ສສຊ ສືບປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ

    ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ພະຈິກ 2021 ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງຊາດ ປະຈຳປີ 2021 (ຮູບແບບກອງປະຊຸມທາງໄກ) ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີຮອງປະທານ ສະພາແຫ່ງຊາດ ລັດຖະມົນຕີທີ່ກ່ຽວຂ້ອງ ແລະ ສສຊ ທຸກເຂດເລືອກຕັ້ງເຂົ້າຮ່ວມ. 

    ໃນວາລະການດຳເນີນກອງປະຊຸມ ບັນດາ ສສຊ ແຕ່ລະເຂດເລືອກຕັ້ງ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງຊາດ ປະຈຳປີ 2021 ໂດຍພື້ນຖານ ແມ່ນເຫັນດີເປັນເອກະພາບຕໍ່ກັບແຜ່ນດັ່ງກ່າວ ຈາກນັ້ນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກໍໄດ້ມີການຊີ້ແຈງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງຊາດ ປະຈຳປີ 2021 ແລະ ແຜນການປະຈຳປີ 2022.

.

.# ຂ່າວ – ພາບ : ຊິລິການດາ

error: Content is protected !!