ວັນທີ 29 ຕຸລາ 2021 ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນານະຄອນຫຼວງວຽງຈັນ ທະນາຄານຮ່ວມພັດທະນາ (JDB) ໄດ້ຈັດພິທີຊົມເຊີຍຜົນສໍາເລັດການດໍາເນີນທຸລະກິດຂອງຕົນປະຈຳໄຕມາດທີ 3 ປີ 2021 ແລະ ຄາດຄະເນໄຕມາດທີ 4 ໃນ 3 ເດືອນທ້າຍປີ 2021 ເປັນປະທານໂດຍທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ພ້ອມດ້ວຍຄະນະຜູ້ບໍລິຫານລະດັບສູງ ຄະນະອຳນວຍການ ແລະ ພະນັກງານເຂົ້າຮ່ວມ.

ໃນພິທີ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ ໄດ້ຂຶ້ນສະຫຼຸບໂດຍຫຍໍ້ ກ່ຽວກັບຜົນປະກອບການດໍາເນີນທຸລະກິດບັນລຸເປົ້າໝາຍ KPI ຕົວເລກກໍາໄລ ປະຕິບັດໄດ້ 100 ກວ່າຕື້ກີບເຖິງວ່າຈະໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ກໍຕາມ ຍັງເຮັດໃຫ້ການດໍາເນີນທຸລະກິດເປັນໄປຢ່າງປົກກະຕິ ຍ້ອນຄວາມເອົາໃຈໃສ່ຂອງຜູ້ບໍລິຫານ ແລະ ພະນັກງານທຸກຄົນ ເຮັດວຽກເປັນທີມ ມີຄວາມສາມັກຄີເປັນເອກະພາບກັນ ບໍລິການລູກຄ້າດ້ວຍຄວາມຊື່ສັດ ໂປ່ງໃສ ເຮັດໃຫ້ລູກຄ້າມີຄວາມເຊື່ອໝັ້ນ ແລະ ການຊີ້ນໍາຢ່າງໃກ້ຊິດຈາກຂັ້ນເທິງ ກໍຄືທະນາຄານແຫ່ງ ສປປ ລາວ ທະນາຄານຮ່ວມພັດທະນາ ຈະສືບຕໍ່ແຜນ ການ 3 ເດືອນທ້າຍປີ 2021 ທີ່ວາງໄວ້ໃຫ້ບັນລຸຜົນກໍາໄລ 150 ຕື້ກີບ ເຊິ່ງເປັນຄວາມທ້າທາຍສົມຄວນ ທີ່ຜູ້ບໍລິຫານ ແລະ ພະນັກງານທຸກຄົນຕ້ອງໄດ້ສຸມທຸກສະຕິປັນຍາ ແລະ ຄວາມສາມາດບົ່ມຊ້ອນຂອງຕົນ ເພື່ອເຮັດໃຫ້ການດໍາເນີນທຸລະກິດໄປຕາມແຜນການທີ່ຕັ້ງໄວ້ ທະນາຄານຮ່ວມພັດທະນາຈະຮັກສາຖານລູກຄ້າເກົ່າໄວ້ ແລະ ຂະຫຍາຍລູກຄ້າໃໝ່ໃຫ້ກ້ວາງຂວາງ ການປ່ອຍສິນເຊື່ອເຫັນວ່າເພີ່ມຂຶ້ນຫຼາຍເທົ່າຕົວ ເມື່ອປຽບທຽບໃສປີຜ່ານມາ ພ້ອມດຽວກັນນີ້ ຕ້ອງໄດ້ສູ້ຊົນວາງແຜນການຕໍ່ໜ້າສົກປີ 2021-2022.

ໃນຕອນທ້າຍພິທີ ທ່ານ ເອກະພັນ ພະພິທັກ ໄດ້ໃຫ້ກຽດເປີດແຊມເປນເພື່ອສະເຫຼີມສະຫຼອງຜົນສໍາເລັດຂອງທະນາຄານຮ່ວມພັດທະນາ ກໍຄືຄະນະຜູ້ບໍລິຫານ ແລະ ພະນັກງານທຸກຄົນທີ່ຍາດມາໄດ້ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ໂດຍໄປຕາມຄໍາຂວັນຂອງທະນາຄານຮ່ວມພັດທະນາທີ່ວ່າ “ ເຕີບໃຫຍ່ໄປພ້ອມກັນ ”
# ຂ່າວ & ພາບ : ສົມສະຫວັນ