ເສດຖະກິດ ສປປ ລາວ ໃນປີ 2022 ຂະຫຍາຍຕົວປະມານ 4%.

    ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 1 ພະຈິກ 2021 ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນລາຍງານສະຫຼຸບຂາດຕົວ ງົບປະມານແຫ່ງລັດ ປີ 2020 ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 10 ເດືອນ ຄາດຄະເນໝົດປີ 2021 ແລະ ທິດທາງແຜນງົບປະມານປີ 2022 ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີຮອງປະທານສະພາແຫ່ງຊາດ ການນຳພັກ-ລັດຂັ້ນສູງ ແລະ ບັນດາ ສສຊ ທົ່ວເຂດເລືອກຕັ້ງເຂົ້າຮ່ວມ.

    ທ່ານ ບຸນໂຈມ ອຸບົນປະເສີດ ກ່າວບາງຕອນວ່າ: ແຜນງົບປະມານແຫ່ງລັດ ປະຈຳປີ 2021 ເປັນບາດກ້າວເລີ່ມຕົ້ນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ເຊິ່ງຍັງເປັນແຜນທີ່ສະພາບເສດຖະກິດການເງິນຍັງສືບຕໍ່ມີຄວາມຫຍຸ້ງຍາກ ເນື່ອງຈາກສະພາບການຂອງພາກພື້ນ ແລະ ສາກົນມີການຜັນແປຢ່າງສັບສົນ ເຮັດໃຫ້ລາຄາແຮ່ທາດ ແລະ ນ້ຳມັນດິບໃນຕະຫຼາດໂລກມີການຜັນຜວນ. ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 10 ເດືອນ ປີ 2021 (ນັບແຕ່ວັນທີ 1 ມັງກອນ ຮອດວັນທີ 29 ຕຸລາ 2021) ໄດ້ດັ່ງນີ້:

  • ດ້ານລາຍຮັບທັງໝົດ ປະຕິບັດໄດ້ 20.436 ຕື້ກີບ ເທົ່າກັບ 74% ຂອງແຜນການປີ ໃນນັ້ນ ລາຍຮັບສູນກາງ 16.886 ຕື້ກີບ ເທົ່າກັບ 77% ຂອງແຜນການປີ ແລະ ທ້ອງຖິ່ນ 3.551 ຕື້ກີບ  ເທົ່າກັບ 64% ຂອງແຜນການປີ  
  • ດ້ານລາຍຈ່າຍທັງໝົດ ປະຕິບັດໄດ້ 19.012 ຕື້ກີບ ເທົ່າກັບ 60% ຂອງແຜນການປີ ໃນນັ້ນ ສູນກາງປະຕິບັດໄດ້ 12.786 ຕື້ກີບ ເທົ່າກັບ 56% ຂອງແຜນການປີ ແລະ ທ້ອງຖິ່ນ ປະຕິບັດໄດ້ 6.225 ຕື້ກີບ ເທົ່າກັບ 72% ຂອງແຜນການປີ
  • ສຳລັບການລະດົມ ແຫຼ່ງທຶນເພື່ອມາດຸ່ນດ່ຽງງົບປະມານຈາກພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 8.677 ຕື້ນກີບ ເທົ່າ ກັບ 43% ຂອງແຜນການ ນອກຈາກນັ້ນ ຍັງມີການທົດແທນຄືນຕົ້ນທຶນເງິນກູ້ຢືມພາຍໃນ ແລະ ຕ່າງປະເທດຢູ່ແຫຼ່ງດຸ່ນດ່ຽງ ປະຕິບັດໄດ້ 7.253 ຕື້ກີບ ເທົ່າກັບ 44% ຂອງແຜນການປີ.
  • ສຳລັບແຜນງົບປະມານແຫ່ງລັດ ປະຈຳປີ 2022 ຍັງເປັນແຜນງົບປະມານທີ່ສືບຕໍ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ສະສົມຜ່ານມາ ໂດຍສະເພາະພັນທະຊຳລະໜີ້ສິນຕ່າງປະເທດ ແລະ ພາຍໃນ ທີ່ໜັກໜ່ວງ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ແກ່ຍາວມາເປັນ ເວລາ 2 ປີ ແລະ ຍັງຈະສືບຕໍ່ເປັນຜົນກະທົບຕໍ່ເສດຖະກິດ-ການເງິນໃນລະດັບສູງສົມຄວນ

    ແຕ່ຢ່າງໃດກໍຕາມ ອີງໃສ່ການຄາດຄະເນຂອງບັນດາອົງການຈັດຕັ້ງຂອງບັນດາສະຖາບັນການເງິນສາກົນ ແລະ ນະໂຍບາຍພາຍໃນຂອງປະເທດ ແລະ ບັນດາປະເທດໃນພາກພື້ນ ແລະ ສາກົນ ທີ່ຈະເລີ່ມເປີດປະເທດ ແລະ ປັບໂຕຢູ່ກັບພະຍາດໂຄວິດ-19 ໃນຮູບແບບວິຖີຊີວິດໃໝ່ ຄາດວ່າເສດຖະກິດທົ່ວໂລກຈະຂະຫຍາຍຕົວຢູ່ໃນລະດັບກາງ ຕາມການຄາດຄະເນຂອງກອງທຶນການເງິນສາກົນ ທີ່ໄດ້ປະເມີນຢູ່ໃນລະດັບ 4,9% ອາຊຽນ 5,8% ສປ ຈີນ 5,6% ອິນເດຍ 8,5% ແລະ ສຳລັບ ສປປ ລາວ ປະມານ 4%.

# ຂ່າວ & ພາບ :  ຊິລິການດາ

error: Content is protected !!