ເປີດງານມະຫະກຳສີມືຫັດຖະກຳລາວ ຜ່ານທາງອອນລາຍ

   ພິທີເປີດງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 20 ປະຈຳປີ 2021 ແລະ ສະເຫຼີມສະຫຼອງວັນຫັດຖະກຳລາວ  1 ພະຈິກຄົບຮອບ 20 ປີ ຜ່ານລະບົບອອນລາຍ ຈັດຂຶ້ນວັນທີ 1 ພະຈິກ 2021 ຢູ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ປະທານປະເທດ ປະທານຄະນະທີ່ປືກສາສະມາຄົມຫັດຖະກຳລາວ (ສຫລ)  ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ທ່ານ ນາງ ຈັນເທົາ ປະຖຳມະວົງ ປະທານກິຕິມະສັກ ສຫລ ພ້ອມດ້ວຍຄະນະຮັບຜິດຊອບຈັດງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ສຸວິຕາ ປະເສີດ ປະທານ ສຫລ ກ່າວວ່າ: ງານຄັ້ງນີ້ໄດ້ຈັດຂຶ້ນໃນທ່າມກາງສະພາບແວດລ້ອມທີ່ຕ້ອງເພີ່ມທະວີສະຕິລະວັງຕົວ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ນັບວ່າເປັນເທື່ອທຳອິດສໍາລັບຂົງເຂດວຽກງານຫັດຖະກໍາພວກເຮົາ ທີ່ຕ້ອງໄດ້ຮຽນຮູ້ ແລະ ຈັດຕັ້ງການສະເຫຼີມສະຫຼອງໃນຮູບແບບໃໝ່ຜ່ານລະບົບອອນລາຍ ເພາະຍ້ອນພະຍາດໂຄວິດ-19 ນັບມື້ມີການແຜ່ລະບາດເປັນວົງກ້ວາງໃນປະເທດ ເຮັດໃຫ້ທຸກຢ່າງມີຄວາມຫຍຸ້ງຍາກ ສະນັ້ນ ພວກເຮົາ ແລະ ຄະນະກະກຽມຈັດງານຈຶ່ງໄດ້ຮຽນ ແລະ ດຳເນີນຕາມສະພາບການຕົວຈິງ ເພື່ອເປັນການຮຽນຮູ້ ແລະ ຫັນວິກິດໃຫ້ເປັນໂອກາດທີ່ຖືກຕ້ອງ.

     ເພື່ອປະກອບສ່ວນອະນຸຮັກ ແລະ ສົ່ງເສີມວຽກງານຫັດຖະກໍາໃນຂອບເຂດທົ່ວປະເທດ ພ້ອມທັງເປັນການຕໍ່ຍອດມູນເຊື້ອຫັດຖະກໍາຂອງຮຸ່ນປູ່ຍ່າຕາຍາຍ ໃຫ້ມີຄວາມຍືນຍົງຢູ່ຄູ່ກັບຊາວລາວເຮົາ ເປັນການສືບຕໍ່ຊຸກຍູ້ ແລະ ສົ່ງເສີມ ບັນດາຊາວຊ່າງ ແລະ ຫົວໜ່ວຍທຸລະກິດດ້ານຫັດຖະກໍາ ໃຫ້ໄດ້ຮັບໂອກາດເຂົ້າມາວາງສະແດງ ແລະ ຂາຍຜະລິດຕະພັນຂອງຕົນ ສາມາດສ້າງລາຍຮັບນໍາໄປປັບປຸງການຜະລິດ ແລະ ແກ້ໄຂຊີວິດການເປັນຢູ່ ເພື່ອສືບສານມູນເຊື້ອວັດທະນະທໍາອັນດີງາມ ສົ່ງເສີມໃຫ້ຄົນຮຸ່ນຫຼັງຫັນມານິຍົມຊົມຊອບເຄື່ອງຫັດຖະກໍາລາວ ເພື່ອເປັນການເປີດສັກກະຫຼາດໃໜ່ໃນການຫັນທຸລະກິດເປັນຮູບແບບດິຈິຕອນ ເພື່ອປະກອບສ່ວນຟື້ນຟູວິກິດເສດຖະກິດໃນຂະແໜງຫັດຖະກໍາທີ່ໄດ້ຮັບຜົນກະທົນຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ດີຂຶ້ນ.

     ໃນງານມະຫະກໍາສີມືຫັດຖະກໍາລາວຄັ້ງນີ້ ຄະນະຮັບຜິດຊອບຈັດງານ ໄດ້ຈັດໃຫ້ມີ 5 ກິດຈະກໍາຫຼັກຄື:       

  • ກິດຈະກໍາວາງສະແດງ ແລະ ຂາຍຜະລິດຕະພັນຫັດຖະກໍາ ໂດຍໄດ້ວາງສະແດງ ແລະ ຂາຍ ຜ່ານທາງຮ້ານຂາຍອອນລາຍມີຫຼາຍປະເພດ ເຊັ່ນ: ແຜ່ນແພພື້ນເມືອງ (ຜ້າໄໝ ຜ້າຝ້າຍ ແລະ ໄຍພືດຕ່າງໆ) ເຄື່ອງຈັກສານ (ຜະລິດຈາກຫວາຍ ໄມ້ປ່ອງ ແລະ ເຄືອອື່ນໆ)  
  • ເຄື່ອງປະດັບແອ້ຢ້ອງ (ເງິນ ຄໍາ ແກ້ວ ແລະ ຫີນປະເສີດ)
  • ຜະລິດຕະພັນວັດທະນະທໍາ (ເຈ້ຍສາ ເຄື່ອງປັ້ນດິນເຜົາ ຮູບແກະສະຫຼັກ ຮູບແຕ້ມ)
  • ອາຫານ-ເຄື່ອງດື່ມ ສະໝຸນໄພພື້ນເມືອງ ຜະລິດຕະພັນຫັດຖະກໍາ ເພື່ອການກຸສົນ.
  • ນອກນັ້ນຍັງມີກິດຈະກໍາ ເສວະນາ ແລະ ເຝິກອົບຮົມໃນຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບການອະນຸຮັກ ແລະ ສົ່ງເສີມວຽກງານຫັດຖະກໍາ ກິດຈະກໍາປະກວດການແຂ່ງຂັນຜະລິດຕະພັນໃໝ່ ຊິງຂັນລາງວັນທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເຊິ່ງຈະປະກາດຜົນໃນເດືອນທັນວາ 2021 ແລະ ກິດຈະກໍາສາທິດຂັ້ນຕອນການຜະລິດຕົວຈິງ ກິດຈະກໍາເພື່ອການກຸສົນ ຊ່ວຍທີມແພດໝໍຢູ່ດ່ານໜ້າ: ປະກອບດ້ວຍ 2 ຂໍ້ຍ່ອຍຄື: ປະມູນເຄື່ອງຫັດຖະກໍາ ສົ່ງເສີມເຄື່ອງນຸ່ງຫົ່ມຂອງບັນດາຊົນເຜົ່າ ເດີນແບບອາພອນບັນດາເຜົ່າ ແລະ ອື່ນໆ ເພື່ອສ້າງບັນຍາກາດໃນງານໃຫ້ມີບັນຍາກາດຟົດຟື້ນ.

     ໂອກາດນີ້ ຂໍເຊີນຊວນບັນດາທ່ານ ທຸກພາກສ່ວນ ທີ່ດຳລົງຊີວິດຢູ່ ສປປ ລາວ ແລະ ທົ່ວໂລກ ຈົ່ງໄດ້ຕິດຕາມຂ່າວສານ ງານສະເຫຼີມສະຫຼອງຄັ້ງນີ້ ດ້ວຍເຄືອຂ່າຍລະບົບອອນລາຍ ຜ່ານທາງແຟສບຸກ Lao Handicraft festival ແຕ່ວັນທີ 1-7 ພະຈິກ 2021 ໃຫ້ຫຼາຍຂຶ້ນ.

# ຂ່າວ & ພາບ :  ລັດເວລາ

error: Content is protected !!