ຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ນາງ ພອນເພັດ ບຸບຜາ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມສະເພາະກິດ ກ່ຽວກັບການແຜ່ລະບາດຂອງພະຍາດ COVID-19 ຂອງເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ ກ່ຽວກັບສຸຂະພາບໂລກຜ່ານລະບົບອອນລາຍ (Video Conference) ໃນທ້າຍເດືອນເມສາ ຜ່ານມາ ທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ ໂດຍເປັນປະທານຂອງທ່ານ KeizoTakemi ປະທານເວທີລັດຖະສະພາອາຊີ-ປາຊີຟິກ ກ່ຽວກັບສຸຂະພາບໂລກ ເອກອັກຄະລັດຖະທູດສຸຂະພາບທຸກທົ່ວໜ້າຂອງອົງການອະນາໄມໂລກ ສະມາຊິກສະພາອາຫານແຫ່ງຊາດຍີ່ປຸ່ນ ມີຫົວໜ້າຝ່າຍຄຸ້ມຄອງໂຄງການ ອົງການອະນາໄມໂລກປະຈຳພາກພື້ນອາຊີ-ປາຊິຟິກຕາເວັນຕົກ ຫົວໜ້າອົງການອະນາໄມໂລກປະຈຳພາກພື້ນອາຊີຕາເວັນອອກສຽງໃຕ້ ຫົວໜ້າອົງການອະນາໄມໂລກປະຈຳພາກພື້ນປາຊິຟິກຕາເວັນຕົກ ບັນດາລັດຖະມົນຕີ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ຜູ້ແທນຈາກບັນດາປະເທດສະມາຊິກ ເຊິ່ງເປັນສະມາຊິກສະພາແຫ່ງຊາດເຂົ້າຮ່ວມທັງໝົດ 30 ປະເທດ ນອກນັ້ນຍັງມີວິຊາການ ແລະ ກອງເລຂາຈາກອົງການອະນາໄມໂລກປະຈຳພາກພື້ນອາຊີ-ປາຊີຟິກຕາວັນຕົກຈຳນວນໜຶ່ງເຂົ້າຮ່ວມ.

ປະທານເວທີລັດຖະສະພາອາຊີ-ປາຊີຟິກໄດ້ມີຄຳເຫັນວ່າ: ການແຜ່ລະບາດຂອງພະຍາດ Covid-19 ແມ່ນເປັນວົງກວ້າງ ແລະ ຮ້າຍແຮງ ສົ່ງຜົນກະທົບບໍ່ສະເພາະຕໍ່ດ້ານສຸຂະພາບ ແຕ່ຍັງສົ່ງຜົນກະທົບຕໍ່ດ້ານເສດຖະກິດ-ສັງຄົມອີກດ້ວຍ ບັນດາປະເທດໃນພາກພື້ນ ໄດ້ສຸມທຸກຄວາມພະຍາຍາມ ແລະ ມີການຮ່ວມມືກັບບັນດານາໆປະເທດເພື່ອຕໍ່ສູ້ກັບພະຍາດດັ່ງກ່າວ ເພື່ອເຮັດໃຫ້ປະຊາຄົມໂລກມີຄວາມປອດໄພ ແລະ ໝັ້ນຄົງ ແລະ ສະມາຊິກລັດຖະສະພາ ເຊິ່ງເປັນຕົວແທນຂອງໝົດທຸກຄົນຈະຕ້ອງໄດ້ຊຸກຍູ້ ແລະ ເຕົ້າໂຮມຄວາມສາມັກຄີຂອງທຸກພາກສ່ວນທັງພາກລັດ ແລະ ສັງຄົມ ເພື່ອຢັບຢັ້ງການແຜ່ລະບາດຄັ້ງນີ້.
ກອງປະຊຸມຍັງໄດ້ຮັບຟັງການລາຍງານ ສະພາບການແຜ່ລະບາດຂອງພະຍາດ COVID-19 ຢູ່ພາກພື້ນອາຊີ-ປາຊີຟິກ ສະພາບບັນຫາໃນການຮັບມືກັບການແຜ່ລະບາດຂອງພະຍາດ COVID-19 ສະເໜີໂດຍອົງການອະນາໄມໂລກ ແລກປ່ຽນແລະສົນທະນາກ່ຽວສະພາບການແຜ່ລະບາດ ແລະ ການຮັບມືຕໍ່ພະຍາດດັ່ງກ່າວຂອງບາງປະເທດ ເປັນຕົ້ນ ສ ເກົາຫຼີ ຍີ່ປຸ່ນ ຟີລິບປິນ ຟີຈິ ມົງໂກລີ ແລະ ອຽກລັງ ໃນກອງປະຊຸມ ທ່ານ ນາງ ພອນເພັດ ບຸບຜາ ໄດ້ລາຍງານກ່ຽວກັບສະພາບການຮັບມືການແຜ່ລະບາດພະຍາດ Covid-19 ຂອງ ສປປ ລາວ ໃນສະເພາະໜ້າ ໄລຍະກາງ ແລະ ໄລຍະຍາວ ເຊິ່ງລັດຖະບານລາວ ໄດ້ດຳເນີນການກຳນົດບັນດາມາດຕະການໃນການປ້ອງກັນມາແຕ່ໄລຍະຕົ້ນ ເຊິ່ງລວມມີມາດຕະການປິດການເຂົ້າ-ອອກປະເທດ ພ້ອມທັງປະຕິບັດມາດຕະການ ແລະ ຄຳແນະນຳຂອງອົງການອະນາໄມໂລກ ກ່ຽວກັບການເວັ້ນໄລຍະຫ່າງທາງສັງຄົມຢ່າງເຄັ່ງຄັດ ລັດຖະບານລາວໄດ້ມີການຈັດສັນງົບປະມານເພື່ອຕອບໂຕ້ການແຜ່ລະບາດຂອງພະຍາດດັ່ງກ່າວ ແລະ ໄດ້ຖືບັນຫາສຸຂະພາບເປັນວຽກງານບຸລິມະສິດທີ່ສຳຄັນ.
# ຂ່າວ & ພາບ : ສົມສະຫວັນ