ທູດລາວປະຈໍາໄທ​ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທ່ານທູດບຣາຊິນ

    ທ່ານ​ ແສງ​ ສຸຂະທິວົງ​ ເອກະອັກຄະລັດຖະທູດ ສປປ ລາວ ປະຈໍາລາຊະອານາຈັກໄທ​ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທ່ານ Jose Borges Dos Santos Junior ວັນທີ 1 ພະຈິກ 2021 ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນ ສາທາລະນະລັດ ບຣາຊິນ ປະຈໍາ ສປປ ລາວ ໂດຍມີສຳນັກງານຕັ້ງຢູ່ບາງກອກ ລາຊະອານາຈັກໄທ.

    ທ່ານເອກອັກຄະລັດຖະທູດບຣາຊິນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຖືເປັນກຽດຢ່າງສູງ ທີ່ໄດ້ເຂົ້າຍື່ນສານຕາຕັ້ງຜ່ານທ່ານເອກອັກຄະລັດຖະທູດ ສປປ ລາວ ປະຈໍາລາຊະອານາຈັກໄທ ເພື່ອຍື່ນຕໍ່ໄປຍັງທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ຢູ່ນະຄອນຫຼວງວຽງຈັນ ພ້ອມທັງຢືນຢັນຈະທຸ່ມເທທຸກຄວາມພະຍາຍາມ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສະຫະພັນ ສາທາລະນະລັດ ບຣາຊິນ ແລະ ສປປ ລາວ ໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນ.

    ໂອກາດນີ້ ທ່ານ ແສງ ສຸຂະທິວົງ ກໍໄດ້ຕາງໜ້າໃຫ້ປະທານປະເທດ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ Jose Borges Dos Santos Junior ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສະຫະພັນ ສາທາລະນະລັດ ບຣາຊິນ ປະຈຳ ສປປ ລາວ ພ້ອມທັງສະແດງຄວາມຍິນດີຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ບຣາຊິນ ທີ່ມີບາດກ້າວຂະຫຍາຍຕົວ ແລະ ເຊື່ອໝັ້ນວ່າ ທ່ານທູດບຣາຊິນ ຈະສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃຫ້ກວ້າງຂວາງຍິ່ງຂຶ້ນ ພ້ອມທັງຫວັງວ່າ ຫຼັງຈາກການແຜ່ລະບາດພະຍາດໂຄວິດ-19 ຜ່ອນຄາຍລົງ ທ່ານເອກອັກຄະລັດຖະທູດຈະຈັດເວລາເດີນທາງໄປ ສປປ ລາວ ເພື່ອຢ້ຽມຊົມສະຖານທີ່ວັດທະນະທໍາ ທຳມະຊາດ ແລະ ສໍາຜັດກັບຮີດຄອງປະເພນີ ກໍຄືວິຖີການດຳລົງຊີວິດຂອງປະຊາຊົນລາວ ເຊິ່ງອາດຈະມີຄວາມແຕກຕ່າງ ຫຼືຄ້າຍຄືກັນກັບປະຊາຊົນບຣາຊິນ ເຊິ່ງທ່ານເອກອັກຄະລັດຖະທູດບຣາຊິນ ກໍໄດ້ສະແດງຄວາມຕັ້ງໃຈວ່າຈະເດີນທາງໄປຢ້ຽມຢາມ ແລະ ທ່ຽວຊົມສະຖານທີ່ທຳມະຊາດ ແລະ ວັດທະນະທໍາໃນ ສປປ ລາວ ຫຼັງຈາກພະຍາດໂຄວິດ-19 ຜ່ອນຄາຍລົງ.

    ນອກນີ້ ທ່ານ ແສງ ສຸຂະທິວົງ ຍັງໄດ້ອວຍພອນໄຊອັນປະເສີດໃຫ້ທ່ານເອກອັກຄະລັດຖະທູດບຣາຊິນ ຈົ່ງມີສຸຂະພາບເຂັ້ມແຂງ​ ມີພະລານາໄມສົມບູນ ແລະ ປະສົບຄວາມສໍາເລັດໃນພາລະໜ້າທີ່ີອັນມີກຽດ ແລະ ສູງສົ່ງປະຈຳ ສປປ ລາວ.

    ການຮ່ວມມືສອງຝ່າຍໃນໄລຍະທີ່ຜ່ານມາ ບຣາຊິນໄດ້ເຄີຍໃຫ້ທຶນການສຶກສາແກ່ ສປປ ລາວ ເພື່ອໄປຮ່ວມເຝິກອົບຮົມຫຼັກສູດກີລາບານເຕະ ແລະ ເຝິກອົບຮົມນັກການທູດໜຸ່ມອາຊຽນ ສປປປ ລາວ ແລະ ສະຫະພັນສາທາລະນະລັດ ບຣາຊິນ ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ​ນຳ​ກັນ ໃນ​ວັນ​ທີ 12 ມິິຖຸນາ 1995.

                                     # ຂ່າວ & ພາບ :  ສະບາໄພ 

error: Content is protected !!