ຮ່ວມ​ມື​ສ້າງ​​ອາຄານຫ້ອງ​ທົດ​ລອງ​ພືດ​​ເປັນ​ຢາ

     ພິທີເຊັນສັນຍາຮ່ວມມືສ້າງອາຄານຫ້ອງທົດລອງເພື່ອສຶກສາ ຄົ້ນຄວ້າ ວິໄຈ ແລະ ຢັ້ງຢືນຄຸນນະພາບພືດທີ່ເປັນຢາຂອງລາວ ແລະ ພືດປໍແກ້ວ ລະຫວ່າງສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະ ນະສຸກ ແລະ ບໍລິສັດ ຄອລທີວາ ຈຳກັດ ຈັດຂຶ້ນວັນທີ 1 ພະຈິກ 2021 ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມລະຫວ່າງທ່ານ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ທ່ານ ພອນສະຫວັນ ຟາມ ປະທານບໍລິສັດ ຄອລທີວາ ຈຳກັດ ມີທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ສົມພັນ ແພງຄຳມີ ອະດີດຮອງປະທານສະພາແຫ່ງຊາດ ທ່ານ ບຸນກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ຄະນະກົມ ຄະນະສະຖາບັນ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ທ່ານ ບຸນເລື່ອນ ດວງເດືອນ ໄດ້ກ່າວວ່າ:ການລົງນາມຄັ້ງນີ້ ເພື່ອສືບຕໍ່ຈາກການທີ່ໄດ້ລົງນາມໃນບົດບັນທຶກຄວາມຊ່ວຍຈຳຄັ້ງວັນທີ 10 ມີນາ 2021  ເຫັນວ່າມີຄວາມສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ຕໍ່ວຽກງານຍົກສູງຄຸນນະພາບດ້ານການຄົ້ນຄ້ວາວິໄຈໃຫ້ໄປຕາມທິດຊີ້ນຳຂອງພັກ ຕໍ່ວຽກງານການພັດທະນາການແພດ ແລະ ການຢາພື້ນເມືອງ ບໍລິສັດ ຄອລທິວາແມ່ນລົງທຶນຝ່າຍດຽວໃສ່ຕຶກວິໄຈ 3 ຊັ້ນ ອຸປະກອນ ເຄມີວິໄຈ ເຄື່ອງວິໄຈ ແລະ ອື່ນໆ ສ່ວນ​ຄ່າສີ້ນເປື້ອງ ຄ່າໃຊ້ຈ່າຍຕ່າງໆ ລວມທັງການບໍລີຫານໂຄງການອົບຮົມ ສ້າງວິຊາການນັກຄົ້ນຄ້ວາໃຫ້ສະ​ຖາ​ບັນ ຈົນສາມາດວິໄຈໄດ້ຢ່າງສົມບູນ ຈົນສິ້ນສຸດໂຄງການ 20 ປິ ສ່ວນສະ​ຖາ​ບັນເປັນຜູ້ຕາງໜ້າພາກລັດ ປະກອບສ່ວນດ້ານສະຖານທີ່ ແລະ ຈັດຕັ້ງບຸຄະລາກອນ ປະກອບວິຊາການເຮັດວຽກຮ່ວມກັນໃຫ້ມີປະສິດທິຜົນ ​ເຊິ່ງການພັດທະນາຕຶກຫ້ອງວິໄຈທີ່ທັນສະໄໝນີ້ ຈະສະແດງໃຫ້ເຫັນຍົກສູງບົດບາດການນໍາພາຂອງພັກ ຍົກສູງຄຸນນະພາບການນຳພາ-ຊີ້ນຳຄະນະພັກຂອງກະຊວງສາທາຕໍ່ກັບວຽກງານການແພດ ແລະ ການຢາພື້ນເມືອງໃຫ້ສູງຂຶ້ນ ແລະ ມີຄວາມຊັດເຈນຍິ່ງຂຶ້ນ ສະຖາບັນຈະມີທ່າແຮງໂອກາດພັດທະນາ ມີເງື່ອນໄຂຊ່ວຍຄົ້ນຄ້ວາຢາພື້ນເມືອງເພື່ອຊ່ວຍທົດແທນການນຳເຂົ້າຢາຈາກຕ່າງປະເທດ ນອກ​ນີ້ ການມີຫ້ອງທົດລອງທີ່ມີມາດຕະຖານຮັບຮອງຈາກສາກົນ ການຢັ້ງຢືນ ISO 17025  ແມ່ນຄວາມຫວັງຂອງກະຊວງສາທາມາເປັນເວລາອັນຍາວນານ ເພື່ອໃຊ້ໃນວຽກງານຢັ້ງຢືນມາດຕະຖານຢາພື້ນເມືອງລາວ ເພື່ອຍົກລະດັບຂີດຄວາມສາມາດດ້ານວິໄຈໄດ້ທາງດ້ານປະລິມານ ແລະ ຄຸນະພາບ ປະສິດທິພາບ ແລະ ຄວາມປອດໄພສູງ  ແລະ ທັງສາມາດຄົ້ນຄວ້າ ວິໄຈ ແລະ ເພື່ອປົກປ້ອງຜູ້ບໍລິໂພກ ຊອກຮູ້ໄດ້ສານຕົກຄ້າງ ສານເຄມີ  ຢາຂ້າສັດຕູພືດ ໂລຫະໜັກ ຈຸລິນຊີ mycotoxins ແລະ ອື່ນໆທີ່ເປັນຜົນກະທົບຕໍ່ສຸຂະພາບ.   

# ຂ່າວ & ພາບ :  ສົມສະຫວັນ

error: Content is protected !!