ທຽບໃສ່ປີ 2014 ປັດຈຸບັນ ຕະຫຼາດທັນສະໄໝເພີ່ມຂຶ້ນ 103 ແຫ່ງ

    ໃນວາລະກອງປະຊຸມໃຫຍ່ຄັ້ງທີ V ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ໄຂຂຶ້ນວັນທີ 2 ພະຈິກ 2021 ທີ່ຫໍປະຊຸມແຫ່ງຊາດ ສະຫາຍ ວາລະໄຊ ເລັ່ງສະຫວັດ ເລຂາໜ່ວຍພັກກົມການຄ້າພາຍໃນກະຊວງດັ່ງກ່າວ ໄດ້ຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມ ພາຍໃຕ້ຫົວຂໍ້ “ ການຊີ້ນໍາ-ນໍາພາທີ່ພົ້ນເດັ່ນ ຂອງວຽກງານການຄ້າພາຍໃນ”  ເຊິ່ງໃນໄລຍະ 5 ປີຜ່ານມາ  ໜ່ວຍພັກກົມການຄ້າພາຍໃນ ໄດ້ປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີຄວາມຮັບຜິດຊອບສູງ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ VIII ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ມີການສ້າງ ແລະ ປັບປຸງນິຕິກໍາຕ່າງໆໃຫ້ສອດຄ່ອງກັບສະພາບເສດຖະກິດ-ສັງຄົມແຕ່ລະໄລຍະໃຫ້ນັບມື້ສົມບູນຂຶ້ນ ບົນຈິດໃຈການຂະຫຍາຍເສດຖະກິດ-ການຄ້າ ແລະ ເປີດກວ້າງການເຄື່ອນໄຫວການຄ້າ ຊຸກຍູ້ການຈໍລະຈອນສິນຄ້າ ເຊິ່ງເປັນປັດໄຈສໍາຄັນ ເພື່ອຊຸກຍູ້ການຜະລິດສິນຄ້າຕິດພັນກັບຕະຫຼາດ ໂດຍສະເພາະ ດ້ານການອຳນວຍຄວາມສະດວກດ້ານການຄ້າ ແລະ ບໍລິການ ໄດ້ປະຕິບັດນະໂຍບາຍການຈໍລະຈອນສິນຄ້າ ຕາໜ່າງການຄ້າ ແລະ ບໍລິການ ໄດ້ຂະຫຍາຍຕົວດີສົມຄວນ ທັງທາງກ້ວາງ ແລະ ທາງເລິກ ການເພີ່ມຈຳນວນຜູ້ຄ້າຂາຍຍ່ອຍ ການກໍ່ຕົວຂຶ້ນຂອງການຊື້ຂາຍ ແລກປ່ຽນ ການຕັ້ງຮ້ານຄ້າ ແລະ ຂະຫຍາຍຕະຫຼາດຢູ່ບັນດາຕົວເມືອງຊົນນະບົດ ແລະ ລຽບຕາມເສັ້ນທາງຄົມມະນາຄົມ ໄປຄຽງຄູ່ກັບການສ້າງຕັ້ງບໍລິສັດການຄ້າພາຍໃນ ສ່ວນຫຼາຍ ແມ່ນມີການເຄື່ອນໄຫວມີປະສິດທິຜົນ ອັນປະກອບສ່ວນເປີດກວ້າງການຈໍລະຈອນສິນຄ້າພາຍໃນປະເທດ ເຮັດໃຫ້ມູນຄ່າການຈໍລະຈອນສິນຄ້າຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງໄດ້ຈຳນວນທັງໝົດ 290 ຕື້ກີບ ສະເລ່ຍເພີ່ມຂຶ້ນ 12,43% ກວມໃນໂຄງປະກອບ 11 % ຂອງ GDP.

    ພ້ອມກັນນັ້ນ ໄດ້ເອົາໃຈໃສ່ຊີ້ນຳ-ນໍາພາ ຂະແໜງການສາຍຕັ້ງໃນຂອບເຂດທົ່ວປະເທດ ປະຕິບັດພາລະບົດບາດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ ໃນການໃຫ້ບໍລິການ ແລະ ອຳນວຍຄວາມສະດວກທາງທຸລະກິດ ແນໃສ່ພັດທະນາ ແລະ ຂະຫຍາຍການຜະລິດເປັນສິນຄ້າ ປະກອບສ່ວນສ້າງວຽກເຮັດງານທໍາ ເຮັດໜ້າທີ່ຊຸກຍູ້ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໃນການສ້າງຕະຫຼາດ ສູນການຄ້າ ຮ້ານຄ້າທັນສະໄໝ ຮ້ານສະດວກຊື້ ແລະ ຮ້ານຄ້າທົ່ວໄປ ເພື່ອຮັບປະກັນການສະໜອງສິນຄ້າໃຫ້ທົ່ວເຖິງແກ່ສັງຄົມ ມາຮອດປັດຈຸບັນ ທົ່ວປະເທດມີຕະຫຼາດ ສູນການຄ້າ ຮ້ານສັບພະສິນຄ້າ ແລະ ຕະຫຼາດນັດທັງໝົດ 856 ແຫ່ງ ທຽບໃສ່ປີ 2014 ມີຈຳນວນ 753 ແຫ່ງ ເພີ່ມຂຶ້ນ 103 ແຫ່ງ ເທົ່າກັບ 13,7% ໃນນັ້ນຕະຫຼາດຈໍານວນ 599 ແຫ່ງ ( ຕະຫຼາດໃຫຍ່ 48 ແຫ່ງ ກາງ 145 ແຫ່ງ ແລະ ນ້ອຍ 6 ແຫ່ງ) ສູນການຄ້າ ແລະ ຮ້ານສັບພະສິນຄ້າ ຈໍານວນ 5 ແຫ່ງ ແລະ ຕະຫຼາດນັດ ຈຳນວນ 257 ແຫ່ງ ພິເສດ ສາມາດສ້າງຕະຫຼາດມາດຕະຖານໄດ້ ຈຳນວນ 7 ແຫ່ງ (ນະຄອນຫຼວງວຽງຈັນ 5 ແຫ່ງ ແຂວງວຽງຈັນ 1 ແລະ ແຂວງຊຽງຂວາງ 1 ແຫ່ງ).

# ຂ່າວ & ພາບ :  ຂັນທະວີ

error: Content is protected !!