ປະຊາຊົນລາວທີ່ອາໄສຢູ່ ກທມ ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19

    ປະຊານຊົນລາວຫຼາຍພັນຄົນທີ່ອາໄສໃນກຸງເທບມະຫານະຄອນ (ກທມ) ພາກັນໄປສັກວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ສູນບໍລິການອາຄານ SCG ບາງຊື ເຊິ່ງການສັກຢາວັກຊີນດັ່ງກ່າວ ເປັນການຮ່ວມມືລະຫວ່າງສະຖານທູດ ສປປ ລາວ ປະຈໍາລາຊະອານາຈັກໄທ ເຊິ່ງມີສໍານັກງານຕັ້ງຢູ່ ກທມ ແລະ ໂຄງການຈິດອາສາປິ່ນປົວໂຄວິດ-19 ເພື່ອມິດຕະພາບ ລາວ-ໄທ 70 ປີ ເພື່ອເປີດໂອກາດໃຫ້ປະຊາຊົນລາວທີ່ອາໄສຢູ່ ກທມ ໄດ້ເຂົ້າເຖິງວັກຊີນປ້ອງກັນພະຍາດໂຄວິດ-19 ໂດຍໄດ້ສັກວັກຊີນ ຊິໂນແວັກ ເປັນເຂັມທີ 1 ແລະ ແອັສຕຣາເຊເນກາ ເປັນເຂັມທີ 2 ເລີ່ມແຕ່ວັນທີ 26-28 ຕຸລາ 2021.

    ໂຄງການສັກວັກຊີນປ້ອງກັນພະຍາດໂຄວິດ-19 ດັ່ງກ່າວ ອະນຸຍາດໃຫ້ພົນລະເມືອງລາວທີ່ຖືໜັງສືຜ່ານແດນລາວ ແລະ ໜັງສືຢັ້ງຢືນຕົວຕົນຂອງຄົນລາວ ມາລົງທະບຽນຜ່ານທາງອອນລາຍເພື່ອສັກວັກຊີນ ໂດຍເບຶື້ອງຕົ້ນ ມີຜູ້ມາລົງທະບຽນປະມານ 3.500 ຄົນ ແຕ່ຕົວຈິງ ມີຄົນລາວມາສັກຫຼາຍກວ່າຕົວເລກທີລົງທະບຽນ ໂດຍການສັກຢາຄັ້ງນີ້ ມີທັງໝົດ 3.849 ຄົນ ເຊິ່ງຈໍານວນທີ່ມາຫຼາຍເກີນຕົວເລກລົງທະບຽນນັ້ນ ກໍຍ້ອນພົນລະເມືອງໄດ້ຮັບຂໍ້ມູນຂ່າວສານການເປີດສັກວັກຊີນຈາກຜູ້ທີ່ມາໃນມື້ທໍາອິດ ແລະ ກໍພາກັນມາລົງທະບຽນຢູ່ອາຄານ SCG ບາງຊື ໂດຍກົງ. 

    ສໍາລັບການສັກວັກຊີນເຂັມທີ 2 ຈະມີຂຶ້ນໃນ 3 ອາທິດຕໍ່ໜ້າ (16-18 ພະຈິກ 2021) ໂດຍການເປີດສັກວັກຊີນ ໃນວັນທີ 26 ຕຸລາ 2021 ທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດ ສປປ ລາວ ປະຈຳລາຊະອານາຈັກໄທ ທ່ານ ກຽດຕິຄຸນ ຊາດປະເສີດ ອາດີດເອກອັກຄະລາຊະທູດໄທ ປະຈໍາ ສປປ ລາວ ເປັນທານສະມາຄົມ ໄທ-ລາວ ເພື່ອມິດຕະພາບ ແລະ ພາກສ່ວນກ່ຽວຂ້ອງຂອງສຳນັກງານ ກທມ ກໍໄດ້ເຂົ້າຮ່ວມ ເພື່ອຕິດຕາມສະພາບການເປີດສັກວັກຊີນ ແລະ ໃຫ້ກໍາລັງໃຈຄົນລາວ ທີ່ມາສັກວັກຊີນປ້ອງກັນພະຍາດໂຄວິດ-19. 

    ທ່ານ ແສງ ສຸຂະທິວົງ ກ່າວວ່າ ຕົນມີຄວາມດີໃຈຫຼາຍ ທີ່ພີ່ນ້ອງລາວມາສັກວັກຊີນເປັນຈໍານວນຫຼວງຫຼາຍ ແລະ ຮຽກຮ້ອງໃຫ້ກັບມາສັກເຂັມທີ 2 ອີກໃນກາງເດືອນໜ້າຢ່າງພ້ອມພຽງ ຈາກນັ້ນ ທ່ານກໍໄດ້ຖາມຂ່າວຄົນລາວເຮົາທີ່ມາສັກວັກຊີນ ແລະ ຢ້ຽມຢາມບັນດາສະຖານທີ່ໃນການບໍລິການສັກວັກຊີນໃຫ້ຄົນລາວ ແລະ ພົນລະເມືອງປະເທດໃກ້ຄຽງ ພ້ອມທັງໃຫ້ສໍາພາດຕໍ່ສື່ມວນຊົນໄທ ວ່າ: ຂໍສະແດງຄວາມຂອບໃຈບັນດາແພດໝໍ ພະຍາບານ ເຈົ້າໜ້າທີ່ ກທມ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ຊ່ວຍເຫຼືອຄົນລາວທີ່ອາໄສຢູ່ ກທມ ໄດ້ຮັບໂອກາດເຂົ້າເຖິງວັກຊີນ ແລະ ເຮັດໃຫ້ໂຄງການນີ້ເກີດຂຶ້ນ ເຊິ່ງເປັນການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງອັນດີລະຫວ່າງ ລາວ-ໄທ ເວົ້າສະເພາະ ລະຫວ່າງສະຖານທູດລາວ ແລະ ກທມ ກໍຄືໂຄງການຈິດອາສາ ຕົນມີຄວາມຕື້ນຕັນໃຈຫຼາຍ ທີ່ສໍານັກງານ ກທມ ກໍຄືທ່ານ ພົນຕໍາຫຼວດເອກ ອັດສະວິນ ຂວັນເມືອງ ຜູ້ວ່າ ກທມ ແລະ ໂຄງການຈິດອາສາ ທີ່ມີນໍ້າໃຈເສຍສະຫຼະ ແລະ ມີຄວາມຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງຮຽກຮ້ອງໃຫ້ຄົນລາວຢູ່ ກທມ ຮີບພາກັນມາສັກວັກຊີນປ້ອງກັນພະຍາດໂຄວິດ-19 ເພື່ອສ້າງພູມປ້ອງກັນຂອງຄົນລາວ ກໍຄືສ້າງພຸມຄຸ້ມກັນໝູ່ຕື່ມອີກ.

    ທ່ານ ນະວະພອນ ຕັນໄພບູນກຸນ ຫົວໜ້າກຸ່ມງານວິຊາການ ແລະ ແຜນການຂອງກອງການຢາ ສໍານັກງານອະນາໄມ ກ່າວວ່າ: ການໃຫ້ບໍລິການສັກວັກຊີນໃຫ້ຄົນຕ່າງດ້າວ ໂດຍສະເພາະປະຊາຊົນລາວທີ່ອາໄສຢູ່ ກທມ ຕົນໄດ້ເຮັດໜ້າທີ່ຮັບຜິດຊອບການບໍລິຫານຈັດການວັກຊີນຂອງສູນບໍລິການບາງຊື SCG ເຊິ່ງເປັນໂອກາດພິເສດທີ່ໄດ້ຕ້ອນຮັບກຸ່ມປະຊາຊົນລາວ ໃນການສັກວັກຊີນໃນຄົນລາວຢູ່ ກທມ ໃຫ້ມີພູມຄຸ້ມກັນເກີດຂຶ້ນ ພ້ອມທັງເນັ້ນວ່າ ທີມແພດໄດ້ເກັບຮັກສາວັກຊີນໃຫ້ຢູ່ໃນອຸນນະພູມທີ່ມີມາດຕະຖານສູງ ແລະ ເປັນວັກຊີນທີ່ມີຄຸນນະພາບດີ ໂດຍຄັ້ງນີ້ ປະຊາຊົນລາວໄດ້ສັກວັກຊີນເຂັມທີ 1 ສະໜິດ ຊີໂນແວັກ ແລະ ເຂັມທີ 2 ຈະເປັນແອັສສຕາເຊເນກາ ເຊິ່ງຂໍ້ດີຂອງສູດຂວ່າຍນີ້ ຈະຊ່ວຍໃຫ້ປະຊາຊົນໄດ້ຮັບເຂັມທີ 2 ໄວຂຶ້ນ ຫຼັງຈາກມີໄລຍະຫ່າງຈາກເຂັມ 1 ພຽງ 3 ອາທິດ ແລະ ຈະເຮັດໃຫ້ຜູ້ຮັບວັກຊີນ ມີການສ້າງພູມຄຸ້ມກັນໄດ້ໄວຂຶ້ນ (ຖ້າສັກວັກຊີນສະໜິດດຽວກັນ ຈະເວັ້ນໄລຍະຫ່າງ 3 ເດືອນ) ເຊິ່ງຕ້ອງສະແດງຄວາມຂອບໃຈທີ່ສະຖານທູດລາວ ໄດ້ສົ່ງທືມງານເຈົ້າໜ້າທີ່ສະຖານທູດມາຊ່ວຍໃນການອໍານວຍຄວາມສະດວກ ໂດຍສະເພາະການສື່ສານລະຫວ່າງແພດ ແລະ ຄົນລາວ ຂັ້ນຕອນການປະກອບຟອມ ແລະ ຂັ້ນຕອນອື່ນໆກ່ອນເຂົ້າຮັບວັກຊີນ ເຊິ່ງທີມງານສະຖານທູດໄດ້ຊ່ວຍແກ້ໄຂບັນຫານີ້ໄດ້ດີຫຼາຍ ແລະ ສາມາດຫຼຸດເວລາໃນຂັ້ນຕອນຕ່າງໆລົງ ແລະ ເຮັດໃຫ້ການປະຕິບັດວຽກງານໄວຂຶ້ນ.     

    ທ່ານນາງ ບັງ ຄົນລາວທີ່ພິການທາງສາຍຕາ ຢູ່ບ້ານນາບຽນ ນະຄອນຫຼວງວຽງຈັນ ໄດ້ເຂົ້າມາເຮັດວຽກຢູ່ ກທມ 5 ປີແລ້ວ ແລະ ໄດ້ແຕ່ງງານກັບຄົນພິການທາງສາຍຕາທີ່ເປັນຄົນໄທ ແລະ ມາເຮັດວຽກຂາຍຫວຍ ພ້ອມທັງເປັນໝໍນວດ ທ່ານນາງ ບັງ ໃຫ້ສໍາພາດວ່າ: ຕົນມີຄວາມດີໃຈຫຼາຍ ທີ່ໄດ້ຮັບຂ່າວການເປີດໃຫ້ຄົນລາວທີ່ຢູ່ ກທມ ມາສັກວັກຊີນໃນມື້ນີ້ ເຊິ່ງພາຍຫຼັງໄດ້ຮັບຂໍ້ມູນຈາກໝູ່ເພື່ອນ ຕົນກໍຟ້າວມາສັກເລີຍ ເຊິ່ງຕ້ອງສະແດງຄວາມຂອບໃຈສະຖານທູດລາວ ແລະ ທາງການໄທ ທີ່ເປີດໂອກາດຊ່ວຍເຫຼືອຜູ້ທີ່ພິການ ແລະ ຄົນລາວອື່ນໆ ໄດ້ມີໂອກາດສັກວັກຊີນປ້ອງກັນພະຍາດໂຄວິດ-19. 

    ທ່ານ ຍົງ ອາຍຸ 40 ປີ ຢູ່ເມືອງຈຳພອນ ແຂວງສະຫວັນນະເຂດ ພະນັກງານລ້າງລົດຢູ່ປໍ້ານໍ້າມັນ ປຕທ ໃນ ກທມ ມາໄດ້ 10 ປີແລ້ວ ໃຫ້ສໍາພາດວ່າ: ຕົນດີໃຈຫຼາຍ ທີ່ນາຍຈ້າງໄດ້ແຈ້ງໃຫ້ຮູ້ວ່າ ສະຖານທູດລາວ ຮ່ວມກັບ ກທມ ໄດ້ເປີດໃຫ້ຄົນລາວໄປສັກວັກຊີນໄດ້ແລ້ວ ໂດຍນາຍຈ້າງໄດ້ຮັບແຈ້ງປະກາດຈາກບໍລິສັດຈັດຫາງານຂອງໄທ ຕົນກໍຮີບຟ້າວລົງທະບຽນເພື່ອສັກວັກຊີນ ເຊິ່ງຕ້ອງສະແດງຄວາມຂອບໃຈລັດຖະບານລາວ ທີ່ມີຄວາມເປັນຫ່ວງເປັນໄຍຄົນລາວທີ່ເຮັດວຽກຢູ່ປະເທດໄທ ພ້ອມທັງຂອບໃຈລັດຖະບານໄທ ທີ່ໃຫ້ການຊ່ວຍເຫຼືອ ເຮັໃຫ້ຕົນໄດ້ເຂົ້າເຖິງວັກຊີນປ້ອງກັນພະຍາດໂຄວິດ-19.

    ໂຄງການການສັກວັກຊິນດັ່ງກ່າວ ຍັງມີຄົນກຳປູເຈຍ ແລະ ມຽມມາທີ່ອາໄສຢູ່ ກທມ ກໍໄດ້ຮັບໂອກາດມາສັກວັກຊີນຈາກຜູ້ວ່າ ກທມ ເຊັ່ນດຽວກັນ.  

                                     # ຂ່າວ & ພາບ :  ສະບາໄພ

error: Content is protected !!