ອັດກອງປະຊຸມໃຫຍ່ ຄັ້ງທີ V ອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ

    ກອງປະຊຸມໃຫຍ່ ຄັ້ງທີ V ອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ວັນທີ 3 ພະຈິກ 2021 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງສະຫາຍ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ມີຜູ້ແທນຈາກບັນດາໜ່ວຍພັກອ້ອມຂ້າງກົມ ຫ້ອງການ ສະຖາບັນ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ບັນດາຫົວໜ່ວຍວິສາຫະກິດທີ່ຂຶ້ນກັບກະຊວງອຸດສາຫະກໍາ ແລະ ການຄ້າ 230 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ. 

    ກອງປະຊຸມໄດ້ພ້ອມກັນທົບທວນ ຕີລາຄາຜົນການຊີ້ນຳໆພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງໄລຍະແຕ່ປີ 2016-2020 ເພື່ອຊອກໃຫ້ເຫັນດ້ານດີ ດ້ານຕັ້ງໜ້າ ບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງ ລວມທັງສາເຫດຢ່າງພາວະວິໄສ ພ້ອມນັ້ນ ໄດ້ຄົ້ນຄວ້າຖອດຖອນບົດຮຽນຈາກທິດສະດີ ແລະ ພຶດຕິກຳໃນໄລຍະຜ່ານມາ ເພື່ອກຳນົດທິດທາງ ແລະ ໜ້າທີ່ຂອງການຊີ້ນຳໆພາຂອງອົງຄະນະພັກໃນ 5 ປີຕໍ່ໜ້າ (2021-2025) ໃຫ້ໄປສູ່ຜົນສໍາເລັດໃໝ່ ແນໃສ່ສືບຕໍ່ປະຕິບັດພາລະກິດປ່ຽນແປ່ງໃໝ່ຂອງພັກ ທາງດ້ານເສດຖະກິດ ຍາດແຍ່ງກາລະໂອກາດທັງພາຍໃນ ແລະ ພາຍນອກ ເພື່ອພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ປະກອບສ່ວນໃຫ້ແກ່ການລົບລ້າງຄວາມທຸກຍາກ ເຮັດໃຫ້ປະເທດຊາດຫຼຸດພົ້ນຈາກສະພາວະຄວາມດ້ອຍພັດທະນາໃນປີ 2024 ນອກນັ້ນ ກອງປະຊຸມໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າສະໄໝທີ V ເພື່ອສືບຕໍ່ນໍາພາການເຄື່ອນໄຫວຂອງອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ ໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ໃຫ້ປະກົດຜົນເປັນຈິງ ເຊິ່ງມີຜູ້ລົງສະໝັກທັງໝົດ 21 ສະຫາຍ ເລືອກເອົາ 17 ສະຫາຍ ໃນນັ້ນເລືອກເອົາ 5 ສະຫາຍເປັນຄະນະປະຈໍາພັກ ແລະ ເລຶກອົາ 3 ສະຫາຍເປັນຄະນະກວດກາພັກ. 

    ໂອກາດນີ້ ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ເນັ້ນ 3 ບັນຫາໃຫຍ່ຄື: ວຽກງານປັບປຸງກໍ່ສ້າງພັກ-ພະນັກງານ ວຽກງານການນໍາພາ-ຊີ້ນໍາວຽກວິຊາສະເພາະຂອງຂະແໜງອຸດສາຫະກຳ ແລະ ການຄ້າ ວຽກງານການນໍາພາ ຊີ້ນໍາວຽກງານມະຫາຊົນ ເພື່ອນຳໄປຄົ້ນຄວ້າພິຈາລະນາ ເພື່ອຈັດຕັ້ງຜັນຂະຫຍາຍໃຫ້ເກີດໝາກຜົນເປັນຮູບປະທຳ.

.# ຂ່າວ – ພາບ : ຂັນທະວີ

error: Content is protected !!