິກໍາ ອຸດສາຫະກໍາແຜ່ນແພ ແລະ ຕັດຫຍິບ ອຸດສາຫະກໍາປຸງແຕ່ງໄມ້ ຫັດຖະກໍາ ແລະ ອຸດສາຫະກໍາໄອຊີທີ ພ້ອມນັ້ນ ໄດ້ຮ່ວມກັບສູນການຄ້າສາກົນ ສໍາເລັດແຜນພັດທະນາການສົ່ງອອກຂອງຂະແໜງອຸດສາຫະກໍາປຸງແຕ່ງໄມ້. ວຽກງານກໍ່ສ້າງພື້ນຖານໂຄງລ່າງມີການກໍານົດດິນເຂດອຸດສາຫະກໍາທັງໝົດ 74 ແຫ່ງ ເນື້ອທີ່ລວມ 34.433 ເຮັກຕາໃນທົ່ວປະເທດ ໃນນີ້ ເຂດອຸດສາຫະກໍາຈໍານວນໜຶ່ງໄດ້ຮັບການພັດທະນາແລ້ວເຊັ່ນ: ເຂດອຸດສາຫະກໍາຫຼັກ 21 ນະຄອນຫຼວງວຽງຈັນ ເຂດອຸດສາຫະກໍາເມືອງປະທຸມພອນແຂວງຈໍາປາສັກ ແລະ ແຂວງອື່ນໆ ມີໂຮງງານອຸດສາຫະກຳເຂົ້າໄປຕັ້ງຢູ່ ແລະ ເປີດດຳເນີນກິດຈະການແລ້ວ 223 ແຫ່ງ ນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງ (VITA Park) ໄດ້ຮັບການສ້າງຕັ້ງຂຶ້ນເປັນນິຄົມອຸດສາຫະກຳຕົວແບບ ເຊິ່ງມີ 67 ບໍລິສັດ ແລະ ໂຮງງານ ເຂົ້າມາລົງທຶນໃນຂົງເຂດຜະລິດຊິ້ນສ່ວນເອເລັກໂຕຣນິກ ແລະ ເຄື່ອງໃຊ້ໄຟຟ້າ ຕັດຫຍິບ ອາໄຫຼ່ ແລະ ເຄື່ອງຈັກ ຜະລິດຕະພັນສຸຂະພາບ ເຄື່ອງສຳອາງ ຫົວອາຫານສັດ ແລະ ອື່ນໆ ນິຄົມແຫ່ງນີ້ ສ້າງວຽກເຮັດງານທຳໄດ້ 4.639 ຄົນ ເປັນແຮງງານຄົນລາວເກືອບ 97,8% ປັດຈຸບັນ ກຳລັງຂະຫຍາຍເນື້ອທີ່ການພັດທະນານິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-ໂນນທອງ ໃນໄລຍະ 2 ຕື່ມອີກ 142 ເຮັກຕາ. 

    ວຽກງານປັບປຸງດັດສົມໂຮງງານອຸດສາຫະກຳປຸງແຕ່ງໄມ້ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຄຳສັ່ງນາຍົກລັດຖະມົນຕີ ເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ພາຍຫຼັງການປັບປຸງດັດສົມ ໂຮງງານອຸດສາຫະກຳປຸງແຕ່ງໄມ້ຍັງເຫຼືອ 1.030 ແຫ່ງ ແລະ ທຸລະກິດຂະໜາດນ້ອຍແບບຄອບຄົວເຫຼືອ 122 ຫົວໜ່ວຍ ສ່ວນວຽກງານສິ່ງແວດລ້ອມ ແລະ ເຄມີອຸດສາຫະກຳ ໄດ້ເອົາໃຈໃສ່ສ້າງນິຕິກໍາ ຊຸກຍູ້ສົ່ງເສີມ ແລະ ສ້າງຄວາມສາມາດໃຫ້ທັງພາກລັດ ແລະ ພາກທຸລະກິດ ໃນການຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພໃນໂຮງງານອຸດສາຫະກຳປຸງແຕ່ງ ພ້ອມນັ້ນ ກໍເອົາໃຈໃສ່ຕິດຕາມກວດກາຢ່າງເປັນປົກກະຕິ ບັນດາໂຮງງານທີ່ສົ່ງຜົນກະທົບດ້ານສິ່ງແວດລ້ອມ ແລະ ຊຸມຊົນ ເພື່ອປັບປຸງຂະບວນການຜະລິດ ແລະ ລະບົບບຳບັດສິ່ງເສດເຫຼືອ.

.# ຂ່າວ – ພາບ : ຂັນທະວີ

error: Content is protected !!