ແຮງງານລາວໃນ ນວ 103 ຄົນ ພ້ອມຄັດແຍກຫາຜູ້ຕິດເຊື້ອພະຍາດໂຄວິດ-19

ທ່ານ ນາງໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 4 ພຶດສະພາ 2020 ວ່າ: ນະຄອນຫຼວງວຽງຈັນ (ນວ) ໄດ້ກໍານົດເອົາສູນຍິງປຶນອາຊຽນ (ຫຼັກ 27) ເມືອງໄຊທານີ ເປັນບ່ອນຈໍາກັດບໍລິເວນແຮງງານລາວທີ່ກັບຈາກຕ່າງປະເທດ ໂດຍສະເພາະຈາກປະເທດໄທ ພ້ອມນັ້ນ ໂດຍໄດ້ຮັບການຕົກລົງຈາກຄະນະສະເພາະກິດຂັ້ນສູນກາງ ໄດ້ອະນຸຍາດໃຫ້ ນວ ນໍາແຮງງານລາວທີ່ຕົກຄ້າງຈາກປະເທດດັ່ງກ່າວກັບເຂົ້າມາປະເທດລາວ.

    ສະເພາະວັນທີ 4 ພຶດສະພາ ມີທັງໝົດ 103 ຄົນ ໃນນີ້ມີແຮງງານ ນວ 20 ຄົນ ເຫຼືອນັ້ນເປັນຄົນຕ່າງແຂວງ ພາຍຫຼັງທີ່ນໍາເຂົ້າມາແລ້ວ ກໍໄດ້ມີການເກັບກໍາຂໍ້ມູນແຕ່ລະຄົນຢ່າງລະອຽດ ເປັນຕົ້ນ ມາຈາກແຂວງໃດຂອງປະເທດໄທ ຈາກນັ້ນມີການເກັບຕົວຢ່າງເພື່ອໄປກວດຫາເຊື້ອພະຍາດໂຄວິດ-19 ໄປຄຽງຄູ່ກັນນັ້ນ ໄດ້ມີການຕິດຕາມສຸຂະພາບຂອງເຂົາເຈົ້າ ໂດຍສະເພາະແມ່ນຜູ້ໃດທີ່ມີຜົນກວດອອກມາວ່າພົບເຊື້ອ ແມ່ນຈະໄດ້ນໍາສົ່ງໄປປິ່ນປົວຢູ່ໂຮງໝໍເລີຍ ຖ້າຫາກກໍລະນີໃດກວດແລ້ວບໍ່ພົບເຊື້ອ ຈະໄດ້ເບິ່ງຄືນວ່າມາຈາກແຂວງໃດ ເພື່ອປະສານຫາແຂວງ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ຈັດລະບຽບໃນການຈັດສົ່ງ ຖ້າຜູ້ໃດທີ່ໄປອອກແຮງງານຢ່າງຖືກຕ້ອງຕາມກົດໝາຍ ແມ່ນຈະໄດ້ເບິ່ງວ່າໄປກັບບໍລິສັດໃດ ແລ້ວປະສານທາງບໍລິສັດນັ້ນໃຫ້ຈັດສົ່ງໄປຈໍາກັດບໍລິເວນຢູ່ແຂວງຕົນ.

    ສໍາລັບຕົວເລກແຮງງານລາວທີ່ຕົກຄ້າງມາຈາກໄທນີ້ ຄິດວ່າຍັງຈະມາຕື່ມອີກ ເນື່ອງຈາກວ່າຫຼາຍສະຖານທີ່ຢູ່ໄທແມ່ນປິດໃຫ້ບໍລິການ ຫຼືອີກສ່ວນໜຶ່ງແມ່ນໝົດສັນຍາວ່າຈ້າງ ຕໍ່ກັບບັນຫາດັ່ງກ່າວແມ່ນຈະໄດ້ປະສານກັບຄະນະສະເພາະກິດ 2 ຝ່າຍ ແລະ ເຈົ້າໜ້າທີ່ກ່ຽວຂ້ອວ ເພື່ອເກັບກໍາຂໍ້ມູນຕົວເລກໃຫ້ລະອຽດ ພ້ອມນັ້ນ ຈະໄດ້ຂໍຄໍາເຫັນຈາກຄະນະສະເພາະກິດຂັ້ນສູນກາງ ພ້ອມກຽມພ້ອມໃນການຮອງຮັບເປັນແຕ່ລະໄລຍະ ປັດຈຸບັນ ສູນຈໍາກັດບໍລິເວນຢູ່ຫຼັກ 27 ມີສອງຕຶກທີ່ສາມາດນໍາໃຊ້ໄດ້ ໃນນີ້ ສາມາດຮອງຮັບແຮງງານລາວທີ່ກັບຈາກຕ່າງປະເທດໄດ້ 100 ຄົນ ເພາະວ່າຫ້ອງໜຶ່ງຕ້ອງມີການຈໍາກັດຮັກສາໄລຍະຫ່າງ ພ້ອມນັ້ນ ຕ້ອງໄດ້ເບິ່ງເຄື່ອງໃຊ້ອຸປະກອນຕ່າງໆຕື່ມອີກ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!