ຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ

    ວັນທີ 2 ພະຈິກ 2021 ໜ່ວຍພັກຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມເມືອງຫົງສາ ແຂວງໄຊຍະບູລີ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງ ການດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ຄຳພັນ ພັນລັກທຳ ຄະນະພັກເມືອງ ເລຂາໜ່ວຍພັກຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ມີສະຫາຍ ນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານຂອງເມືອງ ພ້ອມດ້ວຍແຂກຖືກເຊີນ ສະຫາຍສະມາຊິກພັກສົມບູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ສະຫາຍ ໃຈຢາງ ຈົວະເສັຍເຢະ ຫົວໜ້າໜ່ວຍງານບໍລິຫານ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ເລກທີ 279/ຄພມ.ຫສ ລົງວັນທີ 20 ຕຸລາ 2021 ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຈໍານວນ 1 ສະຫາຍ ຍິງ 1 ສະຫາຍ ຄື: ສະຫາຍ ​ນາງ​ ອໍລະພັນ ແກ້ວ​ມະນີ​ວົງ ທີ່ໄດ້ຜ່ານການທົດສອບ ຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ຄົບຕາມວາລະຢ່າງສົມບູນ ຈາກນັ້ນ ເລຂາໜ່ວຍພັກກໍໄດ້ຂຶ້ນກ່າວຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ.

    ໂອກາດນີ້ ສະຫາຍ ນາງ ດາວວິນ ລາດຊະກິດ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານຂອງເມືອງ ໄດ້ກ່າວເນັ້ນໃຫ້ບັນດາສະຫາຍສະມາຊິກພັກ ຮູ້ບັນດາເນື້ອໃນພື້ນຖານກ່ຽວກັບພັກປະຊາຊົນປະຕິວັດລາວ ມາດຖານ ໜ້າທີ່ ແລະ ເງື່ອນໄຂຂອງມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ສິດຂອງສະມາຊິກພັກສໍາຮອງ ແລະ ສົມບູນ ຂໍ້ຫ້າມ ແລະ ການສິ້ນສຸດການເປັນສະມາຊິກຂອງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກສໍາຮອງໃໝ່ເຂົ້າໃຈ ແລະ ຮູ້ໄດ້ທີ່ມາ ຄວາມໝາຍຄວາມສໍາຄັນຂອງພັກປະຊາຊົນປະຕິວັດລາວ ພ້ອມນີ້ ສະຫາຍຍັງໄດ້ເນັ້ນໃຫ້ສະມາຊິກພັກໃໝ່ ຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ມີກຽດສະຫງ່າຕາມການມອບໝາຍຂອງຄະນະພັກຂັ້ນເທິງ ສືບຕໍ່ຄົ້ນຄວ້າຮໍ່າຮຽນ ເຊື່ອມຊຶມ ກຳແໜ້ນແນວທາງນະໂຍບາຍ ແລະ ກົດລະບຽບຂອງພັກໃຫ້ລະອຽດຂຶ້ນຕື່ມ ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ພ້ອມທັງຖອດຖອນບົດຮຽນຈາກສະມາຊິກພັກອາວຸໂສທີ່ມີປະສົບການ ເພື່ອໃຫ້ກາຍເປັນສະມາຊິກພັກຜູ້ດີເດັ່ນ ມີຄວາມກ້າວໜ້າ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານທີ່ມີການຜັນແປໄປໃນແຕ່ລະໄລຍະ ແລະ ເຊື່ອໝັ້ນວ່າ ສະມາຊິກພັກສໍາຮອງ ພ້ອມດ້ວຍສະມາຊິກພັກສົມບູນທັງໝົດ ທີ່ຂຶ້ນກັບໜ່ວຍພັກ ສຸມໃສ່ທຸ້ມເທທຸກກໍາລັງແຮງ ສະຕິປັນຍາ ຄວາມຮູ້ ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ໄດ້ຮັບຜົນສໍາເລັດ.

# ຂ່າວ & ພາບ : ບຸນມີ ສີວິໄລ

error: Content is protected !!