ກວດພົບຜູ້ຕິດເຊືື້ອໂຄວິດ-19 ໃໝ່ 1.062 ຄົນ ເສຍຊີວິດ 3 ຄົນ

    ທ່ານນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 3 ພະຈິກ 2021 ຢູ່ກະຊວງສາທາລະນະສຸກ ວ່າ: ວັນທີ 2 ພະຈິກ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.602 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.062 ຄົນ (ຕິດເຊື້ອພາຍໃນ ມີ 1.053 ຄົນ ແລະ ຕິດເຊື້ອນໍາເຂົ້າ 9 ຄົນ).

    ສໍາລັບຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.053 ຄົນ ຈາກ 13 ແຂວງ ເຊິ່ງລາຍລະອຽດດັ່ງນີ້:

  • ນະຄອນຫຼວງ 517 ຄົນ ມາຈາກ 247 ບ້ານ ໃນ 9 ເມືອງ ຄື:ຈັນທະບູລີ 65 ຄົນ 32 ບ້ານ ສີໂຄດຕະບອງ 81 ຄົນ 47 ບ້ານ ໄຊເສດຖາ 107 ຄົນ 44 ບ້ານ ສີສັດຕະນາກ 75 ຄົນ 30 ບ້ານ ນາຊາຍທອງ 35 ຄົນ 16 ບ້ານ ໄຊາທານີ 82 ຄົນ 41 ບ້ານ ຫາດຊາຍຟອງ 47 ຄົນ 31 ບ້ານ ປາກງື່ມ 3 ຄົນ 3 ບ້ານ ແລະ ສັງທອງ 5 ຄົນ 3 ບ້ານ ສືບຕໍ່ເກັບກໍາຂໍ້ມູນ 17 ຄົນ.
  • ຫຼວງພະບາງ 122 ຄົນ ມາຈາກ 19 ບ້ານ ໃນ 4 ເມືອງ
  • ບໍ່ແກ້ວ 53 ຄົນ ມາຈາກ 12 ບ້ານ ໃນ 3 ເມືອງ
  • ອຸດົມໄຊ 24 ຄົນ ມາຈາກ 10 ບ້ານ ໃນ 1 ເມືອງ
  • ຫຼວງນໍ້າທາ 134 ຄົນ ມາຈາກ 35 ບ້ານ ໃນ 4 ເມືອງ
  • ວຽງຈັນ 100 ຄົນ ມາຈາກ 23 ບ້ານ ໃນ 6 ເມືອງ
  • ຊຽງຂວາງ 1 ຄົນ ມາຈາກ 1 ບ້ານ ໃນ 1 ເມືອງ
  • ໄຊສົມບູນ 13 ຄົນ ມາຈາກ 2 ບ້ານ ໃນ 2 ເມືອງ
  • ຄໍາມ່ວນ 20 ຄົນ ມາຈາກ 9 ບ້ານ ໃນ 2 ເມືອງ
  • ສາລະວັນ 5 ຄົນ ມາຈາກ 3 ບ້ານ ໃນ 2 ເມືອງ
  • ສະຫວັນນະເຂດ 20 ຄົນ ມາຈາກ 9 ບ້ານ ໃນ 4 ເມືອງ
  • ຈໍາປາສັກ 26 ຄົນ ມາຈາກ 11 ບ້ານ ໃນ 5 ເມືອງ
  • ເຊກອງ 18 ຄົນ ມາຈາກ 8 ບ້ານ ໃນ 1 ເມືອງ

    ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

    ສ່ວນການຕິດເຊືື້ອຂອງຜູ້ທີ່ເດີນທາງເຂົ້າປະເທດມີ ຈໍານວນ 9 ຄົນ 5 ຄົນຈາກແຂວງໄຊຍະບູລີ 3 ຄົນຈາກ ນະຄອນຫຼວງວຽງຈັນ ແລະ 1 ຄົນຈາກແຂວງຈໍາປາສັກ ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

     ມາຮອດວັນທີ 2 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 42.891 ຄົນ ເສຍຊີວິດສະສົມ 73 ຄົນ (ໃໝ່ 3) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນທີ 2 ພະຈິກ 2021 ມີ 348 ຄົນ ກໍາລັງປິ່ນປົວ 7.864 ຄົນ.

    ສ່ວນຜູ້ເສຍຊີວິດໃໝ່ 3 ຄົນ ມີດັ່ງນີ້:

  • ຜູ້ທີ 1 ເພດຊາຍ ອາຍຸ 75 ປີ ອາຊີບ ປະຊາຊົນ ບ້ານຢູ່ປັດຈຸບັນ ບ້ານນາແພງ ເມືອງທຸລະຄົມ ແຂວງວຽງຈັນ
  • ຜູ້ທີ 2 ເປັນເພດຊາຍ ອາຍຸ 69 ປີ ອາຊີບ ຊາວນາ ບ້ານດົງເຫັນ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ
  • ຜູ້ທີ 3 ເພດຊາຍ ອາຍຸ 43 ປີ ອາຊີບ ປະຊາຊົນ ສັນຊາດ ຫວຽດນາມ ບ້ານຢູ່ປັດຈຸບັນ ໜອງທາ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

.# ຂ່າວ – ພາບ : ສີພອນ

error: Content is protected !!