ພຣູເດັນໂຊລ໌ ປະກັນຊີວິດ ລາວ ມອບເຄື່ອງຊ່ວຍເຫຼືອອຸປະກອນປ້ອງກັນໂຄວິດ

    ວັນທີ 2 ພະຈິກ 2021 ທີ່ອົງການກາແດງລາວ ທ່ານ ວິເຈ ມັດດາວັນ ອໍານວຍການໃຫຍ່ ບໍລິສັດ ພຣູເດັນໂຊລ໌ ປະກັນຊີວິດ ລາວ ຈໍາກັດ ໄດ້ມອບເຄື່ອງຊ່ວຍເຫຼືອປ້ອງກັນພະຍາດໂຄວິດ-19 ທົ່ວປະເທດ ເຊິ່ງເຄື່ອງຊ່ວຍເຫຼືອປະກອບມີ ເຈວລ້າງມື ຜ້າອັດປາກ-ດັງ ລວມມູນຄ່າ 443 ລ້ານກີບ ເຄື່ອງຈໍານວນດັ່ງກ່າວ ຈະແຈກໃຫ້ອົງການກາແດງລາວທົ່ວປະເທດ ແລະ ໂຮງໝໍພາກສະໜາມ ເພື່ອໃຫ້ມີອຸປະກອນໃນການປ້ອງກັນໂຄວິດ-19 ໃຫ້ກຽດຮັບເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ມີຄະນະອົງການກາແດງລາວ ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

.

# ຂ່າວ & ພາບ :  ວຽງມາ

error: Content is protected !!